ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກນຳພາປີນພູ ຢູ່ເນປານ ພິຈາລະນາ ຈະຢຸດງານປະທ້ວງ (ວີດີໂອ)


ພວກພີ່ນ້ອງພາກັນຮ້ອງໄຫ້ ຂະນະທີ່ສົບຂອງ ຄົນພາປີນພູຄົນນຶ່ງ ຖືກນຳ ໄປໄວ້ຢູ່ວັດຂອງເຜົ່າ Sherpa ໃນນະຄອນຫລວງ Kathmandu, ວັນທີ 19 ເມສາ 2014.
ພວກພີ່ນ້ອງພາກັນຮ້ອງໄຫ້ ຂະນະທີ່ສົບຂອງ ຄົນພາປີນພູຄົນນຶ່ງ ຖືກນຳ ໄປໄວ້ຢູ່ວັດຂອງເຜົ່າ Sherpa ໃນນະຄອນຫລວງ Kathmandu, ວັນທີ 19 ເມສາ 2014.
ພວກນຳ​ພາ​ປີນ​ພູ ​ເຜົ່າ Sherpa ທີ່​ມີ​ຊື່​ສຽງຂອງ​ເນ​ປານ
ພິຈາລະນາ ຈະ​ທຳ​ການນັດ​ຢຸດ​ງານປະ​ທ້ວງ ພາຍຫຼັງທີ່ໄດ້
​ເກີດຫິມະ​ເຈື່ອນ​ທີ່​ຮ້າຍ​ແຮງ ຢູ່ເທິງພູ​ເຂົາເອ​ເວີ​ແຣັສ ​ເຮັດ​
ໃຫ້​ເພື່ອ​ນນຳພາ​ປີນ​ພູ 13 ຄົນ ເສຍ​ຊີວິດ ໃນ​ອາທິດແລ້ວ​ນີ້.
ພວກ​ເຂົາ​ເຈົ້າ​ຮຽກຮ້ອງ​ເອົາ ຄ່າ​ຈ້າງສູງ​ຂຶ້ນ ແລະສະຫວັດດີ​
ການອີກຫລາຍໆ​ຢ່າງ.

ພວກ​ພາ​ປິ່ນ​ພູ ​3 ຄົນ ຖືກ​ສົ່ງ​ໄປ​ຮັກສາ​ຕົວຢູ່​ໂຮງພະຍາບານ
ຫຼັງ​ເກີດ​ເຫດ​ຫິມະ​ເຈື່ອນ​ ໃນ​ວັນ​ສຸກຜ່າ​ນມາ ​ແລະອີກ 3 ​ຄົນ
ທີ່​ຍັງ​ຫາຍ​ສາບ​ສູນນັ້ນ ສັນນິຖານ​ວ່າ​ ເສຍ​ຊີວິດ​ແລ້ວ.

ນັກປີນພູຄົນນີ້ ທ້າວ Chhring Sherpa ເວົ້າວ່າ:

"ເອີ... ພວກ Sherpa ບາງຄົນ ຄິດວ່າ ພວກເຮົາຄວນກັບຄືນໄປເຮັດວຽກ. ສ່ວນຄົນອື່ນໆນັ້ນ ເຖິງແມານບໍ່ໄດ້ເວົ້າອອກມາຢ່າງຈະແຈ້ງ ແຕ່ກໍຮູ້ສຶກວ່າ ຈຳເປັນຕ້ອງໄດ້ຄືນໄປເຮັດວຽກ ຊຶ່ງເຫດຜົນຫລັກກໍແມ່ນເງິນ ເພາະວ່າເຂົາ
ເຈົ້າບໍ່ ມີວຽກອື່ນເຮັດ. ເຂົາເຈົ້າກໍເລີຍຄິດວ່າ ຈະກັບຄືນໄປເຮັດວຽກ. ໃນ
ຄວາມເຫັນສ່ວນໂຕ ຂອງຂ້ອຍແລ້ວ ຂ້ອຍຄິດວ່າ ໃນເມື່ອມັນເກີດອຸບັດ ເຫດຮ້າຍແຮງແບບນີ້ ມັນຈະດີກ່ວາ ຖ້າຫາກວ່າ ເຮົາລົບລ້າງການປີນພູ ໝົດຕະຫລອດລະດູນີ້.”

EVEREST SHERPAS
please wait
Embed

No media source currently available

0:00 0:01:40 0:00

ໃນ​ເວລາ​ທີ່ເກີດຫິມະ​ເຈື່ອນນັ້ນ ພວກ​ Sherpa ຈຳນວນ​ນຶ່ງ ກຳລັງພາກັນເນັ່ງ​ເຊືອກ​
ແລະ​ທັບ​ຫິມະ​ກັບ​ນ້ຳ​ແຂງ ​ເພື່ອແປງ​ທາງ​ຂຶ້ນໄປ ສຳ​ລັບພວກນັກ​ປີນ​ເຂົາຊາວ​ຕ່າງ​
ຊາດທັງຫຼາຍ ທີ່​ລໍຖ້າ​ຢູ່​ຄ້າຍ​ຂ້າງ​ລຸ່ມ. ອຸບັດຕິ​ເຫດທີ່​ເກີດ​ຂຶ້ນ​ນີ້ ​ໄດ້ດຶງ​ຄວາມ​ສົນ​ໃຈ
​ໄປ​ໃສ່​ ວຽກ​ງານທີ່ອັນຕະລາຍ​ຂອງ​ພວກ​ພາ​ປີນ​ພູ ​ຊາວ Sherpa ທັງຫຼາຍ.

​ເນ​ປານ​ໄດ້ປະກາດ ຈະຈ່າຍ​ຄ່າ​ຊົດ​ເຊີຍ ປະມານ 4​00 ​ໂດ​ລາ ​ໃຫ້​ແກ່ຄອບຄົວຂອງ
ພວກທີ່ເສຍ​ຊີ​ວິດ. ພວກ Sherpa ຢາກ​ໄດ້ຄ່າຊົດ​ເຊີຍ ຫລາຍ​ກວ່າ​ນັ້ນ ສຳ​ລັບຄອບ
ຄົວຂອງ​ພວກ​ເຄາະຮ້າຍ.

ພວກ​ພາ​ປີນ​ພູ ທີ່​ເອີ້ນ​ວ່າ Sherpa ຕາມ​ຊື່​ເຜົ່າ​ຂອງ​ເຂົາ​ເຈົ້າ​ນັ້ນ ມີ​ລາຍ​ໄດ້ ​ປະມານ
5,000 ​ໂດ​ລາ ຕໍ່​ລະດູ​ການນຶ່ງ ສຳ​ລັບ​ວຽກ​ງານ​ທີ່​ລຳບາກ​ ທີ່​ເຂົາ​ເຈົ້າ​ສະໜອງ​ໃຫ້
ພວກ​ລູກ​ຄ້າທີ່​ວ່າ​ຈ້າງເຂົາ​ເຈົ້າ​ໃຫ້​ພາ​ປີນ​ພູ ຊຶ່ງ​ເປັນພວກທີ່ມີ​ຄວາມສາມາດ​ໃຊ້​ຈ່າຍ
ເງິນ ຫຼາຍສິບ​ພັນໂດ​ລາ ໃນ​ການກະກຽມ​ ​ເພື່ອ​ປີນຂຶ້ນພູ​ເຂົາ​ເອເວີ​ເ​ເຣັສນັ້ນ.

​ພວກເຈົ້າໜ້າ​ທີ່ເນ​ປານ ກ່າວວ່າ ການ​ຢຸດງານຂອງ​ພວກ​ Sherpa ຈະ​ສົ່ງ​ຜົນ​ກະທົບ​
ຢ່າງແຮງ ​ຕໍ່ຊ່ວງທີ່​ມີ​ຄົນ​ປີນ​ພູ​ຫລາຍ​ທີ່​ສຸດ ຂອງລະດູ​ການປີນ​ພູ​ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ ໃນ​
ເດືອນພຶດສະພາ​ນີ້.
XS
SM
MD
LG