ລິ້ງ ສຳຫລັບເຂົ້າຫາ

ຮູບເງົາສະທ້ອນ ເພງ Rock n roll ກໍາປູເຈຍ ໃນຍຸກ ຊຸມປີ 1960-70 (ວີດີໂອ)

  • ທອງປານ ເທບວົງສາ

ບັນດາ​ນັກ​ດົນຕີ ທີ່​ລອດ​ຊີວິດ​ຈາກເຫດການ​ສັງຫານ​ໂຫດ​
ຂອງ​ພວກ​ຂະ​ເໝນ​ແດງ ຂອງ​ກໍາປູ​ເຈຍ ​ໄດ້​ຫວນ​ກັບ​ຄືນ​ມາ​
ພົບ​ກັນ​ອີກ​ໃນ​ເດືອນ​ແລ້ວ​ນີ້ ແລະ​ໄດ້​ພາກັນ ສະ​ແດງ​ດົນຕີ
ຮ້ອງ​ເພງ​ເທິງ​ເວທີ ​ອີກ​ຄັ້ງ​ນຶ່ງ​ ສໍາລັບ​ແຟນໆ ທັງລຸ້ນ​ເກົ່າ
ແລະ ລຸ້ນ​ໃໝ່.ງານ​ສະ​ແດງ​ດົນຕີກາງ​ແຈ້ງ ທີ່​ໂຮງ​ມະຫໍລະ
ສົບ Chaktomukຂອງ​ພະນົມ​ເປັນ ຕິດຕາມມາ​ຫລັງ​ຈາກ
ການ​ສາຍຮູບ​ເງົາແບບ​ເປັນ​ການ​ສ່ວນ​ໂຕ ​ເລື້ອງ “Don’t
Think I’ve Forgotten
ຫຼື“ຢ່າ​ຄິດ​ວ່າຂ້ອຍ​ລືມ​ໄປ​
ແລ້ວ​”
ຊຶ່ງ​ເປັນ​ຮູບ​ເງົາ​ ປະ​ເພດ​ສາລະ​ຄະດີກ່ຽວກັບ​ ວົງ​
ເພງRock’n roll ສະ​ໄໝ​ຊຸມ​ປີ 1960 ຂອງ​ກໍາປູ​ເຈຍ. ຜູ້​
ສື່​ຂ່າວ​ວີ​ໂອ​ເອ Rick Valenzuela ມີລາຍ​ງານກ່ຽວ​ກັບ
ເລຶ່ອງນີ້​ ມາຈາກ​ພະນົມ​ເປັນ. ຊຶ່ງ​ທອງ​ປານ ຈະ​ນໍາ​ມາ
ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ


ງານ​ຄອນ​ເສີຕ​ຂອງວົງດົນຕີ ທີ່ກັບ​ມາ​ຮ່ວມ​ກັນ​ອີກ ມັກ​ຈະພາ​ໃຫ້​ຄິດເຖິງ​ການສະ​ແດງ​ຂອງ​ສິນລະປິນ ທີ່​ຄັ້ງ​ນຶ່ງ​ເຄີຍ​ມີ​ຊື່​ສຽງ​ນັ້ນ ຈັບ​ເອົາ​ເຄື່ອງດົນຕີ​ຂອງ​ເຂົາ​ເຈົ້າຂຶ້ນມາບັນ​ເລງ ຫຼັງຈາກ​ທີ່​ຫາຍ​ໜ້າ​ຫາຍ​ຕາ​ໄປ​ດົນ​ເຕີບ. ​ແຕ່​ວ່າໃນງານ​ຄອນ​ເສີຕທີ່​ນະຄອນຫລວງ​ພະ ນົມ​ເປັນ​ເມື່ອ​ເດືອນ​ແລ້ວ​ນີ້ ພວກ​ນັກ​ດົນຕີທີ່​ມາ​ປະກອບສ່ວນ ​ບໍ່ພຽງ​ແຕ່ອອກ​ມາ​ຈາກ​ການ​ປົດ​ກະສຽນ​ແລ້ວ​ເທົ່າ​ນັ້ນ ​ແຕ່ອອກ​ມາ​ຈາກສະຖານະ​ພາບ​ທີ່​ບໍ່​ມີ​ຜູ້​ໃດ​ຮູ້ຈັກ​ເລີຍ​ກໍ​ວ່າ​ໄດ້ ​ເຊັ່ນ ທ່ານ Touch Seang Tana ຈາກ​ອະດີດ​ວົງ​ດົນຕີ Drakkar.

ທ່ານ ທະນະ ​ເວົ້າ​ວ່າ: “ບາງ​ເທື່ອ​ພວກ​ຜູ້​ຊົມ ອາດບໍ່​ຮູ້ຈັກ​ຂ້າພະ​ເຈົ້າດີ​ປານ​ໃດ ໃນ​ຖານະ​ນັກ​ດົນຕີ ແຕ່ໃນ​ຖານະນັກວິທະຍາສາດຫຼາຍ​ກ່ວາ. ຂ້າພະ​ເຈົ້າເຄີຍ ເປັນ​ນັກ​ສິນລະປິນ ​ແລະ​ນັກ​ດົນຕີ​ ​ໃນສະ​ໄໝ​ນັ້ນ. ພວກ​ຄົນ​ລຸ້ນ ໜຸ່ມ​ນ້ອຍ ບໍ່​ຮູ້ຈັກ​ດອກວ່າ​ ຂ້າ​ພະ​ເຈົ້າ​ເປັນ​ນັກສິນລະປິນ ​ເພາະວ່າ​ປະຫວັດ ສາດ​ໄດ້ເຮັດ​ໃຫ້​ຊື່​ຜູ້​ແຕ່ງ​ເພງ​ສູນ​ຫາຍ​ໄປຈາກ​ເພງ​ເກົ່າໆ​ໝົດ​ແລ້ວ. ສະ​ນັ້ນ ​ເຮົາກໍເລີຍ​ບໍ່​ຮູ້​ວ່າ​ໃຜ​ເປັນ​ຜູ້​ແຕ່ງ​ເພງ​ນັ້ນ​ເພງ​ນີ້​ອີກ​ແລ້ວ.”

ທ່ານ Touch Seang Tana ​ເປັນ​ທີ່​ຮູ້​ຈັກກັນດີ​ກ່ວາ ໃນ​ຖານະ​ນັກ​ອະນຸ ລັກ​ທີ່​ມີ​ຊື່ສຽງ ທີ່​ທໍາ​ງານໃຫ້​ໂຄງການປາ​ຂ່າ​ແມ່​ນໍ້າຂອງ ​ຫຼື​ປາ Dolphin. ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ທະນະ ​ກັບ​ນັກ​ສິນລະປິນ​ອີກຫຼາຍໆ​ຄົນ ​ໄດ້​ຮ່ວມກັນ ເປັນສັກຂີ​ພິຍານທີ່​ຍັງ​ມີ​ຊີວິດ​ຢູ່ ຂອງຍຸກ​ຄໍາຂອງ​ເພງ​ຣ໊ອກຂອງ​ກໍາປູ​ເຈຍ. ນັກ​ດົນຕີ​ອື່ນໆ​ອີກ​ຫຼາຍ​ຄົນໃນສະ​ໄໝ​ນັ້ນ ​ໄດ້​ເສຍ​ຊີ ວິດ​ໄປ​ແຕ່​ດົນ​ແລ້ວ ຍ້ອນຖືກ​ສັງຫານ​ໂຫດ​ໂດຍ​ພວກຂະ​ເໝນ​ແດງ ທີ່ໄດ້ພະຍາຍາມ​ຈະ​ກໍາຈັດ​ຖອນ​ຮາກ​ດົນຕີ​ ອອກ​ໄປ​ຈາກ​ປະຫວັດສາດ​ຂອງກໍາປູ​ເຈຍ​.

​Ros Saboeun ນ້ອງ​ສາວຂອງ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຜູ້​ນຶ່ງ​ໃນ​ສະ​ໄໝ​ນັ້ນ ຄື​ນາງ Ros Serey Sothea ກໍ​ໄດ້​ມາ​ປາກົດ​ຕົວ​ເທິງ​ເວທີ ຊ່ວຍ​ເຕືອນ​ຄວາມ​ຊົງ​ຈໍາຂອງພວກ​ຜູ້​ຊົມ​ທັງຫຼາຍ

ນາງ Ros Saboeun ​ເວົ້າ​ວ່າ: “ສິນລະປະ​ຈາກ​ຍຸກ​ນັ້ນ ພວກ​ເຮົາ​ຖື​ໄດ້​ວ່າ ​ເປັນ​ມໍລະດົກ​ທີ່​ສໍາຄັນ​ຫຼາຍ ກະລຸນາຈົ່ງ​ຢ່າ​ລືມ​ມັນແລະ​ປ່ຽນ​ແປງລັກສະນະ​ ພິ​ເສດ​ນັ້ນ​ໄປ.”

​ຮູບ​ເງົາ​ສາລະ​ຄະດີ Don’t Think I’ve Forgotten ທີ່​ໃຊ້​ເວລາຖ່າຍ​ທໍາ ສິບ​ປີນັ້ນ ເປັນ​ສາລະ​ຄະດີທີ່​ແບ່ງປັນ​ເລຶ່ອງລາວ​ຕ່າງໆ​ຂອງພວກ​ນັກ​ດົນຕີ ທີ່​ໄດ້​ຮ່ວມ​ກັນສ້າງ​ຍຸກ​ຄໍາ ຂອງ​ເພງຣ໊ອກຂອງ​ກໍ​າປູ​ເຈຍຂຶ້ນ​ມາ.

