ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ເນປານ ເຄື່ອນຍ້າຍ ສິ່ງກີດຂວາງ ຢູ່ດ່ານກວດກາ ຊາຍແດນ ຕິດກັບ ອິນເດຍ


ຊາຍຄົນນຶ່ງ ຍ່າງຢູ່ໃກ້ໆ ລົດບັນທຸກ ທີ່ກຳລັງແລ່ນຢູ່ທ້ອງຖະໜົນ ໃນເມືອງ Birgunj ຂອງເນປານ ຢູ່ຊາຍແດນຕິດ ກັບ ອິນເດຍ, ໃນວັນຈັນທີ 2 ພະຈິກ 2015.
ຊາຍຄົນນຶ່ງ ຍ່າງຢູ່ໃກ້ໆ ລົດບັນທຸກ ທີ່ກຳລັງແລ່ນຢູ່ທ້ອງຖະໜົນ ໃນເມືອງ Birgunj ຂອງເນປານ ຢູ່ຊາຍແດນຕິດ ກັບ ອິນເດຍ, ໃນວັນຈັນທີ 2 ພະຈິກ 2015.

ຕຳຫຼວດໃນ ເນປານ ໄດ້ບຸກກວດຄົ້ນ ສະຖານທີ່ຕັ້ງແຄັ້ມ ຂອງ
ພວກປະທ້ວງ ທີ່ໄດ້ກີດກັ້ນເຂດຊາຍແດນຕິດກັບ ອິນເດຍ ໃນ
ຕອນເຊົ້າຂອງວັນຈັນມື້ນີ້, ສົ່ງຜົນໃຫ້ມີການເປີດຄືນດ່ານກວດ
ກາທີ່ສຳຄັນ ທີ່ໄດ້ຖືກປິດມາເປັນເວລາ 40 ປີ ນັ້ນ. ຍານພາຫະ
ນະຫຼາຍຮ້ອຍຄັນ, ລວມທັງລົດຂົນສົ່ງນ້ຳມັນ ແລະ ລົດບັນທຸກ
ອື່ນໆ ໄດ້ຖືກຢຸດຄ້າງໃນການປິດລ້ອມດັ່ງກ່າວ. ບັນດາເຈົ້າໜ້າ
ທີ່ໄດ້ກ່າວວ່າ ການປິດລ້ອມເຂດຊາຍແດນ ໄດ້ເຮັດໃຫ້ຂາດ
ແຄນນ້ຳມັນໃນ ເນປານ.

ພວກລົດບັນທຸກໄດ້ເລີ່ມແລ່ນຂ້າມຈາກ ເນປານ ເຂົ້າ ອິນເດຍ
ແຕ່ກໍຍັງບໍ່ຈະແຈ້ງວ່າ ການສັນຈອນນັ້ນ ແມ່ນເຄື່ອນຍ້າຍ ຈາກອິນເດຍ ຫາ ເນປານຫຼືບໍ່.

ພວກປະທ້ວງຈາກຊຸມຊົນຊາວMadhesi ຜູ້ທີ່ອາໄສຢູ່ຕາມເຂດຊາຍແດນຂອງ ເນປານ
ແລະ ອິນເດຍ ໄດ້ຕັ້ງເຕັ້ນຂວາງເສັ້ນທາງ, ເຊິ່ງເປັນເສັ້ນທາງຂົນສົ່ງທາງການຄ້າ ແລະ
ສິນຄ້າກວມ 80 ເປີເຊັນຂອງ ເນປານ. ພວກເຂົາເຈົ້າ ຢາກໃຫ້ລັດຖະບານແກ້ໄຂ ລັດ
ຖະທຳມະນູນທີ່ໄດ້ຖືກຮອງຮັບໃນເດືອນກັນຍາ ທີ່ຜ່ານມາເພື່ອໃຫ້ພວກເຂົາເຈົ້າ ມີຂໍ້
ຄິດເຫັນ ຫຼາຍຂຶ້ນໃນລັດຖະບານ ແລະ ສະພາ.

ໃນເດືອນແລ້ວນີ້, ບັນນາທິການໜັງສືພິມ Times ຂອງ ເນປານ ທ່ານ Kunda Dixit
ໄດ້ກ່າວວ່າ ມີການລຽງຄິວຊື້ນ້ຳມັນລົດ ຍາວ 8 ກິໂລແມັດທີ່ປ້ຳນ້ຳມັນຫຼາຍແຫ່ງ ຍ້ອນ
ການປິດລ້ອມດັ່ງກ່າວນັ້ນ ແລະ “ປະຊາຊົນທຳມະດາ ແມ່ນບໍ່ສາມາດເລີ່ມເຮັດສິ່ງໃດ
ສິ່ງໜຶ່ງໄດ້, ເຄື່ອງຢູ່ຂອງໃຊ້ທີ່ສຳຄັນຂອງພວກເຂົາເຈົ້າແມ່ນກຳລັງໝົດລົງ, ໂຮງຮຽນ
ແຕ່ລະແຫ່ງໄດ້ຖືກປິດ ແລະ ໂຮງໝໍຕ່າງໆກໍຈະໝົດຢາໃຊ້ແລ້ວ.”

ການຂາດແຄນຕ່າງໆໄດ້ກະຕຸ້ນຄວາມບໍ່ພໍໃຈທີ່ເຄັ່ງຕຶງຕໍ່ ອິນເດຍ ໃນ ເນປານ, ເຊິ່ງໄດ້
ກ່າວຫາ ນິວເດລີ ໃນການສົມຮູ້ຮ່ວມຄິດ ກັບພາກພື້ນ Madhesi ໃຫ້ມີການປິດກັ້ນ ທີ່ບໍ່
ເປັນທາງການເພີ່ມຂຶ້ນ. ເນປານ ໄດ້ຕຳໜິທະຫານຮັກສາຄວາມປອດໄພ ອິນເດຍ ທີ່ບໍ່
ຢຸດຢັ້ງພວກປະທ້ວງ ໃນເວລາທີ່ພວກເຂົາຫຼົບໜີ ເຂົ້າເຂດແດນຂອງ ອິນເດຍ ເພື່ອຫຼົບ
ໜີ ຈາກຕຳຫຼວດ ເນປານ.

ຊາວ Madhesi ມີສາຍພົວພັນທີ່ໃກ້ຊິດທາງດ້ານວັດທະນະທຳ ແລະ ເສດຖະກິດກັບ
ຄົນອິນເດຍ ແລະ ນິວເດລີ ແມ່ນເຫັນອົກເຫັນໃຈຕໍ່ຄວາມຮຽກຮ້ອງຂອງພວກເຂົາເຈົ້າ
ສຳລັບການມີສ່ວນຮ່ວມ ທີ່ຫຼາຍກວ່າເກົ່າໃນສະພາ ແລະ ລັດຖະບານ. ແນວໃດກໍຕາມ
ອິນເດຍ ໄດ້ປະຕິເສດທີ່ຈະຮັບຜິດຊອບຕໍ່ກັບການປິດລ້ອມໃນຄັ້ງນີ້.

ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາຊົນຫຼາຍກວ່າ 40 ຄົນໄດ້ຖືກຂ້າຕາຍໃນການປະທະກັນ
ລະຫວ່າງ ຕຳຫຼວດ ແລະ ຊາວ Madhesiທີ່ໄດ້ເລີ່ມຂຶ້ນໃນຕົ້ນປີນີ້.

XS
SM
MD
LG