ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Neil Gorsuch ສາບານໂຕເຂົ້າຮັບຕຳແໜ່ງເປັນຜູ້​ພິພາກສາສານສູງສຸດ ສະຫະລັດ ຄົນທີ 113


ປ. Donald Trump ເບິ່ງທ່ານ Anthony Kenned ກຳລັງເຂົ້າ
ພິທີສາບານໂຕເປັນຜູ້​ພິພາສາສານ​ສູງສຸດ Neil Gorsuch ໃນ ສວນ Rose Garden ທຳນຽບຂາວ ໃນວໍຊີງຕັນ, 10 ເມສາ, 2017.
ປ. Donald Trump ເບິ່ງທ່ານ Anthony Kenned ກຳລັງເຂົ້າ ພິທີສາບານໂຕເປັນຜູ້​ພິພາສາສານ​ສູງສຸດ Neil Gorsuch ໃນ ສວນ Rose Garden ທຳນຽບຂາວ ໃນວໍຊີງຕັນ, 10 ເມສາ, 2017.

ໃນເຊົ້າ​ຂອງ​ວັນ​ທີ່​ອາກາດ​ໂປ່​ງ​ໃສ​ຂອງ​ລະດູບານ​ໃໝ່ ​ໃນ​ສະໜາມ​ສວນ​ກຸ​ຫຼາບ​ຫຼື
RoseGarden ໃນ​ທຳນຽບຂາວນນນັ້ນ ທ່ານ Neil Gorsuch ​ໄດ້​ເຂົ້າ​ສາ​ບານ​ໂຕ​
ໃນ​ພິທີ​ມອບຕຳ​ແໜ່​ງ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຖານະ​ທີ່​ເປັນຜູ້​ພິພາສາ​ສານ​ສູງສຸດ​ ຄົນທີ
113 ຂອງສານສູງສຸດ​ສະຫະລັດ ​ແທນ​ຕຳ​ແໜ່​ງທີ່​ວ່າງ​ເປົ່າ ຍ້ອນ​ການ​ເສຍ​ຊີວິດ​ຢ່າງ​
ກະ​ທັນ​ຫັນ ຂອງ​ທ່ານ Antonin Scalia ປະມານ 14 ​ເດືອນ ກ່ອນ​ໜ້າ​ນີ້ ຊຶ່ງ​ການ​ຮັບ​
ຕຳ​ແໜ່​ງ​ໃນ​ຕອນ​ນີ້ ​ແມ່ນໄດ້ເຮັດໃຫ້ສານດ່ັງກ່າວມີພະລັງອຳນາດ​ເຕັມ​ອັດຕາ ​ແລະ
ສ້າງຄວາມ​ກ້ຳ​ເກິ່ງດ້ານອຸດົມການດັ່ງ​ທີ່​ເປັນມາ ກ່ອນ​ໜ້າ​ນີ້.

ມັນ​ແມ່ນ​ການມອບໝາຍ​ໜ້າ​ທີ່​ສູງ​ສຸດ​ຂອງ​ການ​ຕໍ່ສູ້​ທາງ​ການ​ເມືອງ​ແບບ​ຂີ້ຮ້າຍ​ທີ່​ສຸດ
ທີ່​ປ່ຽນ​ການ​ປະຕິບັດ​ງານ​ໃນ​ສະພາ​ສູງ ຊຶ່ງ​ທຳລາຍ​ຊຶ່ສຽງ​ໃນການ​ໂຕ້​ວາທີກັນຄັ້ງ​ນຶ່ງ​
ແລະທັງ​ໝົດ​ທີ່​ເປັນ​ແບບບໍ່ກ່ຽວກັບການເມືອງ​ສຳລັບການເລືອກເອົາຜູ້​ພິພາສາສານ
​ສູງສຸດ​.

ເຊີນຊົມ: ຄວາມຄິດເຫັນຂອງທ່ານ Trump ກ່ອນການສາບານຕົວ ຂອງທ່ານ Gorsuch

Trump: 'Got It Done in the First 100 Days'
please wait

No media source currently available

0:00 0:00:53 0:00

ພ້ອມໆກັບການແນມເບິ່ງດ້ວຍຄວາມພຶງພໍໃຈຂອງ​ປະທານາທິບໍດີ​ສະຫະລັດ
ທ່ານ Donald Trump ​ໃນ​ວັນ​ທີ່​ອາກາດ​ອົບ​ອຸ່ນ​ນີ້ ທ່ານ Gorsuch ​ໄວ 49 ປີ ​
ໄດ້​ສາບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່​ງຈາກຜູ້ພິພາກສາສານສູງສຸດ ທ່ານ Anthony
Kennedy ຜູ້​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ພຽງ​ສະໝຽນ​ຝ່າຍກົດໝາຍນັ້ນ. ນີ້ເປັນ
ຄັ້ງ​ທຳອິດ​ທີ່ ​ເຈົ້າ​ໜ້າ​ທີ່​ຮັກສາ​ກົດໝາຍຜູ້​ທີ່ຢູ່​ໃນ​ຕຳ​ແໜ່​ງຈະໄດ້​ເປັນ​ຜູ້​ຮັບ​ຟັງຄຳ
ໃຫ້ການ ​ຮ່ວມກັບ​ອະດີດສະໝຽນຂອງສານ.

