ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ພວກນິຍົມລັດທິເມົາເຈີຕຸງນັດຢຸດງານ ປະທ້ວງທີ່ເນປາລ


ພວກສະນັບສະນຸນລັດທິເມົາເຈີຕຸງກຳລັງໄປເຕົ້າໂຮມກັນໃນໃຈກາງເມືອງກາທມັນດູ ວັນທີ່ 1 ພຶດສະພາ 2010
ພວກສະນັບສະນຸນລັດທິເມົາເຈີຕຸງກຳລັງໄປເຕົ້າໂຮມກັນໃນໃຈກາງເມືອງກາທມັນດູ ວັນທີ່ 1 ພຶດສະພາ 2010

ພວກສະໜັບສະໜູນພັກ​ທີ່​ນິຍົມລັດທິເມົາ​ເຈີ​ຕຸ​ງ ຊຶ່ງເປນພັກຝ່າຍຄ້ານຂອງເນປາລ ​ໄດ້ພາກັນອອກໄປ ເຕົ້າໂຮມກັນຢ່າງແອອັດຢູ່ຕາມຖະໜົນຫົນທາງ ຂອງນະຄອນຫລວງກາທມັນດູ ​ໃນວັນອາທິດມື້ນີ້ໃນ​ການ​ນັດຢຸດ​ງານປະທ້ວງ ​ເພື່ອບີບ​ບັງຄັບໃຫ້ນາຍົກລັດຖະມົນຕີ Madhav Kumar Nepal ລາອອກຈາກຕຳ ແໜ່ງນາຍົກລັດຖະມົນຕີໂດຍທັນທີ.

ການປະທ້ວງໄດ້ປິດການຂົນສົ່ງ ໂຮງຮຽນ ແລະຕະຫລາດ​ໃນທົ່ວປະເທດເນປາລ.

ສະມາຊິກ​ພັກນິຍົ​ມ​ເມົາ​ເຈີ​ຕຸ​ງ ແລະພວກສະໜັບສະໜູນເຂົາເຈົ້າຈຳນວນຫລາຍໝື່ນຄົນ ​ໄດ້​ເລີ່​ມພາກັນເດີນຂະ​ບວນຜ່ານເມືອງຫລວງຂອງເນປາລ ເມື່ອວັນເສົາວານນີ້ ເພື່ອຮຽກຮ້ອງໃຫ້ນາຍົກລັດຖະມົນຕີລາ ອອກຈາກຕຳແໜ່ງນັ້ນ.

ແຕ່ນາຍົກເນປາລ ກ່າວວ່າ ທ່ານບໍ່ມີແຜນການທີ່ຈະລາອອກ ​ແລະວ່າລັດຖະບານຈະບໍ່ຍອມກົ້ມຫົວ​ໃຫ້​ແກ່ການນາບຂູ່ ການສ້າງຄວາມຮຸນ ແຮງ ແລະການຢຸດ​ງານປະທ້ວງນັ້ນ.

ສ່ວນຜູ້ນຳພັກນິຍົມເມົາເຈີຕຸງ ອະດີດນາຍົກລັດຖະມົນຕີເນປາລ ທ່ານ Pushpa Kamal Dahal ຫລືທີ່ຮູ້ກັນດີໃນອີກຊື່ນຶ່ງ ວ່າ Prachan-da ນັ້ນ ໄດ້ທຳນາຍວ່າ ລັດຖະບານເນປາລຈະພັງທະລາຍລົງ ພາຍ ໃນບໍ່ເທົ່າໃດມື້ຂ້າງໜ້ານີ້ ແລະທ່ານກໍຈະຂື້ນເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງເນປາລ.

XS
SM
MD
LG