ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກການເມືອງ ກຳປູເຈຍ ສ້າງຄວາມເຊື່ອຖື ໃນເຂດຊົນນະບົດ


New Cambodia Party Aims to Build Political Trust in Countryside
please wait

No media source currently available

0:00 0:02:48 0:00

ບັນດາພັກການເມືອງທີ່ສຳຄັນຂອງ ກຳປູເຈຍ ແມ່ນໄດ້ເລີ່ມໂຄ ສະນາຫາສຽງໃນເຂດຊົນ ນະບົດແລ້ວ ເພື່ອຫາຄະແນນສຽງສຳລັບການ ເລືອກຊຸມ​ຊົນ ທີ່ຈະມີຂຶ້ນໃນເດືອນມິຖຸນາ ປີໜ້ານີ້ ເຊິ່ງ​ເບິ່ງ​ກັນ​ວ່າ​ເປັນ​ເຄື່ອງວັດແທກສຳລັບການ​ເລືອກ​ຕັ້ງແຫ່ງຊາດ ໃນປີ 2018. ພັກຮາກຖານປະຊາທິປະໄຕໃໝ່ ຫຼື GDP ແມ່ນກຳລັງດຶງດູດ ບັນດາຊາວນາຂອງ ກຳປູ ເຈຍ ຢ່າງຊ້າໆ ໂດຍອ້າງວ່າ ຈະສະເໜີທາງເລືອກໃໝ່​ແບບ ມີ​ທຸກ​ຝ່າຍ​ເຂົ້າຮ່ວມ “ຈາກ ລຸ່ມຫາເທິງ” ​ແທນໂຄງຮ່າງອຳນາດລວມສູນການເມືອງກະແສຫຼັກຂອງກຳປູເຈຍ. ນັກ ຂ່າວ Daniel de Carteret ມີລາຍງານສຳລັບ ວີໂອເອ ຈາກເມືອງ Takeo, ປະເທດ ກຳປູເຈຍ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ມັນຢູ່ໃນທົ່ງນາຂອງເຂດຊົນນະບົດແຫ່ງນີ້ ທີ່ໜຶ່ງໃນບັນດາພັກ ການເມືອງທີ່ໃໝ່ທີ່ສຸດ ຂອງ ກຳປູເຈຍ ກ່າວວ່າ ການປ່ຽນແປງແມ່ນກຳລັງຖືກກະຕຸ້ນໃຫ້ເກີດຂຶ້ນ.

ພັກປະຊາທິປະໄຕຮາກຖານ ຫຼື GDP ໄດ້ຖືກກໍ່ຕັ້ງຂຶ້ນເມື່ອປີປາຍທີ່ ຜ່ານມາ, ໂດຍກ່າວ ວ່າການຮັບຮູ້ເຖິງປະຊາທິປະໄຕ ແມ່ນກຳລັງແຜ່ ຂະຫຍາຍໄປຫາບັນດາຜູ້ລົງຄະແນນ ສຽງໃນເຂດຊົນນະບົດ ຜູ້ທີ່ມີ ຄວາມເບື່ອໜ່າຍກັບການນຳພາ “ຈາກເທິງຫາລຸ່ມ” ທີ່ໄດ້ ສະແດງໃຫ້ ເຫັນລັກສະນະຂອງສອງພັກການເມືອງທີ່ມີອຳນາດຂອງ ກຳປູເຈຍ.

ການເມື່ອຍກັບການລໍຖ້າກອງທຶນລັດຖະບານ ທີ່ຈະຖືກປ່ອຍຈາກງົບ ປະມານແຂວງ, ບັນ ດາຊາວນາໃນໝູ່ບ້ານແຫ່ງນີ້ ໄດ້ລວມເງິນຂອງ ພວກເຂົາເຈົ້າເອງ ແລະ ກໍ່ສ້າງລະບົບຊົນ ລະປະທານ ທີ່ໃຫ້ຜົນປະ ໂຫຍດໄປທົ່ວຊຸມຊົນ.

