ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຳນວນນັກເດີນພູ ທີ່ເສຍຊີວິດ ຍ້ອນຫິມະເຈື່ອນ ໃນເນປາລ ເພີ້ມຂຶ້ນເຖິງ 39 ຄົນ


ທະຫານເນປາລ ແລະ ສະມາຊິກທິມກູ້ໄພ ຫາມພວກເຄາະຮ້າຍ ລົງຈາກພູ Annapuma ໄປຍັງບ່ອນປອດໄພ ໃນບໍລິເວນ Thorong La Pass ໃນເນປາລ, ວັນທີ 17 ຕຸລາ 2014.
ທະຫານເນປາລ ແລະ ສະມາຊິກທິມກູ້ໄພ ຫາມພວກເຄາະຮ້າຍ ລົງຈາກພູ Annapuma ໄປຍັງບ່ອນປອດໄພ ໃນບໍລິເວນ Thorong La Pass ໃນເນປາລ, ວັນທີ 17 ຕຸລາ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ຊອກ​ຄົ້ນ​ແລະກູ້​ໄພ​ເນ​ປາລ ກ່າວ​ວ່າ ພາຍຸ​ຫິມະ
​ທີ່​ບໍ່​ໄດ້​ຮູ້ລ່ວງ​ໜ້າ​ວ່າ​ຈະ​ເກີ​ດຂຶ້ນ ​ໃນສັບປະດາ​ແລ້ວ​ນີ້ ໄດ້​ສັງ
ຫານ​ພວກ​ນັ​ກ​ເດີນ​ພູ​ຢ່າງ​ໜ້ອຍ 39 ຄົນ​ ​ເທິງ​ພູ​ເຂົາ​ຫິມະ​ໄລ ​
ແລະ ​ມີ​ຜູ້​ບາດ​ເຈັບ​ຫລາຍ​ກວ່າ 150 ຄົນ.

​ໃນວັນ​ເສົາ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້ກູ້​ເອົາ​ສົບ​ຂອງ​ພວກ​ນັກ
​ເດີນ​ພູມາ​ໄດ້​ອີກ 2 ຄົນ ​ຈາກ​ອິນ​ເດຍ​ແລະ​ຍີ່ປຸ່ນ. ​ແຕ່​ເຂົາ​ເຈົ້າ​
ກ່າວ​ວ່າ ການ​ຂາດເອກະສານ ​ເຮັດ​ໃຫ້​ເປັນ​ການ​ຍາກ ​ທີ່ຈະ​ຄິດ
​ໄລ່​ຈຳນວນ​ຄົນ ທີ່​ຍັງ​ຫາຍ​ສາບ​ສູນ​ ​ຢູ່​ນັ້ນ.

ພູ Annapurna ໃນປະເທດເນປາລ ຈຸດເກີດເຫດ ຫິມະເຈື່ອນ.
ພູ Annapurna ໃນປະເທດເນປາລ ຈຸດເກີດເຫດ ຫິມະເຈື່ອນ.

ເຈົ້າ​ໜ້າ​ທີ່​ລັດຖະບານ ກ່າວ​ວ່າ ມີຫຼາຍ​ກວ່າ 300 ຄົນ​ ໄດ້
​ຖືກ​ຊ່ອຍ​ຊີວິດ​ໄວ້ ມາ​ຮອດ​ປັດຈຸບັນ ​ແລະ ເຊື່ອ​ວ່າ ​ອີກ​ຫຼາຍ​
ສິບ​ຄົນອາດຍັງ​ອາ​ໄສຫລົບ​ໄພ ​ຢູ່​ໃນ​ຕູບ​ແຫ່ງ​ຕ່າງໆ​ ທີ່ຢູ່​ຢ່າງ​
ໂດດ​ດ່ຽງ​ເທິງ​ພູ.

ພວກ​ນັກ​ເດີນ​ພູ​ຫຼາຍ​ຄົນ​ ກຳລັງພາກັນຍ່າງ​ຕາມ​ເສັ້ນທາງ
Annapuma ທີ່​ຄົນ​ນິຍົມໄປ​ເດີນ​ພູກັນ ຢູ່ເນ​ປາລນັ້ນ ບ່ອນ​
ທີ່ຫາງລົມພາຍຸ​ຫົວ​ນຶ່ງຈາກອິນ​ເດຍ ເຮັດ​ໃຫ້​ຫິມະເຈື່ອນລົງ​ມາ.
​ເວລາ​ນີ້ ​ແມ່ນເປັນ​ລະດູ​ທີ່​ຄົນ​ນິຍົມ​ກັນ​ໄປເດີນ​ພູ ​ຫລາຍ​ທີ່​ສຸດ.

Nepal Avalanche UPD VO
please wait

No media source currently available

0:00 0:00:27 0:00

Nepalese search and rescue officials say a surprise blizzard has killed at least 39 hikers in the Himalayas and injured more than 150.
On Saturday, authorities recovered the bodies of two hikers from India and Japan. But they say a lack of records has made it difficult to calculate the number of people still missing.

Government officials say more than 300 people have been rescued so far, and dozens more are believed to still be sheltering in isolated mountain huts.

Many of the hikers were on Nepal's popular Annapurna trail where the storm produced avalanches. This is the peak hiking season.

Among the dead are Canadians, Indians, Israelis, Slovaks and Poles, but the victims are most likely Nepalese porters, according Ram Chandra Sharma of the Trekking Agents Association of Nepal.

XS
SM
MD
LG