ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນຫາທ້າທາຍ ພວມລໍຖ້າ ອົງການຊ່ອຍເຫຼືອຕ່າງໆ ຢູ່ Nepal


Challenges Await Aid Organizations on the Ground in Nepal
please wait

No media source currently available

0:00 0:02:24 0:00

​ໄດ້​ເກີດແຜ່ນດິນໄຫວຂະໜາດແຮງຂຶ້ນ ທີ່ປະເທດ Nepal ໃນ
ວັນເສົາແລ້ວນີ້ ເຮັດໃຫ້ມີຜູ້ເສຍຊີວິດຫລາຍພັນຄົນ ແລະບາດ
ເຈັບອີກຫລາຍພັນຄົນພ້ອມທັງສົ່ງຊາວ Nepal ຈຳນວນນັບບໍ່
ຖ້ວນອອກໄປຢູ່ອາໄສ ຫຼືຫລັບນອນ ຢູ່ຕາມຕູບຜ້າຕັ້ງ. ບັນຫາ
ທ້າທາຍສຳຫລັບ Nepal ແມ່ນໃຫຍ່ຫຼວງຫຼາຍໂດຍຄາດຄະ​ເນ
ກັນວ່າ ການບູລະນະສ້າງສາ ອາດຈະຕ້ອງໄດ້ໃຊ້ເງິນ ປະມານ
5 ພັນລ້ານໂດລາ. ພວກເຈົ້າໜ້າທີ່ໃຫ້ຄວາມຊ່ອຍເຫຼືອຈາກທົ່ວ
ໂລກ ກໍປະເຊີນກັບບັນຫາທ້າທາຍໃນການເດີນທາງເຂົ້າໄປໃນ
Nepal ຊຶ່ງມີທ່າທາງວ່າ ຈະເຮັດໃຫ້ການຟື້ນ​ໂຕ​ຄືນ ປະສົບກັບ
ຄວາມຫຍຸ້ງຍາກ. Arash Arabasadi ມີລາຍງານເລື້ອງນີ້ຈາກ
ວໍຊິງຕັນ ດັ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ພຽງບໍ່ເທົ່າໃດມື້ ຫລັງຈາກໄດ້ເກີດແຜ່ນດິນໄຫວ ທີ່ມີຄວາມແຮງ 7.8 ຣິກເຕີ້ ຊຶ່ງໄດ້ເອົາຊີ ວິດຜູ້ຄົນໄປແລ້ວ ບໍ່ຕ່ຳກວ່າ 4,000 ຄົນ ການຊ່ອຍເຫລືອກໍຫຼັ່ງໄຫຼຈາກທົ່ວໂລກ ເຂົ້າໄປ ສູ່ Nepal ແຕ່ການນຳ​ເອົາຄວາມຊ່ອຍເຫລືອ​ໄປ​ຍັງບ່ອນທີ່ມີຄວາມຕ້ອງການນັ້ນ ກໍເປັນ ບັນຫາທ້າທາຍໃນໂຕຂອງມັນເອງ.

ທ່ານ Chris Skopec ຜູ້ອຳນວຍການອະວຸໂສໜ່ວຍຮັບມືກັບເຫດການສຸກເສີນແລະກຽມ ພ້ອມຂອງອົງການ International Medical Corp ກ່າວວ່າ:

“ສະຖານະການທາງພາກພື້ນດິນ ທີ່ນະຄອນ Kathmandu ຢູ່ໃນທຸກໆເຂດທີ່ໄດ້ ຮັບຜົນກະທົບ ແມ່ນວຸ້ນວາຍຫຼາຍ ຫລັງຈາກໄດ້ເກີດແຜ່ນດິນໄຫວທີ່ມີຄວາມແຮງ ໃນລະດັບນັ້ນ.”

ທ່ານ Skopec ກ່າວວ່າ ສ່ວນນຶ່ງຂອງບັນຫາກໍຄືສະໜາມບິນນ້ອຍຢູ່ທີ່ນັ້ນ ຮັບໜ້າທີ່ໜັກ ເກີນໄປ.

“ພວກເຮົາໄດ້ມີ 2 ຖ້ຽວບິນ ທີ່ບັນທຸກພະນັກງານຂອງພວກເຮົາ ໄປທີ່ນັ້ນ ໄດ້ຖືກ ສັ່ງໃຫ້ກັບຄືນແລະບໍ່ສາມາດເຂົ້າໄປໄດ້. ຖ້ຽວບິນຈຳນວນນຶ່ງສາມາດລົງຈອດໄດ້ ແຕ່ມັນກໍ​ເອົາ​ແນ່ນອນບໍ່ໄດ້ ໃນເວລານີ້.”

ຊຶ່ງນັ້ນ ໄດ້ກໍ່ໃຫ້ເກີດບັນຫາຕ່າງໆຢ່າງ​ຫລວງຫຼາຍ. ລາຍງານຂ່າວແຈ້ງວ່າ ມີຫລາຍກວ່າ 7,100 ຄົນໄດ້ຮັບບາດເຈັບ ແລະບໍ່ວ່າໃນກໍລະນີໃດກໍຕາມ ໂຄງລ່າງພື້ນຖານທາງດ້ານ ການແພດຂອງ Nepal ແມ່ນບໍ່ສາມາດຮັບມືໄດ້. ແຕ່ທ່ານ Skopec ກ່າວວ່າບັນຫາແມ່ນ ​ມີຫລາຍໄປກວ່າການຈັດສົ່ງຢຸກຢາ ໄປໃຫ້.

“ຜູ້ຄົນແມ່ນໄດ້ຖືກຍົກຍ້າຍບ່ອນຢູ່ ແລະພາຍໃຕ້ສະພາບການດັ່ງກ່າວນີ້ ຄວາມ ເປັນໄປໄດ້ ໃນການທີ່ອາດຈະເກີດການເຈັບປ່ວຍ ທີ່ມານຳນ້ຳ ໄດ້ເພີ້ມຂຶ້ນຢ່າງ ຫລວງຫຼາຍ ແລະໃນຫລາຍໆກໍລະນີ ພວກເຮົາຈະເຫັນມີຜູ້ເຈັບປ່ວຍຕື່ມຂຶ້ນ ​ໃນ ຄື້ນຟອງທີສອງຈາກພະຍາດທີ່ສາມາດປ້ອງກັນໄດ້ ບໍ່ແມ່ນພຽງແຕ່ມາຈາກແຜ່ນ ດິນໄຫວເທົ່ານັ້ນ. ສະນັ້ນ ແທ້ໆ​ແລ້ວພວກ​ເຮົາ​ແມ່ນ​ກຳລັງມອງ​ເບິ່ງໄປຍັງຄວາມ ວິຕົກກັງວົນ ໃນດ້ານສາທາລະນະສຸກ ແລະສິ່ງທີ່ອາດ​ສາມາດຕິດຕາມມາ ຫລັງ ຈາກນັ້ນ.”

ທ່ານນາງ Tracy Reines ສູນກາງສະໜອງຕອບນາໆຊາດທີ່ສະພາກາແດງອາເມຣິກັນ ກ່າວວ່າ

“ຜູ້ຄົນຈຸທຳອິດ ພວກທີ່ຮັບມື​ຈຸທຳອິດ ແມ່ນພວກທີ່ອາໄສ ຢູ່ທີ່ນັ້ນ ເປັນຜູ້ຄົນມາ ຈາກບ່ອນ​ຫັ້ນ ເຮັດທຸກສິ່ງທຸກຢ່າງທີ່ເຂົາເຈົ້າສາມາດເພື່ອຊ່ອຍຕົວເຂົາເຈົ້າເອງ
ໃນໄລຍະຫລາຍໆຊົ່ວໂມງທຳອິດ.”

ທ່ານນາງ Reines ເວົ້າວ່າ ການຕິດຕໍ່ສື່ສານກັນ ລະຫວ່າງພະນັກງານຊ່ອຍເຫລືອຢູ່ໃນ Nepal ແມ່ນບໍ່ສະໝ່ຳສະເໝີ.

“ລະບົບໃນເວລານີ້ ແມ່ນອ່ອນແອຫລາຍ. ມັນຫຍຸ້ງຍາກຢູ່​ແລ້ວ ທີ່ຈະໄດ້ຮັບສັນ ຍານຫຼືສົ່ງສັນຍານໄປທົ່ວປະເທດທີ່ເປັນພູຜາໄດ້. ສະພາ​ບການບໍ່ໄດ້ດີຂຶ້ນເລີຍ
ຫລັງຈາກເກີດແຜ່ນດິນໄຫວ ມັນ​ແຮງຂີ້ຮ້າຍລົງຕື່ມ.”

ດ້ວຍ​ຫຼິງ​ເຫັນ​ບັນຫາ​ນີ້ ທ່ານ Glen ແລະຍານາງ Julie Bradley ສາມີພັນ ລະຍາທີ່ແຕ່ງ ງານມາໄດ້ 26 ປີ ຈຶ່ງໄດ້ອອກເດີນທາງ ຈາກນະຄອນຫຼວງ ວໍຊິງຕັນ​ເມື່ອຄືນວັນຈັນແລ້ວ ໄປຍັງນະຄອນ Istanbul ເພື່ອເດີນທາງຕໍ່ໄປຍັງ Nepal.

ທ່ານ Glen Bradley ຊຶ່ງເປັນອາສາສະໝັກຂອງສະພາກາແດງອາເມຣິກັນ ກ່າວວ່າ:

“ພວກເຮົາຈະໄປຕິດຕັ້ງ ເຄື່ອງສື່ສານຄົມມະນາຄົມ ແລະຕາໜ່າງຄອມພິວເຕີ້ ວິ ທະຍຸສື່ສານ ແລະອິນເຕີແນັດ.”

ຍານາງ Julie Bradley ຊຶ່ງເປັນອາສາສະໝັກຂອງສະພາກາແດງອາເມຣິກັນເຊັ່ນດຽວ ກັນ ກ່າວວ່າ:

“ພວກເຮົາຈະຕິດຕັ້ງຄວາມສາມາດທາງອິນເຕີແນັດ ເພື່ອໃຫ້ມີການປະສານງານ ກັນຫຼາຍຂຶ້ນ ໃນການຕອບຮັບຕໍ່ໄພພິບັດດັ່ງກ່າວ.”

ຢູ່ໃນປະເທດ ທີ່ມີບັນຫາທ້າທາຍ ໃນດ້ານການສື່ສານທາງພາກພື້ນດິນຢູ່ແລ້ວນັ້ນ ການ
ຕິດຕັ້ງລະບົບສື່ສານທີ່ມີຄວາມຈຳເປັນ ທ່າມກາງທີ່ເກີດໄພທຳມະຊາດ ອາດເປັນບັນຫາ ທ້າທາຍທີ່ໃຫຍ່ທີ່ສຸດອັນນຶ່ງ ທີ່ພວກພະນັກງານໃຫ້ຄວາມຊ່ອຍເຫລືອ ກຳລັງປະເຊີນໜ້າ ຢູ່ໃນເວລານີ້. ແລະໃນຂະນະທີ່ ຖ້ຽວບິນເດີນທາງໄປ Nepal ຖືກສັ່ງໃຫ້ບິນກັບຄືນເພີ້ມ ຂຶ້ນນັ້ນ ຄວາມເປັນຫ່ວງກັງວົນກໍມີຕື່ມຂຶ້ນສຳຫຼັບພວກ ທີ່ມີ​ຄວາມຕ້ອງການທາງດ້ານການ ແພດ ຢ່າງຮີບດ່ວນ.

A major earthquake rocked Nepal on Saturday and killed thousands, injured thousands more and sent countless Nepalese outside to live in makeshift tent villages.The challenges to Nepal are enormous, with some reconstruction estimates at around $5 billion.Aid workers from around the world face challenges getting into Nepal, which likely makes for a difficult recovery.Arash Arabasadi has the story from Washington.

This is Nepal just days after a 7.8-magnitude earthquake claimed at least 4,000 lives.Aid pours in from around the world, but getting help where it's needed is a challenge of its own.

"The situation on the ground in Kathmandu - in all of the affected areas - is extremely chaotic in the wake of an earthquake of that magnitude."

Chris Skopec is Senior Director of Emergency Response and Preparedness at International Medical Corps.He says part of the problem is that the small airport there is overloaded.

"We've had two flights that have had our personnel onboard that have been turned back and not been able to get in. Some flights are landing, but it's hit or miss at this point."

That brings its own host of problems.Reports cite more than 7,100 injured, and by all accounts Nepal's medical infrastructure can't handle the load.But Skopec says it's more than delivering medical supplies.

"People are being displaced. And so in such a context, the potential for waterborne illnesses grows dramatically. And often times we will see even more casualties in the second wave based on preventable diseases as opposed to just the earthquake itself. So we are really looking out for the public health concerns and what can come after."

"The first people - the first responders - are people who live there, who are from there, doing everything they can to help themselves in the first several hours."

Tracy Reines is Director of the International Response Center at the American Red Cross.She says communications between aid workers in Nepal is intermittent.

"The system at the moment is pretty weak.It's difficult to get signals across a really mountainous country.That has not been better after this; it's been worse."

Which brings us to volunteers, Glen and Julie Bradley.The married couple of 26 years left from Washington Monday night for Istanbul on their way to Nepal.

"We're going in to set up communications and computer networks, radio communications and Internet."

"We're initiating Internet capability to have a more coordinated disaster response."

In a country with terrestrial communications challenges, building a need-based system amid a natural disaster may be one of the biggest challenges facing aid workers right now.And, as more inbound flights are turned away, concern grows for those in need of immediate medical care.

XS
SM
MD
LG