ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເນປາລຈັບກຸມ ພວກອົບພະຍົບທິເບດ


ຕໍາຫລວດເນປາລທໍາການຈັບກຸມພວກອົບພະຍົບທິເບດ ທີ່ທໍາການປະທ້ວງ ຢູ່ໃກ້ໆກັບສູນອົບພະຍົບ Jwalakhel ໃນນະຄອນຫລວງກາດມັນດູ, ວັນທີ 1 ພະຈິກ 2011.
ຕໍາຫລວດເນປາລທໍາການຈັບກຸມພວກອົບພະຍົບທິເບດ ທີ່ທໍາການປະທ້ວງ ຢູ່ໃກ້ໆກັບສູນອົບພະຍົບ Jwalakhel ໃນນະຄອນຫລວງກາດມັນດູ, ວັນທີ 1 ພະຈິກ 2011.

ຕໍາຫລວດ​ເນ​ປາລໄດ້​ທໍາ​ການ​ຈັບ​ກຸມ ​ພວກ​ອົບ​ພະຍົບທິເບ​ດ ຫລາຍ​ກວ່າ 60 ຄົນ
​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້​ ຂະນະ​ທີ່​ພວກ​ເຂົາ​ເຈົ້າພາກັນ​ເດີນ​ຂະ​ບວນ ​ສະ​ແດງການ​ສະ
ໜັບສະໜຸນ​ພວກ​ພະສົງ​ສາສະໜາ​ພຸດ ທີ່​ພາກັນ​ເອົາ​ໄຟ​ເຜົາ​ໂຕ​ຕາຍ​ ເພື່ອ​ປະ​ທ້ວງ​ຕໍ່​
ການ​ປົກຄອງ​ຂອງ​ຈີນ​ ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ​ນັ້ນ.

ຕໍາຫລວດ​ກ່າວ​ວ່າ ພວກ​ປະ​ທ້ວງ​ຖືກ​ຈັບ​ກຸມ ​ຫລັງ​ຈາກ​ພວກ​ເຂົາ​ເຈົ້າ​ພາກັນ​ໂຮຮ້ອງ​ຄໍາ​ຂວັນ​ຕ່າງໆ​ຕໍ່ຕ້ານ​ຈີນ​ ໃນ​ລະຫວ່າງ​ການ​ທໍາ​ພິທີ​ສວດມົນ​ຢູ່​ນອກ​ວັດ​ແຫ່ງ​ນຶ່ງ ​ໃນ​ເຂດ​ຊານ​ເມືອງ​ຫລວງ​ກັດ​ມັນ​ດຸ​.

ທາງ​ການ​ເນ​ປາລໄດ້ເພີ່ມ​ທະວີ​ການ​ປາບ​ປາມ​ຂອງ​ຕົນ​ຂຶ້ນ​ ຕໍ່​ການ​ໂຮມ​ຊຸມນຸມ​ກັນ​ຂອງ​ພວກ​ຊາວ​ທີ​ເບ​ດພັດ​ຖ່ິນ​ນັ້ນ.

ໃນ​ວັນ​ຈັນ​ວານ​ນີ້ ຫົວໜ້າ​ກອງທັບ​ຈີນ ນາຍ​ພົນ Chen Bingde ກ່າວ​ວ່າ ກຸງ​ປັກ​ກິ​ງແມ່ນ​ເຫັນ​ພ້ອມ​ນໍາ ຈຸດຢືນ​ຢ່າງ​ໜັກ​ແໜ້ນ​ຂອງ​ເນ​ປາລ ກ່ຽວ​ກັບ​ເລື້ອງ​ຕ່າງໆ​ທີ່​ພົວພັນ​ກັບ​ທິ​ເບ​ດນັ້ນ.

ນາຍ​ພົນ Chen ​ໄດ້​ຖະ​ແຫລ​ງ​ເຊ່ນ​ນີ້​ໃນ​ກຸງ​ປັກ​ກິ​ງ​ໃນ​ລະຫວ່າງການ​ ຢ້ຽມຢາມ​ຂອງ​ຄູ່​ຕໍາ​ແໜ່​ງຈາກ​ເນ​ປາລ ຄື ນາຍ​ພົນ Chhatraman Singh Gurung ທີ່​ໄດ້​ຢືນຢັນ​ອີກ​ຄັ້ງ​ໃໝ່​ ຄໍາ​ໝັ້ນ​ສັນຍາ​ຂອງ​ທ່ານ​ທີ່​ຈະ​ບໍ່ປ່ອຍ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຈີນ​ມີ​ຂຶ້ນ​ຈັກ​ເທືອ​ ໃນ​ດິນ​ແດນ​ຂອງ​ເນ​ປາລ​ນັ້ນ.

XS
SM
MD
LG