ທ່ານ Ourn Sophal ປະທານສະມາຄົມຊາວນາທ້ອງຖິ່ນ ພ້ອມ​ທັງ​ເປັນຫົວໜ້າພັກ GDP ໃນ​ເຂດ​ດັ່ງກ່າວ ກ່າວວ່າ “ປະຊາຊົນເຫັນພ້ອມກັນວ່າ ຖ້າພວກເຮົາບໍ່ສ້າງມັນໂດຍ ພວກເຮົາເອງ ແລະ ລໍຖ້າລັດຖະບານຢູ່, ພວກເຮົາກໍຈະບໍ່ມີມັນ, ຍ້ອນວ່າຫົວໜ້າລັດ ຖະບານທ້ອງຖິ່ນໄດ້ກ່າວວ່າ ປະຕູນ້ຳແຫ່ງນີ້ບໍ່ສາມາດຖືກສ້າງຂຶ້ນໂດຍການນຳໃຊ້ງົບ ປະມານຂອງລັດຖະບານທ້ອງຖິ່ນ.”

ພັກ GDP ກ່າວວ່າ ນ້ຳໃຈຂອງຊຸມຊົນແຫ່ງນີ້ ແມ່ນກຳລັງປ່ຽນການ ເມືອງຂອງ ກຳປູເຈຍ ໂດຍຊິ້ນເຊີງ. ຜູ້ກໍ່ຕັ້ງຂອງພັກກ່າວວ່າ ການ ທຳການຕັດສິນໃຈຮ່ວມກັນ, ແມ່ນເລື່ອງທີ່ບໍ່ ປົກກະຕິໃນຊີວິດຄົນຊົນ ນະບົດ, ບ່ອນທີ່ປະຊາຊົນໄດ້ຄຸ້ນເຄີຍກັບສິ່ງທີ່ປະກົດວ່າຈະເປັນ ພັນ ທະຂອງໝູ່ບ້ານຂອງພວກເຂົາເຈົ້າ ແລະ ຫົວໜ້າລັດຖະບານທ້ອງຖິ່ນໄປຫາບັນດາ ຜູ້ນຳຕ່າງໆໃນນະຄອນຫຼວງ ພະນົມເປັນ.

ການລວມກັນຂອງບັນດາຊາວນາ, ທຳອິດພວກເຂົາເຈົ້າຈະມາລວມກັນ ເພື່ອເຮັດໃຫ້ ພວກເຂົາເຈົ້າມີອຳນາດໃນການຕໍ່ລອງເພີ່ມຂຶ້ນ ສຳລັບຜະ ລິດຕະພັນຂອງພວກເຂົາເຈົ້າ, ຕອນນີ້ກຳລັງຫັນສາຍຕາໄປຫາການ ເມືອງໃນທ້ອງຖິ່ນ.

ເລີ່ມຕົ້ນດ້ວຍບັນດາໝູ່ບ້ານທີ່ຕັ້ງຢູ່ໃກ້ກັບນະຄອນຫຼວງ, ຜູ້ກໍ່ຕັ້ງພັກ ກ່າວວ່າ ພວກເຂົາ ເຈົ້າກຳລັງພົບປະກັບບັນດາຜູ້ລົງຄະແນນ ທີ່ໝົດ ຄວາມສົນໃຈແລ້ວ ແລະ ສະໜອງພື້ນ ທີ່ສຳລັບປະຊາຊົນທີ່ຈະປຶກສາ ຫາລືກັນ, ແລະ ລົງຄະແນນສຽງ, ກ່ຽວກັບ ຂອບເຂດຂອງ ນະໂຍບາຍ ພັກ, ຈາກການພັດທະນາເສດຖະກິດ ຫາສຸຂະພາບ ແລະ ການສຶກ ສາ ແລະ ແມ່ນກະທັ້ງການພົວພັນກັບຕ່າງປະເທດ.

ທ່ານ Yaing Saing Koma, ຜູ້ຮ່ວມກໍ່ຕັ້ງພັກປະຊາທິປະໄຕຮາກຖານ ທີ່ຕະຫຼາດ Ang Tasom ແຂວງ Takeo. 9 ສິງຫາ 2016.
ທ່ານ Yaing Saing Koma, ຜູ້ຮ່ວມກໍ່ຕັ້ງພັກປະຊາທິປະໄຕຮາກຖານ ທີ່ຕະຫຼາດ Ang Tasom ແຂວງ Takeo. 9 ສິງຫາ 2016.

ທ່ານ Yaing Saing koma ຜູ້ຮ່ວມກໍ່ຕັ້ງພັກປະຊາທິປະໄຕຮາກຖານ ກ່າວວ່າ “ເວົ້າ ສັ້ນໆ, ນະໂຍບາຍຂອງພວກເຮົາແມ່ນເພັ່ງເລັງໃສ່ການ ພັດທະນາເຂດຊົນນະບົດຈາກ ຮາກ ຖານ ແລະ ກະຈາຍອຳນາດເພື່ອ ຮັບປະກັນວ່າ ແຕ່ລະຄົນຢູ່ໃນລະດັບລັດຖະ ບານທ້ອງ ຖິ່ນ ມີຄວາມ ສາມາດພຽງພໍ ເພື່ອແກ້ໄຂບັນຫາຂອງພວກເຂົາເຈົ້າເອງ ແລະ ມີ ເສລີພາບ ແລະ ມີແຫຼ່ງຊັບພະຍາກອນຕ່າງໆ ເພື່ອແກ້ໄຂບັນຫາສຳລັບພວກເຂົາ ເຈົ້າເອງ.”

ນອກຈາກນັ້ນ ການຄັດຄ້ານຕໍ່ນະໂຍບາຍສາມາດເຮັດໃຫ້ປະເທດເຕັມ ໄປດ້ວຍຄວາມ ອັນຕະລາຍ ເຊິ່ງປະຫວັດສາດທາງດ້ານການເມືອງຂອງພວກເຂົາເຈົ້ານັ້ນ ເຄີຍຖືກໝາຍ ດ້ວຍຄວາມຮຸນແຮງມາກ່ອນ.

ໃນເດືອນກໍລະກົດທີ່ຜ່ານມາ, ນັກວິເຄາະການເມືອງຄົນສຳຄັນ ທ່ານ Kem Ley ເຊິ່ງບົດ ຄົ້ນຄວ້າຂອງທ່ານໄດ້ຊ່ວຍເຫຼືອໃນການກໍ່ຕັ້ງພັກ GDP, ໄດ້ຖືກລອບສັງຫານໃນຂະນະ ທີ່ກຳລັງນັ່ງດື່ມກາເຟ ໃນນະ ຄອນຫຼວງ ພະນົມເປັນ.

ການຄາດຕະກຳ, ເຊິ່ງຄ້າຍຄືກັບການຂ້າຄົນໃນການເມືອງຂອງຫຼາຍ ປີທີ່ຜ່ານມາ, ໄດ້ສົ່ງ ຄື້ນສັ່ນສະເທືອນ ໄປທົ່ວເຂດຊົນນະບົດຂອງ ກຳປູເຈຍ, ບ່ອນທີ່ນັກວິຈານລັດຖະບານ ໄດ້ເປັນທີ່ຮູ້ຈັກດີສຳລັບ ການປະກົົດຕົວໃນລາຍການວິທະຍຸຢ່າງເປັນປະຈຳ.

ດ້ວຍສະມາຊິກພັກຈຳນວນ 2,000 ຄົນໃນປະຈຸບັນນີ້, ມັນຈະເປັນ ການເຜົາໄໝ້ແບບ ຊ້າໆສຳລັບພັກປະຊາທິປະໄຕຮາກຖານ. ແຕ່ມັນກຳລັງສ້າງການເຊື່ອມຕໍ່ເຂົ້າໃນການ ຜູກມັດທາງການເມືອງຫຼາຍຂຶ້ນ ແລະ ມີການເຊື່ອມຕໍ່ທີ່ດີຂຶ້ນກວ່າເກົ່າ ກັບຜູ້ທີ່ມາເລືອກ ຕັ້ງໃນເຂດ ຊົນນະບົດ ທີ່ມັນມີຄວາມຮຽກຮ້ອງຕ້ອງການຫຼາຍຂຶ້ນ ຈາກບັນດາຜູ້ນຳ ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG