ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ​ເນປານ ຂັດຂວາງ ບໍ່ໃຫ້ມີ ການປະທ້ວງ ​ຕ້ານ ການ​ປົກຄອງ ​ຂອງຈີນ.


ຕຳຫລວດ ເນປານ ພວກນັກເຄື່ອນໄຫວທິເບດ ທີ່ພາກັນປະທ້ວງ ຢູ່ຕໍ່ໜ້າສະຖານທູດຈີນ ໃນນະຄອນຄັດແມນດູ
ຕຳຫລວດ ເນປານ ພວກນັກເຄື່ອນໄຫວທິເບດ ທີ່ພາກັນປະທ້ວງ ຢູ່ຕໍ່ໜ້າສະຖານທູດຈີນ ໃນນະຄອນຄັດແມນດູ
ຕຳຫລວດ ​ໃນ ​ເນ​ປານ ​ໄດ້​ຈັບ​ຊາວ​ທິ​ເບ​ດ ຢ່າງໜ້ອຍ​ເກົ້າ​
ຄົນ ອັນເປັນ​ພາກສ່ວນນຶ່ງໃນການ​ເພີ້​ມການຮັກສາຄວາມ
​ປອດ​ໄພ ເນື່ອງໃນໂອກາດ ວັນ​ຄົບຮອບ 55 ປີ ຂອງ​ການ
ລຸກ​ຮື​ຂື້ນ ​ຕ້ານການ​ປົກຄອງ​ຂອງຈີນ.

ບັນດາ​ເຈົ້າ​ໜ້າ​ທີ່ໃນນະຄອນ Kathmandu ກ່າວ​ວ່າ ​ເຂົາ
​ເຈົ້າ​ໄດ້​ກັກ​ຂັງຫ້າ​ຄົນທີ່​ຈັດ​ການ​ປະ​ທ້ວງນ້ອຍໆຂຶ້ນຢູ່​ນອກ
ສະຖານທູດ​ຈີນ. ອີກ​ສີ່​ຄົນ​ໄດ້​ຖືກ​ຈັບ ຢູ່ບ່ອນອື່ນໆ ໃນນະ
ຄອນຫລວງຂອງເນ​ປານ.

ປະທານອົງການ​ສະພາ​ຊາວ​ໜຸ່ມທິ​ເບ​ດຢູ່​ໃນ​ຂົງ​ເຂດ ທ້າວ
Passang ​ໄດ້ກ່າວ ​ຕໍ່ວີ​ໂອ​ເອ ພະແນ​ກພາສາ​ທິ​ເບ​ດວ່າ ກຳລັງຕຳຫລວດ​ໃນ​ເນ​ປານ
​ໄດ້​ພາກັນ ອອກ​ມາ​ປະຕິບັດໜ້າທີ່ຢ່າງ​ຫຼວງຫລາຍ ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້ມີການ​ເດີນຂະ
ບວນ ​ປະ​ທ້ວງ. ລາວກ່າວ​ວ່າ :

“ກະຊວງ​ພາຍ​ໃນ ​ເນ​ປານ ​ໄດ້​ສົ່ງຕຳຫລວດ​ຫລາຍ​ຮ້ອຍ​ຄົນ ອອກ​ມາ​ປະຕິບັດ​ງານ ນັບ​
ຕັ້ງ​ແຕ່ຕອນ​ເຊົ້າ ຢູ່ຕາມ​ສູນຕ່າງໆຂອງ​ຊາວ​ທິ​ເບ​ດ ອ້ອມ​ແອ້ມ​ຮ່ອມ​ພູ Kathmandu. ​
ເຂົາ​ເຈົ້າ​ເຕືອນພວກເຮົາ ບໍ່​ໃຫ້​ຈັດການ​ປະ​ທ້ວງ ​ແລະ​ໃຫ້​ພາກັນ​ຢູ່​ໃນ​ເຮືອນ. ບັນດາ​ຫ້າງ
​ຮ້ານ​ຂອງ​ຊາວທີ​ເບ​ດ ​ໄດ້​ຖືກ​ສັ່ງໃຫ້​ປິດ ​ແລະ​ ບໍ່​ມີ​ໃຜ​ສາມາດເດີນທາງໄປມາໄດ້. ​ເພາະ
ສະ​ນັ້ນ ສະຖານະ​ການກໍຄື​ກັນ​ກັບການ​ກັກ​ບໍ ລິ​ເວນ ​ສຳລັບຊາວທິ​ເບ​ດ ຢູ່​ໃນນະຄອນ
Kathmandu.”

ບັນດາ​ຊາວ​ທິ​ເບ​ດພັດ​ຖິ່ນ ​ແລະ​ຜູ້​ສະໜັບສະໜູນ ພາກັນ​ຈັດການ​ປະ​ທ້ວງຂຶ້ນຢູ່​ຕາມເມືອງ​ຕ່າງໆໃນ​ທົ່ວ​ໂລກ ​ໃນ​ວັນ​ຈັນ​ວານ​ນີ້ ຮວມ​ທັງ ນະຄອນ​ນິວຢອກ ນິວ​ເດນ​ລີ ​ແລະ ລອນ​ດອນ.
ຫລັງ​ຈາກ ການລຸກ​ຮື​ຂື້ນຂອງຊາວທິເບດ ຕ້ານການ​ປົກຄອງ​ຂອງ​ຈີນ ​ໃນ​ວັນ​ທີ 10 ​ເດືອນ
​ມີນາ ປີ 1959 ອົງ​ດາ​ໄລ ລາ​ມະ ​ແລະ​ບັນດາ​ຜູ້​ສະໜັບສະໜູນ ​ໄດ້​ພາກັນ​ຫລົບໜີ ​ໄປລີ້ໄພ
ຢູ່ໃນຕ່າງປະເທດ.
XS
SM
MD
LG