ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການສູ້ລົບກັນ ຢ່າງໜັກ ທີ່​ເມືອງ ​ຍຸດ​ທະ​ສາດ ແຫ່ງນຶ່ງ ໃນ ຢູເຄຣນ


ທະຫານແບ່ງແຍກດິນແດນ ທີ່ນິຍົມຣັດເຊຍຄົນນຶ່ງ ຢືນຢູ່ປ້ອມ ຍາມກວດຄົນ ທີ່ເມືອງ Enakieve ໃນພາກຕາເວັນອອກຢູເຄຣນ.
ທະຫານແບ່ງແຍກດິນແດນ ທີ່ນິຍົມຣັດເຊຍຄົນນຶ່ງ ຢືນຢູ່ປ້ອມ ຍາມກວດຄົນ ທີ່ເມືອງ Enakieve ໃນພາກຕາເວັນອອກຢູເຄຣນ.

ການ​ສູ້​ລົບ​ກັນ​ຢ່າງຮ້າຍ​ແຮງ​ຍັງ​ດຳ​ເນີນ​ຢູ່​ຕໍ່ມາໃນ​ວັນ​ສຸກ​ວານ​ນີ້
ທີ່​ເມືອງ​ຍຸດ​ທະ​ສາດແຫ່ງນຶ່ງ ທາງ​ພາກຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
​ໃນ​ຂະນະ​ທີ່​ກາ​ນເຈລະຈາ​ສັນຕິພາບຮອບ​ໃໝ່ ລະຫວ່າງ Kyiv ​
ແລະພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ ທີ່ ໄດ້ຮັບການໜູນ​ຫລັງ​
ຈາກຣັດ​ເຊຍ ​ບໍ່ສາມາດເກີດຂຶ້ນໄດ້ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ ກ່າວ​ວ່າ ພົນລະ​ເຮືອນ​ເຈັດ​ຄົນ​ໄດ້​ເສຍ
​ຊີວິດ ​ໃນ​ວັນ​ສຸກ​ວານ​ນີ້ ​ຈາກ​ການ​ຍິງ​ຖະຫລົ່ມ​ຂອງ​ພວກ​ກະບົດ
ຢູ່​ໃນ​ເມືອງ​ທີ່​ລັດຖະບານ​ຄວບຄຸມ Debaltseve ບ່ອນທີ່ລາງ​ລົດ
​ໄຟມາພົບກັນ ຊຶ່ງເປັນສູນກາງ​ເຊື່ອມ ຕໍ່ ລະຫວ່າງສອງເຂດຂອງ​
ພວກ​ກະບົດ. ບັນດາ​ຜູ້​ເຫັນ​ເຫ​ດການ​ກ່າວ​ວ່າ ທະ ຫານຢູ​ເຄຣນ
​ແລະພວກ​ກະບົດ​ສະໜັບນິຍົມຣັດ​ເຊຍ ​ໄດ້ຍິງປືນຈາກ​ລົດ​ຖັງ ​ແລະ​ປືນ​ໃຫຍ່ ໂຈມຕີກັນ.

ພວກ​ກະບົດ ກ່າວ​ວ່າ ​ເຂົາ​ເຈົ້າ​ອ້ອມ​ຄ້າຍທະຫານລັດຖະບານ ຢູ່​ໃນ​ເມືອງດັ່ງ ກ່າວ ​ແລະ
​ຍັງ​ໄດ້​ຍຶດ​ເອົາເມືອງ​ Vuhlehirsk ທີ່ຢູ່​ໃກ້ໆ​ນັ້ນ. ຍັງບໍ່​ມີ​ການ​ຢືນ​ຢັນຈາກແຫຼ່ງຂ່າວທີ່​ເປັນ
ອິດສະຫຼະເທື່ອ.

ຮອງລັດຖະມົນຕີປ້ອງ​ກັນ​ປະ​ເທດ ຂອງພວກກະບົດແບ່ງແຍກດິນແດນ ທ່ານ Eduard
Basurin ພວກ​ແບ່ງ​ແຍກ​ດິນ​ແດນ ກ່າວ​ວ່າ “ມື້​ນີ້ ວັນ​ທີ 30 ​ເດືອນ​ມັງກອນ ຢູ່​ໃນ​ລະ
ຫວ່າງ​ການ​ສູ້​ລົບ​ກັນ ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ ບັນດາ​ກອງ​ທະຫານ ຂອງສາທາລະນະລັດປະ
ຊາຊົນ Donetsk ​ໄດ້​ປົດ​ປ່ອຍ ​ແລະ​ເຂົ້າ​ຄວບ​ຄຸມເມືອງ Vuhlehirsk ​ແລະເຂດອ້ອມ​
ແອ້ມ.”

