ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

29 ຄົນ ເສຍຊີວິດ ຍ້ອນລົດເມ ຕົກເຫວ ຢູ່ເນປາລ


ແຜນທີ່ເນປາລ
ແຜນທີ່ເນປາລ
ເຈົ້າໜ້າທີ່ເນປາລກ່າວວ່າ ລົດເມຄັນນຶ່ງໃນພາກຕາເວັນຕົກຂອງ
ປະເທດ ໄດ້ແລ່ນເຈືອກອອກຈາກທາງເທິງພູ ແລ້ວຕົກລົງໄປໃນ
ເຫວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 29 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນແລ້ວຍັງມີຫຼາຍໆຄົນໄດ້ຮັບບາດເຈັບ
ໃນວັນເສົາມື້ນີ້ ເວລາລົດເມ ໄດ້ແລ່ນເຈືອກອອກຈາກທາງ ໃກ້ໆ
ບ້ານ Chatiwa.

ເຈົ້າໜ້າທີ່ ກ່າວວ່າ ໃນເວລາທີ່ເກີດອຸບັດຕິເຫດນັ້ນ ບໍລິເວນດັ່ງ
ກ່າວແມ່ນມືດ ແລະປົກຄຸມໄປດ້ວຍໝອກ.

ອຸບັດຕິເຫດເທິງທ້ອງຖະໜົນໃນເນປາລແມ່ນຖືເປັນເລື່ອງທຳມະ
ດາຍ້ອນຖະໜົນຫົນທາງບໍ່ດີ ຍວດຍານພາຫະນະກໍບໍ່ໄດ້ຮັບການ
ບົວລະບັດຮັກສາເປັນຢ່າງດີ ແລະການຂັບລົດກໍບໍ່ໄດ້ເອົາໃຈໃສ່ຢ່າງລະມັດລະວັງ.

ກ່ຽວຂ້ອງກັນ

XS
SM
MD
LG