ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບົດລາຍງານໃໝ່ ເຜີຍແບ ລາຍລະອຽດ ຂອງໂຄງການ ທີ່ເຄີຍປິດລັບເມື່ອກ່ອນ


New Drone Report Reveals Details of Once Secret Program
please wait

No media source currently available

0:00 0:02:34 0:00

ລັດຖະບານ ທ່ານໂອບາມາ ກ່າວວ່າ ພົນລະເຮືອນ ຫຼາຍກວ່າ 116 ຄົນໄດ້ຖືກ ຂ້າຕາຍ ໃນການໂຈມຕີ ດ້ວຍເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ ໃນລະຫວ່າງ ການປະຕິບັດການຕໍ່ຕ້ານການກໍ່ການຮ້າຍ ຢູ່ໃນປະເທດຕ່າງໆ ເຊັ່ນ ລີເບຍ ເຢເມັນ ໂຊມາເລຍ ແລະ ປາກິສຖານ. ໃນວັນສຸກຜ່ານມາ ທຳນຽບຂາວ ໄດ້ ເປີດເຜີຍ ລາຍລະອຽດຕ່າງໆ ກ່ຽວກັບ ໂຄງການນຶ່ງ ທີ່ເຄີຍປິດລັບມາໃນເມື່ອ ກ່ອນ ແລະ ແຜນການອັນນຶ່ງ ທີ່ທາງການກ່າວວ່າ ຈະເຮັດໃຫ້ການປະຕິບັດ ການເຊັ່ນນັ້ນ ມີຄວາມໂປ່ງໃສ ຂຶ້ນຕື່ມ. ຜູ້ສື່ຂ່າວ ວີໂອເອ ປະຈຳທຳນຽບຂາວ Mary Alice Salinas ມີລາຍລະອຽດຕື່ມ ຊຶ່ງໄຊຈະເລີນສຸກ ຈະນຳມາ ສະເໜີທ່ານ.

ຄືກັບອັນຢູ່ໃນປະເທດເຢເມັນນີ້ ການໂຈມຕີດ້ວຍເຮືອບິນໂດຣນ ແມ່ນໄດ້ ສັງຫານພົນລະເຮືອນ 64 ຫາ 116 ຄົນ ໃນລະຫວ່າງ ປີ 2009 ຫາ 2015” ອີງຕາມ ບົດລາຍງານ ທີ່ໄດ້ຖືກເປີດເຜີຍ ໂດຍ ທຳນຽບຂາວ ທີ່ໄດ້ຄອຍຖ້າມາ ເປັນເວລາດົນນານ.

ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວວ່າ “ປະທານາທິບໍດີ ເຊື່ອວ່າ ຍຸດທະສາດ ຕໍ່ຕ້ານການກໍ່ການຮ້າຍ ຂອງພວກເຮົາ ແມ່ນມີປະສິດທິພາບ ຫຼາຍຂຶ້ນ ແລະ ມີຄວາມເຊື່ອຖືໄດ້ຫຼາຍຂຶ້ນ ໃນເວລາ ທີ່ພວກເຮົາ ກຳລັງ ເຮັດໃຫ້ໂປ່ງໃສຢູ່ ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.”

ອີງຕາມ ຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ແມ່ນວ່າ ໄດ້ມີການໂຈມຕີ 500 ຄັ້ງ ຢູ່ໃນປາກິສຖານ ໂຊມາເລຍ ເຢເມັນ ແລະ ລີເບຍ.

ບົດລາຍງານນັ້ນ ບໍ່ໄດ້ລວມເອົາການໂຈມຕີຫຼາຍບັ້ນ ຢູ່ໃນ “ຫຼາຍໆເຂດທີ່ມີ ບັນຫາຂັດແຍ້ງກັນຢູ່” ເຊັ່ນວ່າ ອີຣັກ ຫຼື ຊີເຣຍ ເປັນຕົ້ນ.

ນັບຕັ້ງແຕ່ທ່ານໂອບາມາ ໄດ້ເຂົ້າຮັບໜ້າທີ່ເປັນຕົ້ນມາ ໂຄງການທີ່ຄັ້ງນຶ່ງ ເຄີຍ ເປັນຄວາມລັບ ໄດ້ໂຜ່ໂຕອອກມາໃຫ້ຮູ້ກັນວ່າ ເປັນເຄື່ອງມືທີ່ມີອານຸພາບທີ່ສຸດ ໃນການຕໍ່ຕ້ານພວກກໍ່ການຮ້າຍ.

ສະນັ້ນ ທ່ານໂອບາມາ ຈຶ່ງໄດ້ອອກຄຳສັ່ງດ້ານບໍລິຫານ ໂດຍແນເປົ້າໝາຍໃສ່ ເພື່ອໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ເພີ້ມຄວາມໂປ່ງໃສຫຼາຍຂຶ້ນ.

ທ່ານ Josh Earnest ກ່າວວ່າ “ປະທະນາທິບໍດີ ເຊື່ອວ່າ ມັນມີຄວາມສຳຄັນ ທີ່ຈະຕ້ອງໃຫ້ມີແບບແຜນ ທີ່ສະທ້ອນເຖິງ ປະເພດຂອງການປະຕິຮູບ ທີ່ລັດ ຖະບານຂອງທ່ານ ໄດ້ຈັດຕັ້ງປະຕິບັດ ເພື່ອຮັບປະກັນວ່າ ຂັ້ນຕອນທີ່ຖືກ ຕ້ອງທັງຫຼາຍແມ່ນຖືກປະຕິບັດ ເພື່ອຫລີກລ່ຽງການສູນເສຍຊີວິດ ຂອງພົນ ລະເຮືອນ ແລະ ເພື່ອຮັບປະກັນວ່າ ການປະຕິບັດການຕ່າງໆ ທີ່ໄດ້ຖືກດຳ ເນີນໄປນັ້ນ ແມ່ນສອດຄ່ອງກັບເປົ້າໝາຍຂອງຄວາມໝັ້ນຄົງແຫ່ງຊາດຂອງ ພວກເຮົາ.”

ແຕ່ກຸ່ມປົກປ້ອງສິດທິມະນຸດຕ່າງໆ ໄດ້ລາຍງານວ່າ ຈຳນວນການເສຍຊີວິດ ຂອງພົນລະເຮືອນ ແມ່ນມີສູງຂຶ້ນກວ່ານັ້ນ.

ແລະພວກເຂົາເຈົ້າກ່າວວ່າ ມີ ຄຳຖາມຫຼາຍເກີນໄປ ທີ່ຍັງບໍ່ທັນມີຄຳຕອບເທື່ອ.

ທ່ານນາງ Rita Siemion ຈາກກຸ່ມ Human Rights First ກ່າວວ່າ “ຄວາມ ຫຍຸ້ງຍາກກໍແມ່ນວ່າ ກົດລະບຽບຕ່າງໆ ແມ່ນແຕກຕ່າງກັນ ເວລາທ່ານໃຊ້ ກຳລັງໃນສົງຄາມ ຫຼື ຢູ່ນອກສົງຄາມ ແລະ ຄວາມພະຍາຍາມ ໃນການຕໍ່ ຕ້ານການກໍ່ຮ້າຍ ແທ້ຈິງແລ້ວ ແມ່ນເຮັດໃຫ້ມັນຍາກ ທີ່ຈະໄຕ່ຕອງວ່າ ກົດ ລະບຽບຊຸດໃດ ທີ່ຈະນຳມາໃຊ້ ແລະ ມາດຕະຖານແມ່ນແຕກຕ່າງກັນຫຼາຍ. ມັນແຕກຕ່າງກັນ ລະຫວ່າງການໃຊ້ກຳລັງທີ່ຮ້າຍແຮງຕໍ່ບຸກຄົນໃດນຶ່ງ ຜູ້ທີ່ ເປັນນັກລົບໃຫ້ເປັນຂັ້ນທຳອິດ ແທນທີ່ຈະໃຊ້ ກຳລັງຮ້າຍແຮງ ຂັ້ນເປັນຕາຍ ຍ້ອນເຫັນວ່າບໍ່ມີອັນອື່ນດີກວ່າ.”

ບັນດານັກຊ່ຽວຊານ ກ່າວວ່າ ເບິ່ງຊົງ ຫົນທາງທີ່ດີທີ່ສຸດ ເພື່ອກ້າວໄປຂ້າງໜ້າ ຄືຈະແມ່ນຍັງມືດມົວຢູ່ໄປອີກໃນຊ່ວງເວລານຶ່ງ.

