ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນເພີ່ມ ການຊ່ວຍເຫລືອ ແລະລົງທຶນ ຫຼາຍຂຶ້ນ ຢູ່ເນປາລ (ວີດິໂອລາວ/ອັງກິດ)


ແຜນທີ່ປະເທດເນປາລ ທີ່ມີຊາຍແດນອັນຍາວຢຽດ ຕິດກັບຈີນ
ແຜນທີ່ປະເທດເນປາລ ທີ່ມີຊາຍແດນອັນຍາວຢຽດ ຕິດກັບຈີນ
ໃນບໍ່ເທົ່າໃນໃດປີຜ່ານມານີ້ ປະເທດເນປາລໄດ້​ເສີມ​ສ້າງ
ຄວາມສໍາພັນທີ່ເຂັ້ມ​ແຂງຢູ່ແລ້ວກັບ​ປະເທດຈີນ ເພື່ອນ​ບ້ານ
ທາງກໍ້າຕາເວັນອອກສຽງເໜືອ ໃຫ້ແໜ້ນແຟ້ນຍິ່ງ​ຂຶ້ນ ຊຶ່ງ
ບາງຄົນເວົ້າວ່າ ​ແມ່ນເພື່ອຕ້ານຢັນການເພິ່ງພາອິນເດຍ ສໍາລັບການຊ່ວຍເຫຼືອແລະການລົງທຶນນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ
​ເອ Aru Pande ​ມີ​ລາຍ​ງານ​ກ່ຽວກັບ​ຄວາມ​ສໍາພັນ​ຂອງ
​ຈີນກັບ​ເນ​ປາລ ຊຶ່ງທອງປານຈະ​ນໍາ​ມາສະເໜີ ທ່ານໃນອັນ
ດັບຕໍ່ໄປ

ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:

ຈີນລົງທຶນ ໃນປະເທດເນປາລ ຫລາຍຂຶ້ນ
please wait

No media source currently available

0:00 0:02:56 0:00

ຢູ່ໃນໂຮງໝໍ 132 ຕຽງແຫ່ງນຶ່ງ ໃນເມືອງຫຼວງຂອງເນປາລ ພວກຄົນເຈັບໄດ້ຮັບການປິ່ນ
ປົວທຸກໆພະຍາດ ຈາກຕັ້ງແຕ່ພະຍາດເລືອດຜິດປົກກະຕິໄປຈົນເຖິງໂຣກຫົວໃຈ ຊຶ່ງເປັນ
ການບໍລິການປິ່ນປົວທີ່ສໍາຄັນຕໍ່ຊີວິດ ຢູ່ໃນປະເທດທີ່ສະຫະປະຊາຊາດ ຈັດໃຫ້ຢູ່ໃນອັນດັບ
157 ໃນໂລກ ໃນດ້ານການພັດທະນາມະນຸດ.

ໂຮງໝໍ​ແຫ່ງ​ນີ້ ທີ່​ຊື່ວ່າ Civil Service Hospital ຫລື ​ໂຮງໝໍບໍລິການພົນລະເຮືອນ ຊຶ່ງ
ຮັບປິ່ນປົວພວກຄົນງານລັດຖະບານເນປາລ 86,000 ຄົນ ພ້ອມທັງສາທາລະນະຊົນ
ທົ່ວໄປ​ນໍານັ້ນ ແມ່ນເປີດບໍລິການໃນປີ 2009 ໂດຍມີລັດຖະບານ ຈີນ​ເປັນ​ຜູ້ສ້າງ​ໃຫ້.

ທ່ານ Bimal Kumar Thapa ຜູ້ອໍານວຍການໂຮງໝໍນີ້ ເວົ້າວ່າການຊ່ວຍເຫຼືອຂອງຈີນ
ບໍ່ໄດ້ຢຸດຢູ່ແຕ່ການກໍ່ສ້າງຕຶກໂຮງໝໍ​ເທົ່ານັ້ນ.

ຈີນຍັງ​ຈະ​ໃຫ້ການເຝິກອົບລົມພວກພະນັກງານ ນາຍ​ແພດ ແລະນາຍຊ່າງ
ຂອງ​ພວກ​ເຮົາ​ອີກ. ແລະພວກເຂົາເຈົ້າຈະ​ໂອນຄວາມຊໍານິຊໍານານ ແລະ
ເທັກ​ໂນ​ໂລ​ຈີ ​ເຂົ້າມາ​ ຜ່ານ
ໂຮງໝໍແຫ່ງນີ້ໃນເນປາລ ແລະພວກເຮົາກໍຈະ
ສາມາດສະໜອງການ ບໍລິການ ໃຫ້ດີຂຶ້ນໄປເລື້ອຍໆ.

ມູນ​ຄ່າການລົງທຶນໂດຍກົງຂອງຈີນໃນເນປາລ ​ເພີ້​ມຂຶ້ນ​ເກືອບສອງເທົ່າຕົວລະຫວ່າງ
ປີ 2007 ຫາ ປີ 2011 ​ໂດຍ​ທີ່​ປະ​ເທດ​ຍັກ​ໃຫຍ່​ແຫ່ງ​ເອ​ເຊຍ​ຕາ​ເວັນ​ອອກ​ ​ກໍຄືຈີນ ເປັນຜູ້
ກໍ່ສ້າງທຸກໆ​ຢ່າງ​ໃຫ້ ນັບຕັ້ງແຕ່ຖະໜົນຫົນທາງໃໝ່ ໄປຈົນເຖິງໂຄງການເຂື່ອນໄຟຟ້າ ພະລັງນໍ້າ.

ທ່ານ Kunda Dixit ບັນນາທິການໜັງສືພິມ Nepali Times ເວົ້າວ່າ ມັນຈະເປັນເລື້ອງ
​ທີ່​ຕະລົກໜ້າ​ຫົວ ຖ້າຫາກວ່າປະເທດເພື່ອນບ້ານໃກ້ຄຽງຂອງ​ຈີນ ຄື​ເນ​ປາລນັ້ນ ຈະເຫັນ
ການລົງທຶນຂອງ​ຈີນຫຼຸດຕໍ່າລົງ ໃນຊ່ວງເວລາທີ່ການລົງທຶນຂອງຈີນ ກໍາລັງເຕີບໃຫຍ່
ຂະຫຍາຍຕົວຂຶ້ນໄປນັບມື້ ໃນທຸກຫົນແຫ່ງໃນທົ່ວໂລກ. ທ່ານຄຸນດາ ເວົ້າຕື່ມວ່າ ນອກນີ້
​ແລ້ວ ເນປາລກໍຍັງຢາກຈະ​ກ້າວ​ອອກ​ມາຈາກຮົ່ມເງົາຂອງອິນເດຍ ຊຶ່ງເປັນພາຄີການ
ຄ້າລາຍໃຫຍ່ທີ່ສຸດຂອງຕົນ. ທ່ານ Dixit ເວົ້າວ່າ:

​ເວົ້າທາງພູມິສາດການເມືອງແລ້ວ ລັດຖະບານເນປາລ ຫຼາຍໆຊຸດ ທີ່ເຂົ້າ​ຮັບ​
ອໍານາດ​ຕິດ​ຕໍ່​ກັນ​ມາ​ນັ້ນ
ຜ່ານມາ ກໍ​ແມ່ນ​ໄດ້ພະຍາຍາມຢ່າງ​ທີ່​ສຸດທີ່ ຈະອ່ຽງ
ໄປໃກ້ກັບຈີນ ເພື່ອຊົດເຊີຍການເພິ່ງພາ
ອາ​ໄສອິນເດຍ ທາງເສດຖະກິດແລະ
ການເມືອງ ຢ່າງຖ້ວມລົ້ນຂອງພວກເຮົານັ້ນ.

ຫຼັກຖານຄວາມສໍາພັນຂອງຈີນແລະເນປາລນັ້ນ ຍັງເຫັນໄດ້​ແມ່ນ​ແຕ່ຢູ່ໃນລະບົບການ
ສຶກສາຂອງເນປາລ ຊຶ່ງມີໂຮງຮຽນຫຼາຍກວ່າ 60 ແຫ່ງ​ໃນທົ່ວເນປາລ ທີ່​ສະ​ເໜີຫຼັກສູດ
ການສອນພາສາຈີນ ໃຫ້ແກ່ເດັກນັກຮຽນ ອາຍຸຕັ້ງແຕ່ເຈັດປີຂຶ້ນໄປ.

ໂຮງຮຽນມັດທະຍົມປາຍ Valley View ໃນນະຄອນຫລວງ​ Kathmandu ກໍ​ໄດ້​ສະ
ເໜີ​ວິຊາ​ຮຽນພາສາຈີນ ​ໃຫ້ນັກຮຽນມາໄດ້ ຫ້າປີຜ່ານມາແລ້ວ.

Dev Raj Paneru ຄູໃຫຍ່ໂຮງຮຽນດັ່ງກ່າວ ເວົ້າວ່າ ການ​ສອນ​ວິຊາ​ຮຽນ​ພາສາ​ຈີນ
ແມ່ນສໍາຄັນ ຍ້ອນວ່າມີນັກຮຽນຊາວເນປາລ ແລະນັກທ່ອງທ່ຽວຊາວຈີນ ຂ້າມຊາຍ
ແດນໄປມາຢູ່​ເລື້ອຍໆ.

ທ່ານ Paneru ເວົ້າວ່າ: “ພວກນັກຮຽນເນປາລ ມັກໄປຢ້ຽມຢາມຈີນເພື່ອສຶກສາ
ຕໍ່ໃນ
ດ້ານວິຊາຊີ​ບຕ່າງໆ ແລະນອກຈາກນີ້ແລ້ວ ພວກເຮົາກໍຮູ້ສຶກວ່າ ອິດທິພົນ
ໃນ ດ້ານການຕະຫຼາດຂອງຈີນ
ແມ່ນໄດ້ເພີ່ມຂຶ້ນໄປຫຼາຍ.

ນາຍຄູ Wan Hai Lu ຍ້າຍມາ Kathmandu ຈາກເຂດນອກປັກກິ່ງເມື່ອສອງປີຜ່ານ
ມາ ເພື່ອມາສອນຢູ່ທີ່ນີ້ ອັນເປັນພາກສ່ວນນຶ່ງຂອງໂຄງການທີ່ຕັ້ງຂຶ້ນມາໂດຍສະຖານ
ທູດຈີນ.

ຄູ ຫລູ ເວົ້າວ່າ: ​ເບິ່ງຈາກການພັດທະນາຂອງຈີນ​ແລ້ວ ຂ້າພະເຈົ້າຄິດວ່າ
ຊາວເນປາລຫຼາຍຄົນຢາກຮຽນພາສາຈີນ. ຂ້າພະເຈົ້າຈຶ່ງມາສອນ​ຢູ່ເນປາລ
ແລະ ຂ້າພະເຈົ້າ ກໍຄິດວ່າ
ມັນເປັນ​ສິ່ງ​ທີ່​ໄດ້​ປະໂຫຍດ ນໍາ​ກັນ​ທັງ​ສອງ​ຝ່າຍ.

ສໍາລັບຫຼາຍໆຄົນຢູ່ໃນປະເທດທີ່ຍາກຈົນ​ແຫ່ງ​ນີ້ ທີ່ຕັ້ງ​ຢູ່​ໃນ​ເຂດພູຫິມະໄລ​ແລະມີປະຊາ
ກອນ 30 ລ້ານຄົນ​ນັ້ນ ຄວາມຫວັງກໍຄືວ່າ ການເປັນປະເທດທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ​
ແລະ​ຕັ້ງ​ຢູ່​ລະຫວ່າງ​ກາງ​ສອງ​ປະ​ເທດ​ເພື່ອນບ້ານ ຈີນແລະອິນເດຍ ທີ່ກໍາລັງໂຜ່ໂຕຂຶ້ນ
ມາເປັນມະຫາອໍານາດນັ້ນ ຈະພາ​ໃຫ້ເນປາລໄດ້ຮັບຜົນປະ​ໂຫຍ​ດເພີ່ມຂຶ້ນໃນອະນາຄົດ.

ເບິ່ງວີດີໂອລາຍງານນີ້ເປັນພາສາອັງກິດ:

China Increases Investment in Himalayan Neighbor Nepal
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
XS
SM
MD
LG