ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ຄົນໃໝ່ ຂອງ ອາຟຣິກາກາງ ວ່າ ສິ່ງສຳຄັນ ກໍຄື ໃຫ້ຜູ້ຄົນ ມີຄວາມສະຫງົບ


ທ່ານນາງ Catherine Samba-Panza ປະທານາທິບໍດີ ຜູ້ຍິງ ຄົນທໍາອິດ ຂອງ ສາທາລະນະລັດ ອາຟຣິກາກາງ
ທ່ານນາງ Catherine Samba-Panza ປະທານາທິບໍດີ ຜູ້ຍິງ ຄົນທໍາອິດ ຂອງ ສາທາລະນະລັດ ອາຟຣິກາກາງ
ປະທານາທິບໍດີຊົ່ວຄາວ​ຄົນ​ໃໝ່ ຂອງສາທາລະນະ​ລັດອາຟຣິກາ
​ກາງ ກ່າວ​ຕໍ່ວີ​ໂອ​ເອວ່າ ສິ່ງ​ສໍາຄັນ​ທີ່​ສຸດ ທີ່​ຈະ​ຕ້ອງເຮັດ ເພື່ອ​ນຳ
ເອົາ​ສັນຕິພາບມາສູ່​ປະ​ເທດຂອງ​ນາງນັ້ນກໍ​ຄື “​ເຮັດ​ໃຫ້ຜູ້​ຄົນຜ່ອນ
ຄາຍຄວາມຄຽດແຄ້ນລົງ.”

ຢູ່​ໃນ​ການ​ສໍາພາດ​ຄັ້ງ​ທຳອິດ ນັບ​ແຕ່​ທ່ານ​ນາງ​ຖືກ​ເລືອກ​ເປັນປະ
ທານາທິບໍດີ​ໃນ​ວັນ​ຈັນວານນີ້ ທ່ານ​ນາງ Catherine Samba–
Panza ກ່າວ​ຕໍ່ວີ​ໂອ​ເອພະ​ແນ​ກພາສາ​ຝຣັ່ງ ໄປຍັງອາ​ຟຣິກາວ່າ
ທ່ານ​ນາງຄິດ​ວ່າ​ ມີ​ຜູ້​ຍິງ​ເປັນຜູ້​ນໍາ​ຂອງ ສາ​ທາ​ລະນະ​ລັດອາ​ຟຣິ
ກາ​ກາງ ຈະ​ຊ່ວຍ “ເຮັດໃຫ້ພວກ ​ທີ່ມີ​ແຕ່​ຄວາມ​ຄຽດ​ແຄ້ນ ​ຢູ່​ໃນ​
ຫົວ​ໃຈ​ຂອງ​ເຂົາ​ເຈົ້າ ຜ່ອນຄາຍລົງ.”

ທ່ານ​ນາງ Samba-Panza ​ເປັນ​ປະທານາທິບໍດີ ຜູ້ຍິງ​ຄົນ​ທໍາ​ອິດ​ຂອງ​ປະ​ເທດ ​ແລະ​ເປັນ​
ເຈົ້າ​ຄອງ​ນະຄອນ​ຫລວງ Bangui. ທ່ານ​ນາງ ​ໄດ້​ຖືກ​ເລືອກ​ໃນ​ວັນ​ຈັນ ​ວານຈີ້ ໂດຍສະພາ
ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ ​ເພື່ອ​ນໍາພາ​ປະ​ເທດ​ ອອກ​ຈາກຄວາມ​ຮຸນແຮງ ທີ່ມີມາ​ໄດ້​ຫຼາຍ
​ເດືອນແລ້ວ ​ລະຫວ່າງພວກມຸສລິ​ມແລະ​ຄຣິສຕຽນ. ຄວາມ​ບໍ່​ທຸ່ນ​ທ່ຽງ​ ​ເຮັດ​ໃຫ້​ຫລາຍ​ກວ່າ
900,000 ຄົນຫລົບໜີຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ທ່ານ​ນາງ Samba-Panza ກ່າວ​ວ່າ ປະ​ເທດຊາດ ພວກຕົກຢູ່​ໃນສະພາບ​ທີ່ ຍຸ່ງຍາກ​ລຳ
ບາກ​: “ປະຊາຊົນມີ​ຄວາມ​ຍາກຈົນ​ທີ່​ສຸດ. ປະຊາຊົນ​ຍັງ​ຕ້ອງການ​ຢາກຮູ້ສຶກ​ມີ​ຄວາມ​ປອດ
​ໄພ ຢູ່ໃນທົ່ວທຸ​ກ​ແຫ່ງ ​ໃນສາທາລະນະ​ລັດອາ​ຟຣິກກາ​ກາງ.

ໃນອີກດ້ານນຶ່ງໃນ​ວັນ​ຈັນ​ວານ​ນີ້ ​ໂຄງການ​ອາ​ຫານ​ໂລກກ່າວວ່າ ອາຫານຂອງ ຕົນຢູ່ໃນ
ປະເທດດັງກ່າວກໍາລັງ​ຈະ​ໝົດລົງ ​ເພາະ​ຄວາມ​ບໍ່​ສະຫງົບຍັງ​ດໍາ​ເນີນ​ຢູ່ ມາ.​

ອົງການອາຫານໂລກເວົ້າ​ວ່າ ບັນດາ​ລົດ​ຂົນ​ສົ່ງ​ຂອງ​ຕົນ ກໍາລັງ​ຢູ່​ຊາຍ​ແດນ ສາ​ທາ​ລະນະ
​ລັດອາ​ຟຣິກາ​ກາງ ກັບ Cameroon ​ແຕ່​ກ່າວ​ວ່າ ພວກ​ຄົນ​ຂັບ​ລົດ ປະຕິ​ເສດບໍ່ຍອມ​ທີ່​ຈະ
​ຂ້າມ​ເຂົ້າ​ຊາຍແດນ ຍ້ອນ​ບໍ່​ມີ​ຄວາມ​ປອດ​ໄພ.
XS
SM
MD
LG