​ນອກຈາກ​ນັ້ນແລ້ວ ໃນ​ວັນ​ສຸກ​ວານ​ນີ້ ຫ້ອງການ​ປົກຄອງ​ເມືອງ Donetsk ທີ່​ ​ຢູ່​ໃນເຂດ
ຄວບ​ຄຸມຂອງພວກ​ກະບົດ ​ໄດ້​ລາຍ​ງານ​ວ່າ ຫ້າ​ຄົນ​ໄດ້​ເສ​ຍຊີວິດ​ຈາກ​ການຍິງ​ຖະຫລົ່ມ
​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ລໍຖ້າ​ການ​ຊ່ວຍ​ເຫ​ລື​ອ ດ້ານ​ມະນຸດ​ສະ​ທຳ ຢູ່​ນອກ​ສູນ​ກາງວັດທະນາ​
ທຳ ​ໃນ​ຂະນະ​ທີ່​ອີ​ກສອງ​ຄົນ​ໄດ້​ເສຍ​ຊີວິດ​ຈາກ​ການ​ຍິງ​ຖະຫລົ່ມ​ ​ໃສ່​ລົດ​ບັສໄຟຟ້າ ຢູ່​ໃນ
ອີກເຂດນຶ່ງຂອງເມືອງ Donetsk.

ບັນດາ​ເຈົ້າ​ໜ້າ​ທີ່ໃນ​ເມືອງດັ່ງກ່າວ ​ໄດ້​ຖິ້ມໂທດການ​ໂຈມ​ຕີນີ້ ​ໃສ່ກຳລັງ​ລັດຖະບານ​
ຢູ​ເຄຣນ. ຫ້ອງການ​ຮັກສາ​ຄວາມ​ປອດ​ໄພ ​ແລະສະພາ​ປ້ອງຊາດຂອງລັດຖະບານ​
ຢູ​ເຄຣນ ໄດ້ຖິ້ມໂທດການ​ຍິງ​ຖະຫລົ່ມ ​ຢູ່​ນອກ​ຕຶກ​ສູນ​ກາງວັດ​ທະ​ນາ​ທຳ ​ໃສ່​ພວກ​ກະ
ບົດ ​ແລະ​ເວົ້າວ່າ ຈຳນວນຜູ້​ເສຍ​ຊີວິດ​ມີ​ເຈັດ​ຄົນ.

​ໃນ​ຂະນະ​ດຽວ​ກັນ ການ​ເຈລະ​ຈາ​ສັນຕິພາບ ທີ່​ໄດ້​ກຳນົດ​ຈະ​ເລີ້ມ​ຂື້ນ​ໃນ​ວັນ​ສຸກ​ວານ​ນີ້ ​
ຢູ່​ໃນນະຄອນ Minsk ​ນັ້ນ ບໍ່ໄດ້ມີຂຶ້ນຕາມທີ່ຄາດໝາຍໄວ້ ຫລັງ​ຈາກ​ຜູ້​ແທນຂອງພວກ​
ແບ່ງ​ແຍກ​ດິນ​ແດນ​ສອງ​ຄົນ ທີ່​ໄດ້​ມາ​ເມືອງຫລວງ​ຂອງປະ​ເທດ Belarus ປະກາດ​ວ່າ
ການ​ເຈລະຈາ​ໄດ້ຖືກຍົກເລີກ ​ແລະ​ເຂົາເຈົ້າ​ໄດ້​ບິນ​ກັບ​ຄືນ​ໄປນະຄອນ​ມົສກູ.

UKRAINE CNPK
please wait
Embed

No media source currently available

0:00 0:01:56 0:00

Fierce fighting continued Friday in a strategic town in eastern Ukraine, as a new round of peace talks between Kyiv and Russia-backed separatists failed to materialize.

Ukrainian authorities say seven civilians were killed Friday by rebel shelling in the government-held town of Debaltseve, a rail junction that connects two rebel centers.Witnesses say Ukrainian troops and pro-Russian rebels exchanged tank and artillery fire.

Rebels say they are encircling government garrisons in the city and have also taken the nearby town of Vuhlehirsk. There was no independent confirmation of the claims.

((Act available in Reuters video)) "Today, January 30, during persistent fighting, the divisions of the army of the Donetsk People's Republic freed and took full control of the city of Vuhlehirsk and its surroundings," said the separatists' deputy defense minister, Eduard Basurin.

Also Friday, the city administration in rebel-controlled Donetsk reported that five people were killed by shell fire as they were waiting for humanitarian aid outside a cultural center, while another two people died when shelling hit a trolleybus elsewhere in the city.

City officials blamed the attacks on Ukrainian government forces. The Ukrainian government's National Security and Defense Council blamed the shelling outside the cultural center on the rebels, and put the death toll at seven.

Meanwhile, peace talks that were set to take place Friday in Minsk failed to materialize after two separatist delegates who had come to the Belarussian capital announced that the talks were off and that they were flying back to Moscow.

Ukraine's President Petro Poroshenko had called for the new round of talks in response to the recent upsurge in fighting in eastern Ukraine. Last week, the rebels announced they were launching a new offensive and no longer recognized the cease-fire agreement signed last September.

That cease-fire has been violated repeatedly, with each side blaming the other for breaches.

On Thursday, European Union foreign ministers agreed to extend by six months existing sanctions imposed on Russian and Russian-backed separatist officials for their role in the conflict.

During a meeting in Brussels, the ministers also agreed to come up with more names to add to a list of people subject to an asset freeze and travel ban.

XS
SM
MD
LG