ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມືປືນ ສັງຫານ ຜູ້ພິພາກສາ ສານສູງສຸດ ຂອງເນປານ


ແຜນທີ່ເນປານ
ແຜນທີ່ເນປານ

ຕໍາຫຼວດ​ເນ​ປານ ກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ທີ່​ບໍ່​ຊາບ​ວ່າ​ແມ່ນກຸ່ມ​ໃດໄດ້ຍິງ​ຜູ້​ພິພາກສາ​ສານ​ສູງ​ສຸດ​ຄົນ​ນຶ່ງ​ຕາຍ ຊຶ່ງ​ຜູ້ກ່ຽວ​ກໍ​າລັງ​ຖືກ​ສືບສວນ​ສອບ​ສວນເລື້ອງ​ການ​ສໍ້​ລາດ​ບັງ​ຫຼວງ.

ທາງ​ການ​ເນ​ປານ​ກ່າວ​ວ່າ ທ່ານ Rana Bahadur Bam ກໍາລັງຂີ່​ລົດ​ໄປ​ການ​ໃນ​ວັນ​ພະຫັດ​ມື້​ນີ້​ໃນ​ກຸງ​ກັດ​ມັນ​ດຸ ​ເວລາ​ພວກ​ມື​ປືນ​ຍິງ​ປືນ​ໃສ່​ທ່ານ​ພ້ອມ​ທັງ​ຜູ້​ອາລັກຂາ​ຂອງ​ທ່ານ.

​ທ່ານ Bam ​ໄດ້​ເສຍ​ຊີວິດ ​ໃນ​ເວລາ​ຕໍ່​ມາຢູ່​ທີ່​ໂຮງໝໍ.

ສະພາ​ປົກຄອງ​ດ້ານຕຸລາການຂອງ​ເນ​ປານ ​ໄດ້​ທໍາ​ການ​ສືບສວນ​ສອບ ສວນ​ກ່ຽວ​ກັບຂໍ້​ກ່າວ​ຫາ​ຕ່າງໆ​ມາທີ່​ວ່າ ​ທ່ານ Bam ​ໄດ້​ຮັບ​ສິນ​ບົນ​ຈາກ​ພວກ​ອາ​ຊະ​ຍາກ​ອນຈຸ​ນຶ່ງ​ເພື່ອ​ແລກປ່ຽນ​ກັບ​ການຕັດສິນ​ລົງ​ໂທດໃນສະ ຖານເບົາ​ລົງ.

ການ​ສັງຫານ​ທ່ານ​ໄດ້​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ສະຫາ​ແຫ່ງຊາດ​ຂອງ​ເນ​ປານ​ໄດ້​ພາດ​ກໍານົດ​ເວລາ​ເສ້ນ​ຕາຍ​ເພື່ອ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ສະ​ບັບ​ໃໝ່ຂອງ​ປະ​ເທດ.

ສະພາ​ຮ່າງ​ລັດຖະທໍາ​ມະນູນ​ໄດ້​ເລີ້ມ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ໃໝ່​ມາ​ຕັ້ງ​ແຕ່ປີ 2008 ຫຼັງ​ຈາກ​ໄດ້​ລົບ​ລ້າງ​ການ​ປົກຄອງປະ​ເທດ​ໂດຍ​ລະບອບ​ລາຊາທິປະ​ໄຕ​ແບບຮິນ​ດູ ມາ​ເປັນ​ເວລາ​ຫຼາຍ​ສັດຕະວັດ. ​ແຕ່​ຫຼັງ​ຈາກ​ໄດ້​ຕໍ່​ເວລາ​ ມາ 4 ​ເທື່ອ​ແລ້ວ ສານ​ສູງ​ສຸດ​ໄດ້​ປະຕິ​ເສດ ບໍ່​ຍອມ​ຕໍ່​ເວລາໃດໆໃຫ້​ຕື່ມ​ອີກ.

ການ​ເລືອກ​ຕັ້ງ​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 22 ພະຈິກ​ປີ​ນີ້​ເພື່ອ​ເລືອກເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່.

XS
SM
MD
LG