ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 12 ຄົນ ເສຍຊີວິດ ໃນການປະທະກັນ ຮອບໃໝ່ ໃນຢູເຄຣນ


ທະຫານ ແບ່ງແຍກດິນແດນຄົນນຶ່ງ ທີ່ສະໜັບສະໜູນຣັດເຊຍ ຢືນຍາມທີ່ດ່ານກວດ Enakieve ໃນພາກຕາເວັນອອກ ຢູເຄຣນ.
ທະຫານ ແບ່ງແຍກດິນແດນຄົນນຶ່ງ ທີ່ສະໜັບສະໜູນຣັດເຊຍ ຢືນຍາມທີ່ດ່ານກວດ Enakieve ໃນພາກຕາເວັນອອກ ຢູເຄຣນ.

ຢ່າງ​ໜ້ອຍ 12 ຄົນ​ເສຍ​ຊີວິດຢູ່​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ
ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ ຍ້ອນການ​ປະ​ທະ​ກັນ​ລະຫວ່າງ
ທະຫານ​ຢູ​ເຄຣນ ​ແລະ​ພວກ​ກະບົດ​ ແບ່ງ​ແຍກ​ດິນ​ແດນນິຍົມ
ຣັ​ດ​ເຊຍ.

ບັນດາ​ເຈົ້າ​ໜ້າ​ທ້ອງຖິ່ນ​ ກ່າວວ່າ ພົນລະເຮືອນ​ຢ່າງ​ໜ້ອຍ​ເຈັດ
​ຄົນ ຮ​ວມຢູ່​ໃນ ບັນດາ​ຜູ້​ເຄາະ​ຮ້າຍຍ້ອນຄວາມ​ຮຸນ​ແຮງ​ໃນ​ວັນ​
ສຸກ​ມື້​ນີ້ ຊຶ່ງ​ເປັນຄັ້ງ​ຫລ້າ​ສຸດ ໃນການ​ປະ​ທະ​ກັນ ຂອງເດືອນນີ້
ຫລັງ​ຈາກ​ການ​ຢຸດ​ຍິງ ​ໄດ້​ແຕກຫັກລົງ​ໃນ​ຕົ້ນ​ປີນີ້.

ການ​ປະ​ທະ​ກັນ​ເທື່ອຫລ້າສຸດ ໄດ້​ເກີດ​ຂື້ນ​ທີ່​ເມືອງ Bebaltseve
ຊຶ່ງເປັນບ່ອນ ທີ່ລາງ​ລົດໄຟມາພົບກັນ ຊຶ່ງເປັນສູນກາງ​ຕິ​ດຕໍ່ກັບຂົງ​ເຂດທີ່​ພວກ​ແບ່ງ​ແຍກ​
ດິນ​ແດນ ໃນແຂງ Luhansk ​ແລະ Donetsk.

ເບິ່ງວີດີໂອກ່ຽວຂ້ອງ:

Pro-Kremlin Youth Group Creatively Promotes 'Patriotic' Propaganda
please wait

No media source currently available

0:00 0:03:27 0:00

ການ​ຍິງ​ຖະຫລົ່ມ​ຍັງ​ເກີດ​ຂື້ນ​ຢູ່​ໃນ​ເ​ມື​ອງ Donetsk ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 23 ຄົນ.

​ໃນ​ວັນ​ພະຫັດ​ວານນີ້ ບັນດາ​ລັດຖະມົນ​ຕີການຕ່າງປະເທດຂອງສະຫະພາບ​ຢູ​ໂຣບ ​ໄດ້
ເຫັນ​ດີ​ໃຫ້ຕໍ່​ເວລາອອກໄປ​ອີກ​ຫົກ​ເດືອນຂອງ​ການ​ລົງ​ໂທດ​ທີ່​ມີ​ຢູ່​ແລ້ວນັ້ນ ​ແກ່ຣັດ​ເຊຍ
​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ແບ່ງ​ແຍກດິນ​ແດນ ​ທີ່​ສະ​ໜັບສະ​ໜູນ​ໂດຍຣັດ​ເຊຍ​ ໃນ​ບົດບາດ
ການ​ພົວພັນ​ຢູ່ໃນບັນຫາຂັດແຍ້ງຂອງ​ເຂົາ​ເຈົ້າ.

ລະຫວ່າງ​ກອງ​ປະ​ຊຸມ​ທີ່​ນະຄອນ Brussels ບັນດາ​ລັດຖະມົນ​ຕີ ຍັງ​ໄດ້​ເຫັນ​ດີນຳ​ການ​
ເພີ້​ມລາຍ​ຊື່​ຂອງ​ພວກທີ່ຈະຖືກ​ກັກ​ຊັບ​ສິນ ​ແລະ​ຫ້າມ​ເດີນທາງ.

ກາ​ນ​ເຄຶ່ອນ​ໄຫວ​ຂອງສະຫະພາບ​ຢູ​ໂຣບ ມີຂຶ້ນຫລັງຈາກການ​ຮຽກຮ້ອງ​ໃນ ຕອນ​ເຊົ້າວັນ
​ພະຫັດ​ວານ​ນີ້ ​ໂດຍ​ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ​ໃຫ້​ມີ​ການ​ເຈ​ລະ​
ຈາ​ດ່ວນ ກັບ​ພວກ​ກະບົດ ​ເພື່ອ​ໃຫ້​ບັນລຸ “ການ​ຢຸດ​ຍິງໂດຍ​ທັນ​ທີ” ​ແລະ​ການ​ຖອນ​ອາວຸດ​
ໜັກ​ຈາກບັນດາ​ເຂດ​ແນວ​ໜ້າ ດັ່ງທີ່ ໄດ້ກຳນົດໄວ້ໃນຂໍ້ຕົກລົງ​ຢຸດ​ຍິງ ທີ່​ທັງ​ສອງ​ຝ່າຍ​ໄດ້
​ເຊັນ​ກັນ ໃນ​ເດືອນ​ກັນຍາ​ແລ້ວ​ນີ້ ​ທີ່ນະຄ​ອນ Minsk ປະ​ເທດ Belarus.

ການ​ຕົກລົງ​ໄດ້​ກ່າວ​ໄດ້​ມີການລະເມີດ​ຊຳ້ແລ້​ວຊຳ້​ອີກ ຊຶ່ງ​ແຕ່ລະ​ຝ່າຍຕ່າງກໍ​ຕິຕຽນ​ກັນ ​ໃນ​
ການ​ລະ​ເມີດເຫຼົ່ານີ້.

Belarus ກ່າວ​ວ່າ ຕົນ​ຈະ​ເປັນ​ເຈົ້າພາບ​ການ​ເຈລະຈາ ​ໃນ​ວັນ​ສຸກ​ມື້​ນີ້ ​ລ​ະ ຫວ່າງ​ບັນດາ​
ຜູ້ຕາງ​ໝ້າ​ ຢູ​ເຄຣນ ​ແລະລັດຖະບານຣັດ​ເຊຍ ພ້ອມດ້ວຍ ອົງການ​ວ່າດ້ວຍຄວາມ​ໝັ້ນຄົງ
​ແລະ​ການຮ່ວມມືໃນຢູ​ໂຣບ.

UKRAINE CNPK
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG