ລິ້ງ ສຳຫລັບເຂົ້າຫາ

ອົບພະຍົບທິເບດ ໃນເນປາລ ປະເຊີນກັບ ຂໍ້ຈໍາກັດຮັດແຄບ ຫຼາຍຂຶ້ນນັບມື້ (ວີດິໂອ ລາວ/ອັງກິດ)


ນາງ Dolma Lama ຊາວອົບພະຍົບທິເບດຄົນນຶ່ງ ທີ່ຮຽນຕໍ່າ ຜ້າພົມທິເບດ ຈາກແມ່ຜູ້ທີ່ໂຕນໜີຈາກທິເບດ ມາຢູ່ເນປາລ.
ຊາວອົບພະຍົບທິເບດໃນເນປາລເວົ້າວ່າ ພວກເຂົາເຈົ້າປະເຊີນ
ກັບຂໍ້ຈໍາກັດ ຮັດແຄບ ເພີ່ມຂຶ້ນໄປນັບມື້ ຈາກເຈົ້າໜ້າທີ່ເນປາລ ຍ້ອນຄວາມກົດດັນຈາກຈີນ. ຜູ້ສື່ຂ່າວວີໂອເອ Aru Pande ມີ
ໂອກາດໄດ້ໂອ້ລົມກັບຊາວທິເບດ ພວກທີ່​ໄດ້​ໄປ​ເພິ່ງ​ພາ​ປະເທດ​
ໃນເຂດພູຫິມາໄລແຫ່ງນີ້ ເປັນບ່ອນຢູ່ອາ​ໄສຂອງພວກເຂົາເຈົ້າ
ມາໄດ້ຫຼາຍສິບປີ. ທອງປານ ມີເລຶ່ອງນີ້ມາສະເໜີທ່ານໃນ
ອັນດັບຕໍ່ໄປ.


ເບິ່ງວີດິໂອ ພາສາລາວ:


ນາງ Dolma Lama ຮຽນຕໍ່າຜ້າພົມທິເບດຈາກແມ່ ຜູ້ທີ່ໄດ້ໂຕນໜີຈາກທິເບດ ມາຕັ້ງ
ຖິ່ນ
ຖານຢູ່ເມືອງຫຼວງ Kathmandu ຂອງເນປາລ ຫຼັງຈາກການລຸກຮືຕໍ່ຕ້ານການຍຶດຄອງ
ທິເບດຂອງຈີນ ບໍ່ປະສົບຜົນສໍາເລັດໃນປີ 1959 ນັ້ນ.

ນາງ Dolma ເກີດແລະໃຫຍ່ຢູ່ເນປາລ ແລະກໍໄດ້ຕໍ່າຜ້າພົມມາຕັ້ງແຕ່ອາຍຸໄດ້ 19 ປີ
ນາງ ດອລມາ ເວົ້າວ່າ:

“ມັນສໍາຄັນຫຼາຍເພື່ອຮັກສາວັດທະນະທໍາຂອງພວກເຮົາ ເອົາໄວ້ ຍ້ອນວ່າ
ພວກເຮົາພັດຖິ່ນ ແລະກໍບໍ່ໄດ້ຢູ່ໃນປະເທດດັ້ງເດີມຂອງພວກເຮົາ. ການຕໍ່າ
ຫຼືສານຜ້າພົມ ​ແມ່ນເປັນພາກສ່ວນນຶ່ງຂອງວັດທະນະທໍາຂອງພວກເຮົາ. ພວກເຮົາໃສ່ເສື້ອຜ້າປະເພນີທິເບດຕະຫຼອດເວລາ ຊຶ່ງກໍເປັນພາກສ່ວນ
ຂອງການອະນຸລັກວັດທະນະທໍາຂອງພວກເຮົາ. ພວກເຮົາກິນອາຫານທິ
ເບດຢູ່ບ້ານ ປະຕິບັດສາສະໜາພຸດ​ຂອງ​ທິ​ເບ​ດ ມີທຸງຊາດທິເບດຢູ່ໃນ​ເຮືອນ.”


​ໃນ​ທ່າມກາງສຽງດົນຕີຈາກ Bollywood ຫລືວົງ​ການ​ຮູບ​ເງົາ​ຂອງ​ອິນ​ເດຍ ທີ່​ດັງ​ກ່ອມນັ້ນ
ພວກຕໍ່າຜ້າຢູ່ທີ່ສູນກາງຫັດຖະກໍາ Jawalakhel ກໍພາກັນນັ່ງ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າເປັນ
ເວລາຫຼາຍຊົ່ວໂມງ ໃນແຕ່ລະມື້ ມືຖັກຂອດຜ້າພົມ ທີ່ນໍາອອກວາງຂາຍໃນຫ້ອງວາງ
ສະແດງ​ແຫ່ງ​ນຶ່ງ.

ສູນກາງຫັດຖະກໍາທີ່ວ່ານີ້ ສະໜັບສະໜຸນກຸ່ມປະຊາຄົມຊາວທິເບດທີ່ໃຫຍ່ທີ່ສຸດຢູ່ໃນ ເນປາລ ຄື​ມີ 1,000 ຄົນ ທີ່ອາໄສຢູ່ໃນໃຈກາງເມືອງຫຼວງ Kathmandu ຊຶ່ງເງິນລາຍໄດ້
ຈາກການຂາຍຜ້າພົມນັ້ນ ​ແມ່ນຈະມອບໃຫ້ໂຮງຮຽນຂອງ​ພວກ​ລູກ​ຫລານ​ຂອງຊາວອົບ ພະຍົບ ແລະບ້ານຢູ່​ອາ​ໄສຂອງ ພວກຜູ້ເຖົ້າຊາວ​ທິ​ເບ​ດ.

Karma Dawa ຜູ້ອໍານວຍການໃຫຍ່ຂອງສູນກາງຫັດຖະກໍາ​ແຫ່ງນີ້ ເວົ້າວ່າ:

“ຂ້າພະເຈົ້າຄິດວ່າ ມັນສໍາຄັນຫຼາຍສໍາລັບປະຊາຄົມນີ້ ແລະຊາວທິເບດພັດຖິ່ນ ທັງຫຼາຍ ທີ່ຈະຕ້ອງຮັກສາຮີດຄອງປະເພນີຂອງພວກເຮົາເອົາໄວ້ ເພື່ອ​ໃຫ້ມັນ​
ໄດ້ສືບທອດຕໍ່ໄປ ໃຫ້ແກ່ຊາວທິເບດລຸ້ນຕໍ່ໄປ.”


ການອະນຸລັກປະເພນີເຫຼົ່ານີ້ໄວ້ ກໍາລັງມີຄວາມຍາກລໍາບາກຫຼາຍຂຶ້ນ ສໍາລັບຊາວອົບພະ
ຍົບທິເບດຈໍານວນ 20,000 ຄົນ ຢູ່ໃນເນປາລນັ້ນ.

ບັນດານັກເຄື່ອນໄຫວເວົ້າວ່າ ໃນບໍ່ເທົ່າໃນປີຜ່ານມາ ເຈົ້າໜ້າທີ່ເນປາລ​ໃນກັດ​ມັນ​ດູ ໄດ້
ສັ່ງຫ້າມຊາວທິເບດ​ໃນ​ເມືອງ ບໍ່ໃຫ້ເຕົ້າໂຮມກັນເປັນກຸ່ມ ບໍ່ວ່າຈະເປັນງານສະເຫຼີມສະຫຼອງ
ວັນປະສູດຂອງອົງດາໄລ ລາມະ ຜູ້ນໍາທາງ​ດ້ານຈິດໃຈຂອງຊາວທິເບດ ຫຼືພຽງ​ເພື່ອໄປ
ຊຸມເຂົ້າປິກນິກກັນກໍ​ຕາມ.

ໃນມື້ທີ່ວີໂອເອ​ໄປຖ່າຍທໍາລາຍງານເລຶ່ອງນີ້ ກໍ​ມີເຈົ້າໜ້າທີ່ຕໍາຫຼວດເນປາລຄົນ​ນຶ່ງເຝົ້າຈັບ
ຕາເບິ່ງຢ່າງໃກ້ຊິດ.

Sudip Pathak ຫົວໜ້າອົງການສິດທິມະນຸດຂອງເນປາລ ເວົ້າວ່າ ຊີວິດການເປັນຢູ່ຂອງ
ຊາວທິເບດໃນເນປາລ ແມ່ນລໍາບາກຫຼາຍຢູ່ແລ້ວ. ໃນທ້າຍຊຸມປີ 1990 ນັ້ນ ທາງການເນ
ປາລ​ໄດ້ຢຸດອອກບັດປະຈໍາຕົວ​ໃຫ້ອົບພະຍົບ ທີ່ຍັງຜົນໃຫ້ຊາວທິເບດຫຼາຍຄົນ ບໍ່ມີໂອກາດ
ໄດ້ຮັບການສຶກສາຂັ້ນສູງ ແລະບໍ່ມີວຽກເຮັດງານທໍາ.

