ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

15 ຄົນເສຍ​ຊີວິດ​ ໃນ​ອຸບັດຕິ​​ເຫດ ເຮືອບິນ​ຕົກ ທີ່​ເນ​ປາລ


ພວກກູ້ໄພກໍາລັງຊ່ວຍນໍາເອົາ ຜູ້ໄດ້ຮັບບາດເຈັບ ຈາກອຸບັດ​ຕິ​ເຫດເຮືອບິນ​ຕົກ ທີ່​ເນ​ປາລ ໄປຮັບການຮັກສາພະຍາບານ, ວັນທີ 14 ພືດສະພາ 2012.
ພວກກູ້ໄພກໍາລັງຊ່ວຍນໍາເອົາ ຜູ້ໄດ້ຮັບບາດເຈັບ ຈາກອຸບັດ​ຕິ​ເຫດເຮືອບິນ​ຕົກ ທີ່​ເນ​ປາລ ໄປຮັບການຮັກສາພະຍາບານ, ວັນທີ 14 ພືດສະພາ 2012.

ໄດ້​ເກີດ​ອຸບັດ​ຕິ​ເຫດເຮືອບິນ​ຕົກ ທີ່​ເນ​ປາລ ໃກ້ໆ​ກັບສະໜາມບິນທາງ​ພາກ​ເໜືອຂອງ​ປະ​ເທດ ​ຊຶ່ງຕໍາຫຼວດກ່າວ​ວ່າ ​ໃນເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ 15 ຄົນ.

ທາງ​ການ​ຍັງ​ກ່າວ​ອີກ​ວ່າ ​ມີ 6 ຄົນ ​ລອດ​ຊີວິດ​ມາ​ໄດ້ ຈາກ​ອຸບັດ​ຕິ​ເຫດ​ທີ່​ເກີດ​ຂຶ້ນໃນ​ວັນ​ຈັນ​ມື້​ນີ້ ​ແລະ​ກໍ​ໄ​ດ້ຖືກ​ນໍາ​ສົ່ງ​ທາງ​ເຮືອບິນ​ໄປຮັກສາ​ພະຍາບານ​ໃນ​ເມືອງ Pokhara ​ໃກ້​ໆ​ນັ້ນ. ບັນດາ​ຜູ້​ໂດຍສານ​ແລະພະນັກງານ​ຢູ່​ເທິງເຮືອ​ບິນຂອງ​ສາຍ​ການບິນ Agni Air ລໍານັ້ນ ມີ​ຮວມທັງຊາວ​ອິນ​ເດຍ 16 ຄົນ ​ແລະ​ຊາວເດັນ​ມາກ 2 ຄົນ, ນັກ​ບິນ​ຊາວ​ເນ​ປາລ 2 ຄົນ​ ແລະພະນັກງານ​ອາກາດ​ອີກຄົນນຶ່ງ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ທີ່ລອດ​ຊີວິດ​ມາ​ໄດ້ນັ້ນ ມີຊາວ​ເດັນ​ມາກທັງ 2 ຄົນ ພ້ອມ​ທັງ​ພະນັກ
ງານ​ອາກາດ ​ແລະ​ຜູ້​ໂດຍສານຊາວ​ອິນ​ເດຍ 3 ຄົນ.​

ເຮືອບິນ​ໄດ້ຕົກລົງໃກ້ໆກັບສະໜາມບິນ Jomsom ​ໃນ​ຂະນະ​ທີ່​ກໍາລັງ​ຈະລົງ​ຈອດ​.

ຂົງ​ເຂດ​ນັ້ນ​ແມ່ນ​ລືຊື່​ວ່າ ​ເປັນ​ເຂດ​ທີ່​ພວກນັກ​ທ່ອງ​ທ່ຽວ ມັກ​ພາກັນ​ໄປ​ເດີນປ່າ​ແລະ​ປີນ​ພູ ​ເພື່ອ​ໄປຊົມ​ພູເຂົາຫິມມະ​ໄລ.

ເຮືອບິນຕົກ​ທີ່​ເນ​ປາລ ບໍ່​ຖື​ວ່າ​ເປັນ​ເລືອກ​ແປກ​ໃໝ່​. ການ​ໄປມາ​ຫາ​ສູ່​ຫລາຍໆ ປະຊາ​ຄົມ​ນັ້ນ​ ສ່ວນ​ໃຫຍ່​ແລ້ວ​ ແມ່ນເປັນ​ໄປ​ໄດ້ດ້ວຍການ​ຍ່າງ ຫຼືບໍ່ກໍ​ທາງ​ອາກາດ ​ເທົ່າ​ນັ້ນ.




XS
SM
MD
LG