ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິກິດການ ທາງການເມືອງ ເຮັດໃຫ້ ເສດຖະກິດ ຂອງເນປາລ ເປັນອໍາມະພາດ (ວີດິໂອ)


ນັກຮຽນຜູ້ນຶ່ງຍ່າງຜ່ານກອງຂີ້ເຫຍື້ອ ທີ່ຢາຍຕາມທາງສາຍນຶ່ງ ໃນນະຄອນຫລວງກັດມັນດູ ຂອງເນປາລ
ນັກຮຽນຜູ້ນຶ່ງຍ່າງຜ່ານກອງຂີ້ເຫຍື້ອ ທີ່ຢາຍຕາມທາງສາຍນຶ່ງ ໃນນະຄອນຫລວງກັດມັນດູ ຂອງເນປາລ
ຫ້າປີຫລັງຈາກເນປາລໄດ້ລົບລ້າງລະບອບລາຊາທິປະ​ໄຕ
ແລະກາຍມາເປັນສາທາລະນະລັດປະຊາທິປະໄຕ, ປະເທດ
ໃນເຂດພູເຂົາຫິມະໄລແຫ່ງນີ້ ຍັງສືບຕໍ່ເປັນສູນກາງແຫ່ງວິ​ກິດ
ການທາງການເມືອງຢູ່ ຊຶ່ງປັດຈຸບັນນີ້ ການເລືອກຕັ້ງໄດ້ຖືກ
ເລື່ອນໄປໃສ່ເດືອນພະຈິກປີນີ້. Aru Pande ຜູ້ສື່ຂ່າວວີໂອເອ ລາຍງານມາຈາກກັດມັນດູ ນະຄອນຫລວງຂອງເນປາລ ກ່ຽວ
ກັບວ່າການຂາດສະຖຽນລະພາບທາງການເມືອງ ​ໄດ້ມີຜົນກະ
ທົບຢ່າງ​ໃດ ຕໍ່ເສດຖະກິດແລະຄວາມເຊື່ອໝັ້ນຂອງປະຊາຊົນ
ໃນອະນາຄົດຂອງປະ​ເທດ ຊຶ່ງບົວສະຫວັນ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ


ເບິ່ງວີດິໂອເປັນພາສາອັງກິດກ່ຽວກັບລາຍງານນີ້:



ເກືອບຈະຮອດ 5 ໂມງແລງແລ້ວ ແຕ່ວ່າທ້າວ Sunil Lamichhaneກໍຍັງບໍ່ໄດ້ຂາຍຫຍັງ​ເລີຍ
ຢູ່ຮ້ານເຄື່ອງນຸ່ງຕັ້ງໃໝ່ ຂອງລາວໃນໃຈກາງເມືອງຫລວງກັດມັນດູ ນັ້ນ. ພໍ່ຄ້າຂາຍຍ່ອຍ
ຄົນ​ນີ້ເວົ້າວ່າ ຄວາມວຸ້ນວາຍທາງການເມືອງຂອງເນປາລ ແລະຜົນກະທົບຂອງມັນຕໍ່
ເສດຖະກິດໃນທ້ອງຖິ່ນ ແມ່ນໝາຍເຖິງການມີເງິນໜ້ອຍລົງ ຢູ່ໃນຖົງຂອງປະຊາຊົນ
ເພື່ອຈະຊື້ເສື້ອຜ້າ ຫລືເກີບໃໝ່. ທ້າວ Lamichhane ເວົ້າວ່າ:

”ມັນມີຜົນກະທົບໂດຍກົງຕໍ່ຮ້ານຂາຍເສື້ອ ຜ້າສະໄໝໄໝ່ຂອງພວກເຮົາ
ຍ້ອນວ່າ ການນໍາສະໄໝ ແມ່ນເປັນທີສາມ ເມື່ອເວົ້າເຖິງຄວາມຕ້ອງການ
ຕາມບູລິມະສິດຂອງຄົນ ຮອງຈາກອາຫານ ແລະທີ່ຢູ່ອາໄສ.”


ນັບແຕ່ການສິ້ນສຸດລົງຂອງການກະບົດເປັນເວລາ 10 ປີ ຂອງພວກນິຍົມລັດທິເໝົາເຈີຕຸງ
ໃນປີ 2006 ຊຶ່ງ​ຕິດຕາມ​ມາ​ດ້ວຍການຮວບຮວມ ເອົາອະດີດພວກກະບົດດັ່ງກ່າວ ເຂົ້າມາ
ຮ່ວມໃນການສ້າງຕັ້ງລັດຖະບານ ໃນປີ 2007 ແລະການລົບ​ລ້າງລະບອບກະສັດ ຫລືລາ
ຊາທິປະ​ໄຕ ໃນປີ 2008 ນັ້ນ ເນປາລແມ່ນໄດ້ປະສົບ​ກັບວິກິດການທາງການເມືອງຄັ້ງ
ແລ້ວ ຄັ້ງເຫລົ່າ.

ປະເທດດັ່ງກ່າວບໍ່ ​ໄດ້ມີສະພາ​ແຫ່ງ​ຊາດ ມາເປັນເວລາຫລາຍກວ່ານຶ່ງປີແລ້ວ ລຸນຫລັງ
ທີ່ພັກການເມືອງໃຫຍ່ຕ່າງໆ ບໍ່ສາມາດຂຽນລັດຖະທໍາມະນູນໃຫ້ທັນເວລາອີກຄັ້ງນຶ່ງ
ແລະບໍ່​ສາມາດບັນລຸຄວາມເປັນເອກະສັນກັນໄດ້ ກ່ຽວກັບໂຄງຮ່າງຂອງລັດຖະບານ.

ສະພາບການເມືອງທີ່ເປັນອໍາມະພາດນັ້ນ ບໍ່ພຽງແຕ່ໄດ້ກະທົບຕໍ່ຊີວິດການເປັນຢູ່ປະຈໍາ
ວັນຂອງຄົນຢູ່ໃນເນປາລເທົ່ານັ້ນ ມັນຍັງມີຜົນກະທົບຢ່າງເລິກເຊິ່ງຕໍ່ຄວາມເຊື່ອໝັ້ນຂອງ
ປະຊາຊົນ ຕໍ່ລັດຖະບານອີກດ້ວຍ. ການຢັ່ງຫາງສຽງເມື່ອມໍ່ໆມານີ້ ໄດ້ພົບວ່າ ຖ້າຫາກມີ
ການເລືອກຕັ້ງ ສະພາຮ່າງ​ລັດຖະທໍາ​ມະນູນໃນມື້ອື່ນນີ້ ພົນລະເມືອງຫລາຍກວ່າ 50 ເປີ
ເຊັນຂອງປະເທດ ກໍບໍ່ຮູ້ວ່າ ຈະປ່ອນບັດເອົາໃຜດີ.

ທ່ານ Kunda Dixit ບັນນາທິການຂອງໜັງສືພິມ Nepali Times ເວົ້າວ່າ ເຖິງແມ່ນວ່າ
ອາດຈະ​ເປັນ​ການ​ມອງ​ເບິ່ງໄປໃນແງ່ດີທີ່ຈະຄິດວ່າ ປະເທດນຶ່ງ ສາມາດທີ່ຈະກ້າວອອກ
ຈາກສົງຄາມກາງເມືອງ ໄປສູ່ສັນຕິ ພາບ ແລະຈາກລະບອບລາຊາ ໄປສູ່ການປົກຄອງ
ແບບສາທາລະນະໄດ້ ໃນເວລາບໍ່ເທົ່າໃດປີ ໂດຍບໍ່ມີບັນຫາຫຍຸ້ງຍາກກໍຕາມ ແຕ່ພວກ
ຜູ້ນໍາທາງການເມືອງ ກໍ​ໄດ້ພາດໂອກາດສໍາຄັນ​ໄປ​ຫລາຍໆ​ຄັ້ງ ໃນການທີ່ຈະກໍານົດໂຄງ
ຮ່າງລັດຖະບານໃໝ່ ທີ່ຈະນໍາໄປສູ່ສະຖຽນລະພາບ, ການພັດທະ ນາ, ແລະ ການເຕີບໂຕ
ທາງເສດຖະກິດນັ້ນ. ທ່ານ Dixit ໃຫ້ຄໍາເຫັນວ່າ:

“ໃນດ້ານເສດຖະກິດພາຍ​ໃນໂດຍກົງນັ້ນ ການທີ່ພວກນັກການເມືອງບໍ່
ສາມາດຕົກລົງກັນໄດ້ ພາໃຫ້ພວກ​ເຮົາ​ບໍ່​ມີ ງົບປະມານຢ່າງເຕັມສ່ວນ
ມາເປັນປີທີສາມ ລຽນຕິດກັນແລ້ວ ຊຶ່ງໄດ້ມີ ຜົນກະທົບຕໍ່ທຸກສິ່ງທຸກຢ່າງ
ຕໍ່ໂຄງລ່າງພື້ນຖານ, ຕໍ່ເງິນເດືອນ ແລະຕໍ່ໂຄງການໄລຍະຍາວຕ່າງໆ. ”


ທ່ານ Dixit ເວົ້າອີກວ່າ ສິ່ງດຽວທີ່ຄໍ້າ​ຊູເສດຖະກິດຂອງເນປາລ ເຮັດໃຫ້ມັນບໍ່ພັງລົງນັ້ນ
ກໍຄືເງິນທີ່ໂອນເຂົ້າປະເທດຫລາຍກວ່າ 4 ພັນລ້ານໂດລາຕໍ່ປີ ຈາກຄົນງານເນປາລທີ່
ເຮັດວຽກຢູ່ຕ່າງປະເທດ ຊຶ່ງ​ເທົ່າ​ກັບປະມານ 22 ເປີເຊັນ ຂອງຜະລິດຕະພັນລວມພາຍ ໃນ ຫລື GDP ຂອງປະເທດ.

ທ່ານ Deepak Pandey ຜູ້ອໍານວຍການສະຖາບັນສຶກສາແຫ່ງນຶ່ງກໍເປັນຜູ້ນຶ່ງໃນຈໍານວນ
ຄົນໜຸ່ມໃນເນປາລ ທີ່ກໍາລັງຄຶດຈະໜີໄປຊອກ ເຮັດວຽກຢູ່ຕ່າງປະເທດ.

ການຮຽກຮ້ອງໃຫ້ມີການນັດຢຸດງານຢູ່ເລື້ອຍໆ ໂດຍພັກການເມືອງຕ່າງໆ ເຮັດໃຫ້ເປັນການ
ຍາກສໍາລັບນັກຮຽນທີ່​ຈະເຂົ້າໄປຮຽນໃນສະຖາບັນຂອງທ່ານ Pandey ແລະທ່ານເວົ້າວ່າ
ມີຫລາຍຄົນຊອກວຽກຍາກຫລາຍຢູ່ໃນເນປາລ ພາຍຫລັງທີ່ໄດ້ຮຽນຈົບໄປແລ້ວ. ທ່ານ Pandey ສະແດງຄໍາເຫັນວ່າ:

”ພວກຊາວໜຸ່ມບໍ່ຮູ້ສຶກວ່າ ມີຄວາມຮູ້ສຶກອຸ່ນອ່ຽນໃຈຢູ່ໃນປະເທດ ຍ້ອນການ
ຂາດສະຖຽນລະພາບນີ້. ພວກ ເຂົາເຈົ້າຮູ້ສຶກຄ້າຍຄືກັບວ່າ ບໍ່ມັນມີປະໂຫຍດ
ຫຍັງ ທີ່ແມ່ນແຕ່ຈະ​ດຸ​ໝັ່ນເຮັດວຽກໜັກ.


ສໍາລັບໃນປັດຈຸບັນນີ້ ທ່ານ Pandey ແລະຊາວເນປາລຄົນອື່ນໆ​ແມ່ນ ພາກັນມອງເບິ່ງໄປ​
ຍັງການເລືອກຕັ້ງ ທີ່ຈະຈັດຂຶ້ນໃນວັນທີ 19 ​ເດືອນ ພະຈິກປີນີ້ ​ເພື່ອ​ປ່ອນ​ບັດ​ເອົາຜູ້ແທນ
491 ຄົນ​ຂອງສະພາຮ່າງ​ລັດຖະທໍາ​ມະນູນຊຸດໃໝ່ ​ໃນຄວາມຫວັງວ່າ ບັນດາພັກການ
ເມືອງຕ່າງໆ ຈະສາມາດປະລະຄວາມເຫັນຂັດ​ແຍ້​ງກັນຕ່າງໆໄວ້ຕ່າງຫາກ ແລ້ວຫັນມາ
ຮ່າງລັດຖະທໍາມະນູນສະບັບນຶ່ງຂຶ້ນມາ ແລະຄິດເຫັນອານາຄົດຂອງປະເທດຊາດເປັນສິ່ງ
ສໍາຄັນເໜືອສິ່ງໃດໝົດ.

ຄວາມຫວັງດັ່ງກ່າວ​ ແມ່ນເປັນສິ່ງດຽວກັນກັບທີ່ຈີນແລະອິນເດຍ ສອງປະເທດເພື່ອນບ້ານ
ຍັກໃຫຍ່ທາງເສດຖະກິດຂອງ​ເນ​ປາລ ຫວັງຢາກໃຫ້ມີເຊັ່ນກັນ ເພາະປະເທດເຫລົ່ານີ້ຢ້ານ
ວ່າການບໍ່ມີສະຖຽນລະພາບໃດໆຢູ່ໃນອະດີດລາດຊະອານາຈັກໃນເຂດພູເຂົາຫິມະໄລ
ແຫ່ງນີ້ ອາດຈະແຜ່ລາມຂ້າມຊາຍແດນໄປຮອດ​ປະ​ເທດ​ຂອງ​ຕົນໄດ້.

ເບິ່ງວີດິໂອພາສາລາວ ກ່ຽວກັບການລົງທຶນຂອງຈີນ ຢູ່ໃນເນປາລ:

ຈີນລົງທຶນ ໃນປະເທດເນປາລ ຫລາຍຂຶ້ນ
please wait

No media source currently available

0:00 0:02:56 0:00
XS
SM
MD
LG