ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂະບວນການ "ບໍ່ມີ​ທ່ານ Trump" ໄດ້ປະສົບ​ກັບ​ ການປະລາໄຊ ທາງການເມືອງ


ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump.
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump.

ບໍ່ມີ​ທ່ານ Trump ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວຂອງ​ສະມາຊິກພັກຣີພັບ​ບລິ​ກັນ ຈຳນວນນຶ່ງ​ເພື່ອ​ຂັດຂວາງ​ບໍ່​ໃຫ້ທ່ານ Trump ​ໄດ້​ຮັບ​ການ​ສະ​ເໜີ​ແຕ່ງຕັ້ງ​ເປັນ​ຜູ້​ສະໝັກ​ເປັນ​ປະທາ ນາທິບໍດີຂອງ​ພັກ ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ.

ຄະນະ​ກຳມະການກຳກັບ​ນຳ​ກົດ​ລະບຽບ​ກອງ​ປະຊຸມ​ໃຫຍ່​ ຂອງພັກຣີພັບບລິ​ກັນ ​ໄດ້​ປະຕິ ເສດ​ຕໍ່ຂໍ້​ສະ​ເໜີໃນວັນ​ພະຫັດ​ວານ​ນີ້ທີ່​ຈະ​ອະນຸ​ຍາດ​ໃຫ້​ບັນດາ​ຜູ້ຕາງໜ້າ ຢູ່​ທີ່​ກອງ​ປະຊຸມ ໃຫຍ່ຊຶ່ງ​ຈະ​ມີ​ຂຶ້ນໃນອາທິດ​ໜ້າ​ທີ່​ເມືອງ Cleveland ລັດ Ohio ລົງ​ຄະ​ແນນ​ສຽງເອົາ​ບຸກ ຄົນ​ໃດ​ບຸກຄົນ​ນຶ່ງ ນອກ​ເໜືອ​ໄປຈາກ​ບັນດາ​ຜູ້​ສະໝັກທີ່​ໄດ້ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ຂັ້ນ​ຕົ້ນ​ແລະ​ການ​ປະຊຸມ​ລົງ​ຄະ​ແນນ​ສຽງຂອງ​ລັດຕ່າງໆ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ​ ຄະນະ​ກຳມະການກຳກັບ​ນຳ​ກົດ​ລະບຽບ 112 ທ່ານ​ໄດ້​ທັບ​ມ້າງ ຄວາມ​ພະ​ຍາ​ຍາມ ທີ່​ຈະປ້ອງກັນ​ບໍ່​ໃຫ້ທ່ານ Trump ກາຍ​ເປັນຜູ້​ສະໝັກປະທານາທິບໍດີ ພັກຣີພັບ​ບລິ​ກັນ.

ທ່ານ Paul Manfort ປະທານ​ການໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ Trump ກ່າວ​ຕໍ່​ໜງສື​ພິມ The Washington Post ວ່າ “ການ​ພະຍາຍ​າມ ​ແລະປ່ຽນກົດ​ລະບຽບ​ໃນ​ເວລາ​ນີ້ ​ຈະ​ເປັນ​ການ​ທຳລາຍ​ພັກ.”

ທ່ານ Stephen Munisteri ຜູ້​ຕາງໜ້າ​ຄົນ​ນຶ່ງ ​ແລະ​ຜູ້ນຳຂອງພັກ​ຣີພັບ​ບລິກັນ ຈາກ​ລັດ Texas ກ່າວ​ວ່າ ມັນ​ຈະ​ເປັນ​ການ​ຂ້າ​ໂຕ​ຕາຍ​ທາງ​ການ​ເມືອງ ທີ່​ຈະ​ບໍ່​ຫົວຊາ​ກັບບັນດາ​ຜູ້​ປ່ອນ​ບັດຫລາຍ​ລ້ານ ​ແລ​ະຫລາຍ​ລ້ານ ​ແລະ​ຫລາຍໆ​ລ້ານ ຄົນ​ທີ່​ໄດ້​ປ່ອນ​ບັດ​ໃຫ້​ແກ່​ທ່ານ Trump.”

ຜູ້ຕາງໜ້າ​ຈາກລັດ Colorado ທ່ານນາງ Kendal Unruh ​ເຖິງ​ຢ່າງ​ໃດ​ກໍ​ດີ ໄດ້​ກ່າວ​ວ່າ ທ່ານ​ນາງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ “ຊາວ​ອາ​ເມຣິກັນ ບັນດາ​ຜູ້​ຮັກ​ຊາດ ​ແລະ​ຄົນ​ທີ່​ມາ​ຈາກ​ທຸກ​ອາຊີບ​ວຽກ​ງານ” ຜູ້​ທີ່​ເຊື່ອວ່າບັນດາ​ຜູ້ຕາງໜ້າ ​ສົ​ມຄວນທີ່​ຈະ​ສາມາດ​ລົງ​ຄະ​ແນນ​ສຽງ​ໃນ​ຈິດ​ສຳນຶກ​ຂອງ​ເຂົາ​ເຈົ້າ.

ທ່ານ Trump ​ໄດ້​ເປັນ​ຜູ້​ສະໝັກ​ປະທານາທິບໍດີ ທີ່ີ​ເປັນ​ບັນຫາ​ໂຕ້​ແຍ້​ງ ທີ່​ໄດ້ ສ້າງ​ຄວາມ​ບາດໝາງກັບ​ພວກຊົນ​ກຸ່ມ​ນ້ອຍ ພວກຄົນ​ເຂົ້າ​ເມືອງ ພວກ​ແມ່ຍິງ ​ແລະ​ບັນດາ​ເພື່ອນ​ຝູງໃນພັກຣີພັບ​ບລິ​ກັນຫຼາຍໆ​ຄົນ ໃນ​ຄຳ​ເວົ້າ​ຂອງ​ທ່ານ.

ທັງ​ອະດີດ​ປະທານາທິບໍດີ Bush ​ແລະ​ອະດີດ​ຜູ້​ສະ​ໜັກ​ປະທານາ​ທິບໍດີ​ພັກຣິພັບ​ບລິ​ກັນ ທ່ານ Mitt Romeny ກ່າວ​ວ່າ ພວກ​ທ່ານ​ຈະ​ບໍ່ໄປຮ່ວ​ມກອງ​ປະຊຸມໃຫຍ່ຂອງ​ພັກປີ​ນີ້.

ທ່ານ​ນາງ Sarah Binder ຈາກ​ສະ​ຖາ​ບັນ Bookings ກ່າວວ່າ “ບໍ່ເຄີຍມີປະຫວັດ​ມາ​ກ່ອນໃນຄວາ​ມຫຍຸ້ງຍາກຂອງ​ທ່ານ Trump ຕໍ່ການໃຫ້​ຄວາມສະໜັບ ສະໜູນໃນ​ການ​ເລືອກ​ສະມາຊິກ​ສະພາຈາກ​ພັກ​ຂອງ​ທ່ານ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG