ວັນຈັນມື້ນີ້ເປັນມື້ທີສອງຂອງການນັດຢຸດງານທົ່ວປະເທດຂອງພວກຝ່າຍຄ້ານທີ່ນິຍົມລັດທິເໝົາເຈີຕຸງໃນເນປານທີ່ມີວັດຖຸປະສົງເພື່ອກົດດັນໃຫ້ຄນະລັດຖະບານລາອອກຈາກຕຳແໜ່ງ. ພວກຮ້ານຄ້າ ໂຮງຮຽນແລະໂຮງການລັດຖະບານທັງຫລາຍໄດ້ປິດລົງໃນທົ່ວປະເທດເອເຊຍໃຕ້ແຫ່ງນີ້ແລະມີຍານພາຫະນະພຽງບໍ່ເທົ່າໃດຄັນແລ່ນຕາມຖະໜົນຫົນທາງ.
ໃນວັນອາທິດວານນີ້ ບໍ່ເທົ່າໃດຊົ່ວໂມງຫລັງຈາກນາຍົກລັດຖະມຸນຕີ Madhav Kumar Nepal ປະຕິເສດບໍ່ຍອມລາອອກຈາກຕຳແໜ່ງ, ສະມາຊິກພັກທີ່ນິຍົມລັດທິເໜົາເຈີຕຸງຫລາຍໝື່ນຄົນພ້ອມດ້ວຍພວກສະໜັບສະໜຸນໄດ້ພາກັນເດີນຂະບວນໄປຕາມຖະໝົນຫົນທາງສາຍຕ່າງໆໃນນະຄອນຫລວງກັດມັນດູ. ຜູ້ນຳຂອງພັກ Maoist ອະດີດນາຍົກລັດຖະມຸນຕີ Pushpa Kamal Dahal ທີ່ຮູ້ຈັກກັນດີໃນຊື່ ປຣະຈັນດານັ້ນ ກ່າວວ່າ ພວກຕົນບໍ່ມີທາງເລືອກອື່ນໃດນອກຈາກພາກັນທຳການປະທ້ວງເທົ່ານັ້ນ.
ການເຈລະຈາລະຫວ່າງພັກທີ່ນິຍົມລັດທິເໝົາ ທີ່ໄດ້ຮັບບ່ອນນັ່ງຫລາຍກວ່າໝູ່ໃນສະພາ ແລະສອງພັກການເມືອງທີ່ສຳຄັນຂອງເນປານໄດ້ພັງທະລາຍລົງໃນວັນເສົາຜ່ານມາ.