ທ່ານ Pathak ເວົ້າອີກວ່າ ຂໍ້ຈໍາກັດຮັດແຄບເຫຼົ່ານີ້ ແມ່ນຂຶ້ນຢູ່ກັບວ່າ ໃຜຂຶ້ນມາກໍາອໍາ ນາດຂອງປະເທດ. ທ່ານ Pathak ເວົ້າວ່າ:

“ຖ້າຫາກເຮົາມີລັດຖະບານຫົວ​ເສລີ​ນິຍົມ ຫຼື​ເປັນປະຊາທິປະໄຕ ບາງເທື່ອ
ຊາວອົບພະຍົບກໍສາມາດປະກອບກິດຈະກໍາຕ່າງໆ ຂອງພວກເຂົາເຈົ້າໄດ້ ເຕົ້າໂຮມກັນຢ່າງສັນຕິ​ໄດ້ ຫຼືສວດມົນ ຫຼືເຮັດກິດຈະກໍາທາງເສດຖະກິດ
ຂອງເຂົາເຈົ້າ. ຖ້າຫາກວ່າ ລັດຖະບານອ່ຽງຊ້າຍຫລາຍ​ຂຶ້ນ ຫຼື​ເປັນລັດຖະ
ບານຄອມມີວນີສແລ້ວ ພວກເຂົາເຈົ້າກໍເຮັດຫຍັງບໍ່ໄດ້.”


ບັນດານັກເຄື່ອນໄຫວເວົ້າວ່າ ຈີນກໍາລັງນໍາໃຊ້ການຊ່ວຍເຫຼືອແລະການລົງທຶນໃນເນປາລ
ເປັນ​ເຄື່ອງມື ​ເພື່ອ​ເຮັດໃຫ້ໝັ້ນໃຈວ່າ ເນປາລຈະບໍ່​ປ່ອຍ​ໃຫ້ມີກິດຈະກໍາຕໍ່ຕ້ານຈີນ ​ເກີດ​ຂຶ້ນ.

ແຕ່ Madan Regmi ປະທານສູນກາງສຶກສາຈີນ ທີ່ Kathmandu ເວົ້າວ່າ ບໍ່ມີຫຍັງຜິດ
ກັບການທີ່ເນປາລຍຶດໝັ້ນຕໍ່ການປະຕິບັດນະໂຍບາຍ ຈີນດຽວນັ້ນ. ທ່ານເວົ້າວ່າ:

“ຖ້າເຮົາອະນຸຍາດໃຫ້ມີກິດຈະກໍາຕໍ່ຕ້ານຈີນໄດ້ ແນ່ນອນ ຈີນກໍຈະເວົ້າວ່າ ເຮົາບໍ່ໄດ້ປະຕິບັດຕາມຄວາມໝັ້ນໝາຍຂອງພວກເຮົາ ສະນັ້ນ ຈີນມີສິດ
ທຸກຢ່າງທີ່ຈະບອກເຮົາ ແລະພວກເຮົາກໍມີສິດທຸກຢ່າງທີ່ຈະບອກພວກ ຄົນນອກບໍ່ໃຫ້ເຮັດຫຍັງຜິດ ທີ່ເປັນການຕໍ່ຕ້ານບັນດາປະເທດເພື່ອນບ້ານ
ຂອງພວກເຮົາ ດັ່ງນີ້ເປັນຕົ້ນ.”


ສໍາລັບເວລາປັດຈຸບັນນີ້ ພວກຕໍ່າຜ້າພົມຊາວທິເບດ ກໍແມ່ນສືບຕໍ່ຍຶດໝັ້ນ ໃນການອະນຸລັກ
ຮັກສາມໍລະດົກຕົກທອດຂອງພວກເຂົາເຈົ້າໄວ້ຕໍ່ໄປ ແລະພູມໃຈທີ່ຮູ້ວ່າ ຜົນງານ ແລະ
ເລຶ່ອງລາວຂອງພວກເຂົາເຈົ້າ ທີ່ຖ່າຍທອດລົງ ໃນຜ້າພົມນັ້ນຈະໄປເອ້ຍ້ອງບ້ານເຮືອນຢູ່
ໃນທົ່ວໂລກ ໃຫ້ງົດງາມ.

ເບິ່ງວີດີໂອພາສາອັງກິດ

XS
SM
MD
LG