ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດເນວາດາ ຊະນະ ການປະມູນ ສ້າງໂຮງງານ ຜະລິດລົດ ໄຟຟ້າ (ວີດີໂອ)


ຜູ້ຊາຍຄົນນຶ່ງກຳລັງເບິ່ງ ໂຕຢ່າງລົດໄຟຟ້າ ຮຸ້ນ S P85 ທີ່ຫ້ອງສະແດງ ໃນນະຄອນປັກກິ່ງ ປະເທດຈີນ.
ຜູ້ຊາຍຄົນນຶ່ງກຳລັງເບິ່ງ ໂຕຢ່າງລົດໄຟຟ້າ ຮຸ້ນ S P85 ທີ່ຫ້ອງສະແດງ ໃນນະຄອນປັກກິ່ງ ປະເທດຈີນ.

ບໍລິສັດ ​ສ້າງ​ລົດ​ໄຟຟ້າ Tesla ຈະ​ສ້າງ​ໂຮງງານ ມູນຄ່າຫ້າ​
ພັນ​ລ້ານ​ໂດ​ລາ ຢູ່​ໃນ​ລັດ Nevada ຫຼັງຈາກໄດ້ມີການໃຫ້​
ເງິນຊ່ວຍເຫຼືອເປັນຈຳນວນ​ຫຼວງ​ຫລາຍຈາກລັດດັ່ງກ່າວ.

ລັດ Nevada ​ໄດ້ຊະນະ ລັດ Arizona, California, New
Mexico ​ແລະ Texas ເພື່ອ​ກໍ່ສ້າງ​ໂຮງງານ Tesla ​ໂດຍ​ສະ
​ເໜີ​ໃຫ້ການຊ່ວຍເຫຼືອແກ່ບໍລິສັດ 1 ພັນ​ລ້ານ​ໂດ​ລາ ​ໃນ​ລະ
ຍະ 20 ປີ​ຂ້າງ​ໜ້າ ​ສ່ວນໃຫຍ່ແລ້ວແມ່ນ ຢູ່​ໃນ​ຮູບ​ຂອງການ​
ຍົກເວັ້ນພາສີ.

​ເພື່ອ​ເປັນ​ການ​ແລກປ່ຽນ ​ໂຄງການບໍລິສັດລົດໄຟຟ້າ Tesla
ຈະ​ສ້າງ​ວຽກການ​ຫລາຍ​ກວ່າ 22,000 ໜ້າ​ວຽກ ຮວມທັງ 6,500 ໜ້າ​ວຽກ​ທີ່ຖາວອນຢູ່​
ໃນອັນ​ທີ່​ຮ້ອງ​ວ່າ ໂຮງງານຍັກໃຫຍ່ນັ້ນ.

ນອກນັ້ນ​ຍັງ​ເປັນ​ທີ່​ຄາດ​ວ່າ ໂຮງງານນີ້ຈະ​ນຳເອົາລາຍ 100 ພັນ​ລ້ານ​ໂດ​ລາ​ມາ ​ສູ່​ເສດ
ຖະກິດ​ຂອງ​ລັດ ໃນ​ທົດ​ສະ​ວັດ​ຈະມາເຖິງນີ້.

​ໂຮງງານ​ສ້າງ​ໝໍ້​ໄຟ ຊຶ່ງຈະເປັນວິສາວະກິດຮ່ວມ ​ລະຫວ່າງ ບໍລິສັດຍັກ​ໃຫຍ່ຍີ່​ປຸ່ນ
Panasonic ​ແລະບໍລິສັດ Tesla ທີ່ມີສຳນັກງານຢູ່ລັດ California​. ທັງ​ສອງບໍລິສັດ
ກຳລັງ​ຊອກ​ຫາ​ຊ່ອງທາງເພື່ອການ​ສ້າງ​ລົດ​ໄຟຟ້າ​ລຸ້ນໃໝ່ ​ໃນ​ລາຄາ​ຕໍ່າ ພາຍ​ໃນປີ
2017 ​ໂດຍ​ການ​ໃຊ້​ໝໍ້​ໄຟ​ ​ທີ່ຜະລິດ​ຢູ່ໂຮງງານ ​ໃນລັດ Nevada ນີ້.

US TESLA SOTVO
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG