ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ ເນປານ ທີ່ຫວັງຢາກເປັນນັກປີນພູເຂົາ Everest ທີ່ແກ່ທີ່ສຸດເສຍຊີວິດ


ນັກປີນພູຊາວ ເນປານ ທ່ານ Min Bahadur Sherchan, ອາຍຸ 85, ຍິ້ມໃນເວລາທີ່ເພິ່ນ ສຳເລັດການຝຶກໂຍຄະ
ໃນຕອນເຊົ້າ ຢູ່ບ້ານຂອງເພິ່ນ ໃນນະຄອນຫຼວງ Kathmandu, ປະເທດ ເນປານ. 12 ເມສາ, 2017.
ນັກປີນພູຊາວ ເນປານ ທ່ານ Min Bahadur Sherchan, ອາຍຸ 85, ຍິ້ມໃນເວລາທີ່ເພິ່ນ ສຳເລັດການຝຶກໂຍຄະ ໃນຕອນເຊົ້າ ຢູ່ບ້ານຂອງເພິ່ນ ໃນນະຄອນຫຼວງ Kathmandu, ປະເທດ ເນປານ. 12 ເມສາ, 2017.

ຜູ້ຊາຍເນປານ ອາຍຸ 85 ປີ ທີ່ໄດ້ພະຍາຍາມສ້າງຄືນ ຕຳແໜ່ງນັກປີນພູເຂົາ Everest ທີ່
ມີອາຍຸແກ່ທີ່ສຸດໃນໂລກ ແມ່ນໄດ້ເສຍຊີວິດແລ້ວ ຢູ່ຄ້າຍແຫ່ງໜຶ່ງໃນຕອນແລງຂອງວັນ
ເສົາວານນີ້, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.

ທ່ານ Min Bahadur Sherchan ໄດ້ກາຍເປັນທີ່ຮູ້ຈັກຄັ້ງທຳອິດວ່າ ເປັນນັກປີນພູທີ່ມີ
ອາຍຸແກ່ທີ່ສຸດ ທີ່ໄດ້ປີນຮອດຍອດສຸດຂອງພູເຂົາ Everest ສູງ 8,850 ແມັດໃນປີ
2008, ເມື່ອລາວມີອາຍຸໄດ້ 76 ປີ. ແນວໃດກໍຕາມ, 5 ປີຕໍ່ມາ, ຕຳແໜ່ງດັ່ງກ່າວໄດ້ຕົກ
ໄປເປັນຂອງທ່ານ Yichiro Miura ຈາກປະເທດ ຍີປຸ່ນ ອາຍຸ 80 ປີ.

ປະເທດ ເນປານ ບໍ່ອະນຸຍາດໃຫ້ໃຜກໍຕາມທີ່ມີອາຍຸຕໍ່າກວ່າ 16 ປີພະຍາຍາມປີນພູເຂົາ
Everest, ແຕ່ພວກເຂົາເຈົ້າບໍ່ໄດ້ຈຳກັດອາຍຸສຳລັບນັກປີນທີ່ມີອາຍຸແກ່ກວ່ານັ້ນ.

ເຈົ້າໜ້າທີ່ປີນພູສູງ ລວມກັບອີກໜຶ່ງຄົນຢູ່ສູນພັກແຮມດັ່ງກ່າວ ເວົ້າວ່າ ສາເຫດຂອງການ
ຕາຍແມ່ນເບິ່ງຄືວ່າຈະເປັນ ພາວະຫົວໃຈຢຸດເຕັ້ນ.

ທ່ານ Sherchan ໄດ້ກ່າວຕໍ່ອົງການຂ່າວ AP ໃນເດືອນເມສາທີ່ຜ່ານມາວ່າ ທ່ານໄດ້ຝຶກ
ຊ້ອມເປັນເວລາຫຼາຍເດືອນ ສຳລັບການເອົາຊະນະໃນການປີນພູເຂົາ Everest ຄັ້ງທີ
ສອງຂອງທ່ານ. ທ່ານບໍ່ແມ່ນນັກປີນພູມືອາຊີບ, ແຕ່ເປັນພຽງຜູ້ເຮັດວຽກເປັນຄົນສວນ
ໝາກໂປມ, ເປັນກຳມະກອນກໍ່ສ້າງ ແລະ ຜູ້ຈັດການໂຮງແຮມໃນນະຄອນຫຼວງ
Kathmandu.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG