ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດິນໄຫວຮ້າຍແຮງ ປະທະເນປາລ ສອງມື້ລຽນຕິດ ຫຼາຍກວ່າ 2200 ຄົນ ເສຍຊີວິດ


ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.7 ຣິກ​ເຕີ ໄດ້​ປະ​ທະ​ເຂດ​ນະຄອນ
ຫຼວງ ກັດ​ມັນ​ດູ ຂອງ​ເນ​ປາລ ໃນ​ວັນ​ອາທິດມື້​ນີ້ ໜຶ່ງ​ມື້​ຫຼັງ​ຈາກ
ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່ ໄດ້ຖະຫລົ່ມຂົງ​ເຂດດັ່ງກ່າວ ​ເຮັດ​ໃຫ້​ປະ
ຊາຊົນ​ເສຍ​ຊີວິດ​ໄປ​ ຫຼາຍ​ກວ່າ 2200 ຄົນ ​ແລະ​ທຳລາຍ​ບ້ານ​
ເຮືອນແລະ​ພື້ນຖານໂຄ່ງ​ລ່າງ ຂອງ​ປະ​ເທດ. ສະຫະລັດ​ແລະ​ປະ
​ເທດ​ອື່ນໆ ກຳລັງ​ສົ່ງ​ພວກ​ທີ​ມພະນັກ ງານ​ຊ່ອຍ​ກູ້​ໄພໄປ​ຍັງ​ຂົງ​
ເຂດ ​ເພື່ອ​ຊ່ອຍ​ຮັບ​ມື​ກັບໂສກ​ນາດຕະກຳ​ດັ່ງກ່າວ.

ອົງການ​ສຳ​ຫຼວດ​ທໍລະນີວິທະຍາ​ຂອງສະຫະລັດ ກ່າວ​ວ່າ ແຜ່ນ
ດິນ​ໄຫວຄັ້ງ​ທີ​ສອງນີ້ ມີຄວາມ​ເລິກພຽງປະມານ 10 ຫຼັກ​ກິ​ໂລ​ແມັດ
ຊຶ່ງ​ໄກ​ຈາກ​ນະຄອນຫຼວງ​ກັດ​ມັນ​ດູ​ ໄປ​ທາງ​ທິດຕາ​ເວັນ​ອອກ​ປະມານ
65 ຫຼັກ​ກິ​ໂລ​ແມັດ ​ແລະ​ວ່າ​ ຄວາມ​ເສຍ​ຫາຍຄົງ​ເກີດ​ຂຶ້ນ​ຢູ່​ພາຍໃນ​ວົງ​ລັດ​ສະ​ໝີ 50 ຫຼັກ​ກິ​ໂລ​ແມັດ.

ຜົນ​ກະທົບ​ຂອງ​ແຜ່ນດິນ​ໄຫວ​ຄັ້ງ​ຫຼ້າ​ສຸດນີ້ ຍັງ​ບໍ່​ທັນມີ​ການປະກາດ​ໃຫ້​ຊາບ​ເທື່ອ.

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

ແຜ່ນດິນ​ໄຫວ ແຮງ 7.8 ຣິກ​ເຕີ ​ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ປະ​ທະ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ
ໄກ​ຈາກນະຄອນຫຼວງ​ກັດ​ມັນ​ດູ​ໄປ 80 ຫຼັກ​ກິ​ໂລ​ແມັດ ຊຶ່ງ​ໄດ້​ທຳລາຍ​ພາກສ່ວນ​ໃຫຍ່​ຂອງ
ໃຈກາງ​ປະຫວັດສາດ​ ຂອງ​ເມືອງ​ດັ່ງກ່າວ. ​ໃນ​ພາກ​ຕາ​ເວັນ​ອອກ ​ແຮງຫິມະເຈື່ອນ​ໄດ້​ສັ່ນ​ສະ
ເທືອ​ນ​ ພູ​ເຂົາ​ Everest ຊຶ່ງ​ເປັນ​ຈຸດ​ສູງ​ສຸດ​ຂອງໂລກ ​ໂດ​ຍໄດ້​ເອົາ​ຊີວິດ​ພວກ​ນັກ​ປີນ​ພູ​ໄປ ​ຢ່າງ​ໜ້ອຍ 17 ຄົນ ​ເຮັດໃຫ້​ໄດ້​ຮັບ​ບາດ​ເຈັບຕື່ມ​ອີກ​ຫຼາຍ​ຄົນ ​ແລະ​ຖົມ​ຄ້າຍ​ພັກ​ທັງ​ໝົດ​ໃນ​ຂົງເຂດ. ຕົກ​ມາ​ຮອດ​ເຊົ້າ​ວັນ​ອາທິດ​ມື້​ນີ້ ພວກ​ແຫຼ່ງຂ່າວ​ຕ່າງໆ​ໄດ້​ເລີ້ມ​ແຈ້ງ​ຂ່າວ​ໃຫ້​ວີ​ໂອ​ເອ
ຊາບ​ກ່ຽວ​ ກັບຈຳນວນ​ຜູ້​ເສຍຊີວິດ ​ແລະ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ຊັບ​ສິນ ​ໃນເຂດ​ປົກຄອງ​ຕົນ​ເອງຂອງ​ທິ​ເບ​ດ ຊຶ່ງ​ຢູ່​ຫ່າງ​ຈາກ​ນະຄອນຫຼວງ ກັດ​ມັນ​ດູ​ໄປ​ທາງ​ທິດ​ເໜືອ ​ຫຼາຍ​ຮ້ອຍ​ຫຼັກ​ກິ​ໂລ​ແມັດນັ້ນ.

ແຜນທີ່ບ່ອນເກີດຫິມະເຈື່ອນ ເທິງພູເຂົາ Everest ທີ່ເນປາລ.
ແຜນທີ່ບ່ອນເກີດຫິມະເຈື່ອນ ເທິງພູເຂົາ Everest ທີ່ເນປາລ.

ຢ່າງ​ໜ້ອຍ​ປະຊາຊົນ​ 34 ຄົນເສຍ​ຊີວິດ​ໄປ​ໃນ​ອິນ​ເດຍ ​ໃນ​ຂະນະ​
ທີ່​ມີການ​ແຈ້ງ​ຂ່າວຄວາ​ມ​ເສຍ​ຫາຍ​ເປັນພຽງ​ບາງສ່ວນ ມາ​ຈາກ
​ພວກ​ຂົງ​ເຂດ​ທີ່ຢູ່​ຫ່າງ​ໄກ ນັບ​ແຕ່ Bangladesh, Bhutan ​ແລະ
ແຫ່ງ​ອື່ນໆຢູ່​ໃນ​ຂົງ​ເຂດ​ຊາຍ​ແດນ​ລະຫວ່າງ​ເນ​ປາລແລະ​ຈີນ ​ໃນ
​ເຂດ​ສອກຫຼີກ​ຫ່າງ​ໄກ​ນັ້ນ.

ສະຫະລັດ​ໄດ້​ສະ​ແດງ​ຄວາມ​ເສົ້າໂສກ​ເສຍ​ໃຈ​ນຳ​ການ​ເສຍ​ຊີວິດ
ຂອງ​ຜູ້​ຄົນ ​ແລະ​ໄດ້​ຮັບປາກ​ໃຫ້ເງິນ​ຊ່ວຍ​ເຫຼືອ​ໃນ​ທັນທີ 1 ລ້ານ​ດອນ​ລາ​. ນອກ​ນັ້ນ ລັດຖະ
ບານປະທານາທິບໍດີ​ໂອ​ບາມາ ​ໄດ້​ສັ່ງໃຫ້​ທີ​ມພະນັກ ງານ​ຊ່ອຍ​ກູ້​ໄພ​ແຜ່ນດິນ​ໄຫວຊັ້ນ​ຢ້ຽມ​ຂອງ​ສະຫະລັດ ຢູ່​ໃນ​ລັດເວີຈີເນຍ ກຽ​ມຕົວ​ໄປຊ່ວຍ​ເຫລືອ​ໂດຍ​ທັນທີ ​ແລະ​ບອກ​ພວກ​ທີ​ມ
ຊ່ຽວຊານ​ທີ່​ມີ​ຊື່​ສຽງອີກ​ຈຸ​ໜຶ່ງ​ ໃນ​ນະຄອນ Los Angeles ​ກຽມຕົວເພື່ອ​ເດີນທາງໄປ​ຍັງ
​ເນ​ປາລ​ເຊັ່ນ​ກັນ.

​ໂຄສົກ​ປະຈຳ​ສູນ​ ປະຕິບັດ​ງານ​ຊອກ​ຄົ້ນ​ແລະ​ຊ່ອຍ​ກູ້​ຊີວິດ​ລະຫວ່າງ​ຊາດ​ທີ່ຕັ້ງ​ຢູ່​ໃນ​ ເມືອງ Fairfax ລັດ Virginia ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ໜ່ອຍ​ກູ້​ໄພຂອງ​ຕົນ ​ທີ່​ມີ​ສະມາ
ຊິກ 80 ຄົນ​ ຮວມທັງ​ພວກແພດ​ໝໍ ທີ​ມໝາ​ສືບ​ກິ່ນ ​ແລະ​ນັກ​ຊ່ຽວຊານ​ດ້ານ​ໂຄງ​ລ່າງ ​ແມ່ນ​ຕຽມ​ພ້ອມ​ແລ້ວ ແລະ​ກຳລັງ​ລໍຖ້າ​ຄຳ​ສັ່ງ​ຂັ້ນ​ສຸດ​ທ້າຍ​ໃຫ້ອອກ​ເດີນທາ​ງນັ້ນ.

Nepal Quake
please wait
Embed

No media source currently available

0:00 0:01:14 0:00

ທ່ານ Subrahmanyam Jaishanka ລັດຖະມົນຕີ​ຕ່າງປະ​ເທດ​ອິນ​ເດຍ ກ່າວ​ວ່າ ​ພວກ​ສະບຽງ​ບັນ​ເທົາ​ທຸກ​ນ້ຳໜັກ 3 ​ໂຕນ ​ແລ​ະພວກ​ກຳລັງ​ຕອງ​ສະໜອງ​ໄພ​ຫາຍຍະນະ​ແຫ່ງ​ຊາດ​ຂອງ​ອິນ​ເດຍ 40 ກຳລັງຖືກ​ສົ່ງ​ໂດຍ​ທາງ​ເຮືອບິນ ​ໄປ​ຍັງ​ເນ​ປາລ.

​ແຜ່ນດິນ​ໄຫວ​ທີ່​ບໍ່ ​ເລິກ​ໃນ​ວັນ​ເສົາ​ນັ້ນ ແມ່ນ​ເກີດ​ຂຶ້ນ​ໃນ​ບໍ່​ເທົ່າ​ໃດ​ນາທີ​ກ່ອນ​ທ່ຽງ​ວັນ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ. ທິວວະ​ທັດ​ຂອງ​ນະຄອນຫຼວງ​ທີ່​ເກົ່າ​ແກ່​ຂອງ​ເນ​ປາລ ​ໄດ້​ປ່ຽນ​ຮູບ​ໄປ​ຢ່າງ​ຂະໜານ​ໃຫຍ່​ໂດຍ​ໄພ​ແຜ່ນດິນ​ໄຫວ ຊຶ່ງ​ໂຄງ​ລ່າງ​ພື້ນຖານ​ທີ່​ເຮັດ​ດ້ວຍ​ໄມ້​ແລະ​ກໍ່​ດ້ວຍ​ດິນ​ຈີ່​ທີ່​ບໍ່​ໃຊ້ ​ຊີມັງ​ມາແຕ່​ປະຫວັດສາດ​ນັ້ນ ​ເພພັງ​ລົງ​ຈຳ​ດິນ. ມີ​ລາຍ​ງານ​ວ່າ ​ປະຊາຊົນ​ຢ່າງ​ໜ້ອຍ 180 ຄົນ​ເສຍ​ຊີວິດ ​ເວລາ​ຫໍຄອຍ Dharahara ທີ່​ສຳຄັນ​ທີ່​ສຸດ​ຂອງ​ເມືອງ​ດັ່ງກ່າວ ຊຶ່ງ​ເປັນ​ສະຖານ​ທີ່​ມໍລະດົກໂລກ ຂອງ​ອົງການ UNESCO ນັ້ນ ພັງ​ລະລາຍ​ລົງ​.

ເບິ່ງຄວາມຫາຍະນະ ຍ້ອນແຜ່ນດິນໄຫວປະທະເນປາລ ເມື່ອວັນເສົາ ທີ 25 ເມສາ 2015:

Major Quake Strikes Nepal
please wait

No media source currently available

0:00 0:00:53 0:00
XS
SM
MD
LG