​ຮູບ​ເງົາ​ສາລະ​ຄະດີ​ເລື້ອງ​ນີ້ ​ໄດ້​ຖືກ​ນໍາ​ອອກ​ສາຍ​ໃນ​ວົງ​ແຄບແບບ​ເປັນ​ການ​ສ່ວນ​ຕົວ ທີ່​ໂຮງ​ສາຍ​ຮູບ​ເງົາແຫ່ງນຶ່ງໃນ​ນະຄອນຫລວງ​ພະນົມ​ເປັນ ​ມີ​ຜູ້​ຄົນເຂົ້າ​ຊົມ​ລົ້ນ​ໂຮງ ຊຶ່ງ​ເປັນ​ຮ່ອງຮອຍ​ບອກ​ວ່າ ຜູ້​ຄົນ​ຈໍານວນ​ຫຼວງຫຼາຍຍັງ​ມີ​ຄວາມ​ສົນ​ໃຈ​ແລະ​ຢາກ​ຮູ້​ຢາກ​ເຫັນກ່ຽວ​ກັບ​ດົນຕີ​ໃນ​ສະ​ໄໝ​ນັ້ນ​ແລະ​ສົງຄາມ ທີ່​ໄດ້​ເຮັດ​ໃຫ້ ຜູ້​ກໍາ​ກັບ John Pirozzi ຕິດ​ໃຈ ໃນ​ເບື້ອງ​ຕົ້ນ​ນັ້ນ.

ທ່ານ Pirozzi ​ເວົ້າ​ວ່າ: “​ໃນ​ຖານະ​ເປັນ​ຊາວ​ອາ​ເມຣິກັນ​ຄົນ​ນຶ່ງ ຂ້າພະ​ເຈົ້າ ຈົນຮູ້ ສຶກ​ຕົກ​ສະ​ເງີ້ ທີ່​ຂ້າພະ​ເຈົ້າບໍ່​ໄດ້​ຮັບ​ການ​ສິດສອນ​ ບໍ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ ເລຶ່ອງນີ້​ເລີຍ. ​ນັ້ນ​ຄື​ສິ່ງ​ທໍາ​ອິດ ​ແລະ​ເວລາ​ຂ້າພະ​ເຈົ້າ​ໄດ້​ຍິນ​ສຽງ​ດົນຕີ ຂ້າພະ​ເຈົ້າ​ເປັນ​ຄົນ​ມັກ​ດົນຕີ​ທີ່​ສຸດຄົນ​ນຶ່ງ ມັນ​ຈັບ​ໃຈ​ຂ້າພະ​ເຈົ້າ​ແທ້ໆ. ​ຂ້າພະ​ເຈົ້າຮູ້ສຶກ​ແບບ​ວ່າ ​ໂອ້ ນີ້​ຄື​ດົນຕີ​ທີ່​ໜ້າ​ອັດສະຈັນຫຼາຍ ​ແລະ​ຂ້າພະ​ເຈົ້າກໍ​ຢາກ​ຮູ້​ຢາກ​ເຫັນ​ຂຶ້ນມາ ວ່າດົນຕີ​ຊຸມ​ນີ້ມາ​ຈາກ​ໃສ? ພວກ​ຄົນ​ເຫຼົ່າ​ນີ້​ແມ່ນ​ໃຜ?”

ຮູບ​ເງົາສາລະ​ຄະດີ​ເລື້ອງນີ້ ​ໄດ້ຍ້ອນຮອຍ​ປະຫວັດສາດ​ ຂອງ​ເພງຣ໊ອກ ຊຸມ​ປີ 1960 ​ແລະ 70 ຂອງ​ກໍາປູ​ເຈຍ ​ໂດຍ​ຜ່ານ​ການ​ສໍາພາດ​ກັບ​ພວກ​ທີ່ ລອດ​ຊີວິດມາ ​ແລະ​ແຟນ ດົນຕີຂອງຍຸກ​ນັ້ນ. ຮູບ​ເງົາສາລະ​ຄະດີ​ເລື້ອງນີ້ ຍັງ​ເວົ້າ​ເຖິງ​ຕອນສິ້ນ​ສຸດ​ລົງດ້ວຍ​ຄວາມ​ເຈັບ​ຊໍ້າ ຍ້ອນນໍ້າມື​ຂອງ​ພວກ​ຂະ​ເໝນ​ແດງ ​ໂດຍ​ຖ່າຍ​ທອດ​ຄວາມ​ຊົງ​ຈໍາ​ທີ່​ເລົ່າ​ໃຫ້​ຟັງ​ໂດຍ​ບັນດາ​ນັກ​ດົນຕີ ຕະຫຼອດທັງ​ທ່ານ ຈອນ ດີ​ນ ອະດີດ​ທີ່​ປຶກສາ​ຂອງ​ປະທານາ ທິບໍດີ Richard Nixon. ຮູບ​ເງົາ​ສາລະ​ຄະດີ​ເລື້ອງ​ນີ້ ຈະ​ນໍາ​ອອກ​ສາຍ​ຮອບປະ​ຖົມ​ມະ​ເລີກ​ຢ່າງ​ເປັນທາງ​ການ​ ໃນ​ທ້າຍ​ປີ​ນີ້.
XS
SM
MD
LG