ທ່ານ John Hannah ຈາກມູນນິທິ ປ້ອງກັນປະຊາທິປະໄຕ ກ່າວວ່າ “ຂ້າ ພະເຈົ້າຄິດວ່າ ແທ້ຈິງແລ້ວ ຈະຕ້ອງໃຫ້ມີການສົນທະນາກັນ ທີ່ຈຳເປັນນີ້ ລະຫວ່າງ ສະຫະລັດ ກັບ ລັດຖະສະພາ ແລະ ປະຊາຊົນອາເມຣິກັນ ແລະ ບັນດາພັນທະມິດຂອງພວກເຮົາ ກ່ຽວກັບວ່າ ພວກເຮົາຈະເຮັດແນວໃດ ເພື່ອໃຫ້ດີຂຶ້ນ ແລະ ຮັບປະກັນວ່າ ພວກເຮົາຈະເຮັດທຸກສິ່ງທຸກຢ່າງທີ່ເປັນ ໄປໄດ້ ແລະ ສ້າງຕັ້ງ ສະຖາບັນຕ່າງໆ ທີ່ຈຳເປັນ ແລະ ພິທັກຮັກສາໄວ້ ເພື່ອຫາຄວາມສົມດຸນອັນຖືກຕ້ອງ ທີ່ຮັບປະກັນ ຄວາມປອດໄພ ໃຫ້ແກ່ ຊາວອາເມຣິກັນ.”

ທຳນຽບຂາວ ກ່າວວ່າ ສະຫະລັດ ຕ້ອງປົກປ້ອງຂໍ້ມູນທີ່ລະອຽດອ່ອນ........ ເຖິງແມ່ນວ່າ ມັນຈະພະຍາຍາມ ທີ່ຈະເຜີຍແບຫຼາຍຂຶ້ນ ກ່ຽວກັບອາວຸດ ທີ່ ສຳຄັນ ໃນການຕໍ່ຕ້ານການກໍ່ການຮ້າຍກໍຕາມ.

The Obama administration says up to 116 civilians have been killed in U.S. drone strikes during counter-terrorism operations in Libya, Yemen, Somalia and Pakistan.The White House revealed details about the once-secret program on Friday and a plan officials say will make such operations more transparent.VOA White House correspondent Mary Alice Salinas has more.

Drone strikes, like this one in Yemen, inadvertently killed 64 to 116 civilians between 2009 to 2015, the White House revealed in the long-awaited report.

JOSH EARNEST, WHITE HOUSE SPOKESMAN
"The president believes that our counter-terrorism strategy is more effective and has more credibility when we're as transparent as possible."

Some 500 strikes were carried out in Pakistan, Somalia, Yemen and Libya, according to the Director for National Intelligence.

The report did not include strikes in "active conflict zones," such as Iraq or Syria.

Since Obama took office, the once-secret drone program….…has emerged as a powerful tool against terrorists.

So Obama issued an executive order aimed at minimizing casualties and increasing transparency.

JOSH EARNEST, WHITE HOUSE SPOKESMAN
"The president believes it is important to put an architecture in place that reflects the kinds of reforms that his administration has implemented so ensure that proper steps are taken to avoid civilian casualties and to ensure that the operations that are undertaken are consistent with our national security goals."

But human rights groups put the civilian death toll much higher.

And they say, there are still far too many unanswered questions.

RITA SIEMION, HUMAN RIGHTS FIRST
"The difficulty is that the rules are different if you are using force in a war or outside of a war and counterterrorism efforts really make it difficult to determine which set of rules are to be applied and the standards are very different. It's a difference between using lethal force against someone who is a combatant as a first resort vs. using lethal force as a last resort."

Experts say the best way forward will likely remain murky for sometime.

JOHN HANNAH, FOUNDATION OF DEFENSE OF DEMOCRACIES
"I think there really needs to have this necessary conversation between the United States, and the congress, and the American people and our allies about how we do this and how we can do better and ensure that we are doing everything possible and creating all of the necessary institutions and safeguards to find the right balance that ensures American security."

The White House says the U.S. must protect sensitive information…even as it tries to reveal more about a key weapon against terror.

XS
SM
MD
LG