ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ລ​​ມຕ ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ກ່າວ​ວ່າ​​ບໍ່ໄດ້ມີ​ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ເມືອງ Aleppo ຕໍ່ໄປແລ້ວ


ພວກ​ຜູ້​ຄົນ​ພາກັນ​ຂົນ​ຍ້າຍສຳພາລະ​ອອກ​ຈາກ ຂົງ​ເຂດ​ທີ່​ຖືກ​ທຳລາຍ ຫຼັງ​ຈາກ ທີ່ ​ເຂົ້າ​ຍຶດ​ເອົາ​ຄຸ້ມບ້ານ Qaterji ທີ່​ເມືອງ Aleppo, 17 ຕຸລາ, 2016.
ພວກ​ຜູ້​ຄົນ​ພາກັນ​ຂົນ​ຍ້າຍສຳພາລະ​ອອກ​ຈາກ ຂົງ​ເຂດ​ທີ່​ຖືກ​ທຳລາຍ ຫຼັງ​ຈາກ ທີ່ ​ເຂົ້າ​ຍຶດ​ເອົາ​ຄຸ້ມບ້ານ Qaterji ທີ່​ເມືອງ Aleppo, 17 ຕຸລາ, 2016.

ຣັດເຊຍກ່າວວ່າ ກຳລັງຂອງຕົນກັບຂອງຣັດຖະບານຊີເຣຍ ທ່ານ Bashar al-Assad ໄດ້ຢຸດເຊົາຖິ້ມລະເບີດໃສ່ເມືອງອາເລັບໂປທາງພາກເໜືອຂອງຊີເຣຍ ກ່ອນໜ້າ “ການຊ່ອຍ​ເຫຼືອດ້ານມະນຸດສະທຳ” ທີ່ວາງແຜນໄວ້ສຳລັບ ວັນພະຫັດມື້ຮື.

ຣມຕ ປ້ອງກັນປະເທດ ຣັດເຊຍ ທ່ານ Sergei Shoigu ໄດ້ອອກຄຳປະກາດດັ່ງກ່າວ
ທາງໂທຣະພາບໃນວັນອັງຄານມື້ນີ້ວ່າການຍຸຕິຖິ້ມລະເບີດທາງອາກາດດັ່ງກ່າວຈະມີ​
ຜົນບັງຄັບ ໃຊ້ເວລາ 10 ໂມງເຊົ້າຕາມເວລາທ້ອງຖິ່ນ.

ການຍຸຕິໃນວັນພະຫັດໃນການສູ້ຮົບແມ່ນເຮັດຂຶ້ນ ເພື່ອປ່ອຍໃຫ້ພົນລະເຮືອນ ໄດ້ໜີ
ອອກໄປຈາກເຂດສູ້ຮົບກັນ ລວມທັງພວກທີ່ເຈັບເປັນ ຫຼືບາດເຈັບ ຕະຫຼອດທັງພວກ
ກະບົດ ຜູ້ທີ່ ຢາກອອກໜີໄປນັ້ນນຳ. ພົນໂທ ຣັດເຊຍ Shoigu ກ່າວວ່າ ມີຫົນທາງ ສອງເສັ້ນ ທີ່ ຜູ້ຄົນຈະອອກໄປຈາກອາເລັບໂປໄດ້ ແລະການໂຈະການສູ້ຮົບທີ່ວ່ານີ້ ຈະມີຜົນບັງຄັບໃຊ້ ຕັ້ງແຕ່ 8​ ໂມງ ຫາ 16 ໂມງ.

ທັງ ສະຫະລັດແລະ ຢູໂຣບບາງປະເທດ ຕ່າງກໍກ່າວຫາມົສກູແລະຊີເຣຍວ່າ ສ້າງ
ຄວາມໂຫດຮ້າຍ ທາລຸນໃສ່ເມືອງອາລັບໂປ ແຕ່ພວກເຈົ້າໜ້າທີ່ຣັດເຊຍປະຕິເສດ
ບໍ່ຍອມຮັບ.

ທ່ານ ມາກ ໂທເນີ ໂຄສົກ ກຊ ຕ່າງປະເທດ ສຫຣ ໄດ້ກ່າວໃນວັນຈັນວານນີວ່າເມືອງ
ດັ່ງກ່າວ ໄດ້ກາຍເປັນບ່ອນທຳສົງຄາມຖິ້ມລະເບີດໃສ່ ທັງການຖິ້ມລົງມາທາງອາກາດ ຊຶ່ງພຽງເຫັນໄດ້ແຕ່ວ່າເປັນຄວາມພະຍາຍາມຂັບໄລ່ພວກຕໍ່ຕ້ານແລະພົນລະເມືອງ
ອອກໄປຈາກ ເມືອງດັ່ງກ່າວເທົ່ານັ້ນ.

US and British Officials: Only Perpetrators Can End 'Slaughter' in Aleppo
please wait

No media source currently available

0:00 0:02:47 0:00

ທ່ານ ໂທເນີກ່າວວ່າ “ຖ້າມີການຢຸດຖິ້ມລະເບີດ 8 ຊົ່ວໂມງຢູ່ໃນບ່ອນທີ່ຜູ້ຄົນໄດ້ ຮັບ ຄວາມ ທໍຣະມານ​ ນັ້ນແທ້ໆ ມັນກໍຈະເປັນການດີ. ແຕ່ເວົ້າແທ້ແລ້ວ ມັນກໍຢາກຊ້າໄປ ແດ່ແລ້ວ ຈັກນ່ອຍ.”

ທ່ານ ມາກ ໂທເນີ ໂຄສົກ ກຊ ຕ່າງປະເທດ ສຫຣ ໄດ້ກ່າວໃນວັນຈັນວານນີວ່າ ເມືອງ ດັ່ງກ່າວ ໄດ້ກາຍເປັນບ່ອນທຳສົງຄາມຖິ້ມລະເບີດໃສ່ ທັງການຖິ້ມລົງມາ ທາງ ອາກາດ ຊຶ່ງພຽງເຫັນໄດ້ແຕ່ວ່າເປັນຄວາມພະຍາຍາມຂັບໄລ່ພວກຕໍ່ຕ້ານແລະພົນລະເມືອງ ອອກໄປຈາກ ເມືອງ ດັ່ງກ່າວເທົ່ານັ້ນ.

ທ່ານ ໂທເນີກ່າວວ່າ “ຖ້າມີການຢຸດຖິ້ມລະເບີດ 8 ຊົ່ວໂມງຢູ່ໃນບ່ອນທີ່ຜູ້ຄົນໄດ້ຮັບ ຄວາມ ທໍຣະມານ​ ນັ້ນແທ້ໆ ມັນກໍຈະເປັນການດີ. ແຕ່ເວົ້າແທ້ແລ້ວ ມັນກໍຢາກ ຊ້າໄປ ແດ່ແລ້ວ ຈັກນ່ອຍ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

​ເຊີນ​ຊົມ: ຊາວ​ຊິ​ເຣຍ ກ່າວ​ເຖິງ​ກຸ່ມ​ລັດ​ອິສລາມ ຫຼັງ​ຈາກ​ທີ່​ໜີ​ອອກ​ຈາກ​ເມືອງ ທີ່​ກຸ່ມ​ຫົວ​ຮຸນ​ແຮງ​ຍຶດ

Syrians Tell of IS Horrors After Fleeing Militant-held Town
please wait

No media source currently available

0:00 0:01:01 0:00

XS
SM
MD
LG