“ປະ​ເທດ​ຊາດຂອງເຮົາ​ແມ່ນ​ໄວ້ວາງໃຈ​ທ່ານ ​ໃ​ນຄວາມ​ເປັນ​ຄົນທີ່​ມີ​ແນວ​ຄິດ​
ອັນກ້ວາງ​ໄກບໍ່​ເຂົ້າ​ຂ້າງ​ອອກ​ຂາ ​ແລະ​ທ່ຽງຕົງ ບໍ່​ກ້າວ​ກ່າຍ​ພວກ​ເຂົາ​ເຈົ້າ ​ແລະ​ເພື່ອ
ເປັນ​ການ​ປ້ອງ​ກັນພວກ​ທີ່​ຖືກຕ້ອງ ທີ່​ຈະ​ເຂົ້າ​ມາ​ຮັບ​ພາລະ​ໜ້າ​ທີ່​ອັນ​ຄວນ​ຂອງ​
ພວກ​ເຂົາ​ເຈົ້າ,”
ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Trump ​ທີ່ເວົ້າ​ກັບ​ທ່ານ Gorsuch
ອະດີດ​ຜູ້​ພິພາກສາ​ສານ​ອຸທອນ ລັດ Colorado ​ແລະ​ທ່ານ​ຍັງ​ກ່າວ​ຕໍ່​ໄປ​ວ່າ “ຂ້າພະ​
ເຈົ້າ​ບໍ່​ມີ​ຄວາມ​ສົງ​ໃສ​ໃດໆ ວ່າ​ທ່ານ​ຈະ​ກ້າວເດີນໄປ​ເພື່ອ​ປົກ​ປ້ອງລັດຖະທຳ​ມະນູນ​
ຂອງ​ພວກ​ເຮົາ​ບໍ່ແຕ່ສະເພາະໃນ​ວັນ​ນີ້ ​ແຕ່​ວ່າ ຈະ​ຕໍ່ໄປ​ອີກຫຼາຍໆ​ເຊັ່ນ​ຄົນສຳລັບ
​ຊາວ​ອາ​ເມຣິກັນ​ໃນ ອານາ​ຄົດ​ຂ້າງໜ້າ​ນຳ.”

ເຊີນຊົມ: ຄວາມຄິດເຫັນຂອງທ່ານ Gorsuch ໃນພິທີສາບານຕົວ

Gorsuch 'Humbled' by SCOTUS Appointment
please wait

No media source currently available

0:00 0:00:23 0:00

​ໃນ​ວິນາ​ທີ​ທີ່​ທ່ານ​ເຂົ້າ​ສາບານ​ຕົວ ຜູ້ພິພາກສາສານຄົນໃໝ່ ທ່ານ Gorsuch ​
ໄດ້​ຖະແຫຼ​ງຕໍ່​ຝູງຊົນທີ່​ເຂົ້າ​ຮ່ວມ​ຢ່າງ​ແໜ້ນໜາ ​ໃນ​ Rose Garden ທ່າມກາງ​ການ​
ໄວ້​ເນື້ອ​ເຊື່ອ​ໃຈໍທີ່​ນຳ​ມາ​ຊຶ່ງ​ການ​ແຕ່ງ​ຕັ້ງ​ຄັ້ງ​ນີ້. “ຂ້າພະ​ເຈົ້າ​ຈະບໍ່ມີ​ວັນ​ລືມ​ຈັກເທື່ອ
ຕຳ​ແໜ່​ງທີ່​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ກຳໃນ​ວັນ​ນີ້ ​ແມ່ນ​ເປັນ​ຂອງ​ສຸພາບ​ບຸລຸດທີ່​ສຳຄັນໆ
ທ່ານ​ນຶ່ງ,”
ຊຶ່ງ​ທ່ານ ​ໄດ້​ກ່າວ​ເຖິງມື້ລາງຜູ້ພິພາກສາ ທ່ານ Scalia ​ແລະ​ທ່ານ​ຍັງ​ກ່າວ​
ຕໍ່ໄປອີກ​ວ່າ “​ແລະ​ຂ້າພະ​ເຈົ້າ ຂໍ​ສັນຍາ​ກັບທ່ານ​ວ່າ ຂ້າພະ​ເຈົ້າ​ຈະໃຊ້ອຳນາດ​ທີ່
​ຂ້າພະ​ເຈົ້າ​ມີຢູ່ ຈະ​ຮັບ​ໃຊ້​ຢ່າງ​ຊື່ສັດ ແລະ​ຈົ່ງຮັກ​ພັກດີ ຕໍ່​ລັດຖະທຳ​ມະນູນ ຂອງ
​ປະ​ເທດ​ຊາດທີ່​ຍິ່ງໃຫຍ່ແຫ່ງນີ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG