ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຜູ້ເສຍຊີວິດ 900 ກວ່າຄົນ ໃນເຫດແຜ່ນດິນໄຫວ ຮ້າຍແຮງ ຢູ່ Nepal


ຜູ້ຄົນສຳຫຼວດເບິ່ງ ສະຖານທີ່ໆໄດ້ຮັບຄວາມເສຍຫາຍ ຈາກແຜ່ນດິນໄຫວ ຢູ່ນະຄອນຫຼວງ Kathmandu (25 ເມສາ 2015)
ຜູ້ຄົນສຳຫຼວດເບິ່ງ ສະຖານທີ່ໆໄດ້ຮັບຄວາມເສຍຫາຍ ຈາກແຜ່ນດິນໄຫວ ຢູ່ນະຄອນຫຼວງ Kathmandu (25 ເມສາ 2015)

ແຜ່ນດິນໄຫວຂະໜາດແຮງຢູ່ປະເທດ Nepal ແລະແຜ່ນດິນໄຫວ
ນ້ອຍທີ່ຕິດຕາມມາ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍກວ່າ 900
ຄົນແລະໄດ້ຮັບບາດເຈັບອີກ ຈຳນວນຫຼວງຫຼາຍ. ໂຕເລກພວກທີ່
ເສຍຊີວິດແລະບາດເຈັບ ຍັງສືບຕໍ່ເພີ້ມຂຶ້ນເລື້ອຍໆ.

ແຜ່ນດິນໄຫວທີ່ຢູ່ບໍ່ເລິກຈາກໜ້າດິນ ທີ່ມີຄວາມແຮງ 7.8 ໄດ້ເກີດ
ຂຶ້ນໃນຕອນບ່າຍຂອງວັນເສົາມື້ນີ້ປະມານ 80 ຫຼັກກິໂລແມັດຫ່າງ
ຈາກນະຄອນຫລວງ Kathmandu ໄປທາງພາກຕາເວັນຕົກສຽງ
ເໜືອ ໂດຍເຮັດໃຫ້ຕຶກອາຄານແລະ ກຳແພງຕ່າງໆຢູ່ໃນນະຄອນ
ດັ່ງກ່າວພັງລົງ ແລະບັນດາຄອບຄົວທັງຫລາຍໄດ້ພາກັນອອກໄປ
ຢູ່ຕາມຖະໜົນຫົນທາງ ດ້ວຍຄວາມແຕກຕື່ນຕົກໃຈ. ແຜ່ນດິນໄຫວນ້ອຍ ທີ່ຕິດຕາມມາ
ທີ່ມີຄວາມແຮງ 6.6 ກໍໄດ້ເກີດຂຶ້ນອີກນຶ່ງຊົ່ວໂມງກວ່າໆຫຼັງຈາກໄດ້ເກີດແຜ່ນດິນໄຫວຂະ ໜາດແຮງເທື່ອທຳອິດ.

ຜູ້ຄົນຈຳນວນນຶ່ງ ປະສົບກັບສະພາບແຂນຂາຫັກ ແລະອີກຈຳນວນນຶ່ງໄດ້ບາດເຈັບຮ້າຍ ແຮງອື່ນໆ.

ຫໍຄອຍປະຫວັດສາດ ທີ່ໄດ້ສ້າງຂຶ້ນາໃນສະໄໝສັດຕະວັດທີ 19 ຢູ່ນະຄອນ Kathman-
du ໄດ້ພັງລົງໂດຍມີລາຍງານວ່າ ອາດມີຜູ້ຄົນຈຳນວນນຶ່ງຕົກຄ້າງຢູ່ຕາມຊາກຫັກພັງດັ່ງ ກ່າວ.

ແຜ່ນດິນໄຫວໃນຄັ້ງນີ້ ໄດ້ພາໃຫ້ເກີດຫິມະຖະຫລົ່ມຢູ່ຈອມພູ Everest ໂດຍໄດ້ສັງຫານ ພວກເດີນພູຫຼາຍໆຄົນ ແລະອີກຈຳນວນນຶ່ງໄດ້ຮັບບາດເຈັບ ແລະຕົກຄ້າງຢູ່ທີ່ນັ້ນ.

ຄວາມສັ່ນສະເທືອນຈາກແຜ່ນດິນໄຫວ ແມ່ນຮູ້ສຶກໄປເຖິງບັນດາປະເທດເພື່ອນບ້ານ ຮວມທັງອິນເດຍ ທີ່ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ.

Nepal Quake
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG