ທ່ານ Neil Armstrong ອະດີດນັກອະວະກາດສະຫະລັດ ຊຶ່ງເປັນຄົນທໍາອິດທີ່ຂຶ້ນໄປຍ່າງຢູ່ເທິງດວງຈັນ ໄດ້ເສຍຊີວິດແລ້ວ.
ຖະແຫຼງການສະບັບນຶ່ງຂອງຄວບຄົວອາມສະຕຣອງ ເວົ້າວ່າ ທ່ານ ນີລ ອາຍຸ 82 ປີ ເສຍຊີວິດເມື່ອວັນເສົາວານນີ້ ທີ່ລັດໂອໄຮໂອ ລັດບ້ານເກີດຂອງທ່ານ ຫຼັງຈາກຜ່າຕັດເສັ້ນເລືອດຫົວໃຈເມື່ອຕົ້ນເດືອນນີ້.
ທ່ານອາມສະຕຣອງ ເປັນຜູ້ບັງຄັບຍານອະວະກາດ ອະພອລໂລ 11 ທີ່ໄປລົງດວງຈັນເມື່ອວັນທີ 20 ເດືອນກໍລະກົດປີ 1969. ຫຼັງຈາກໄດ້ກ້າວລົງຢຽບຜິວໜ້າດວງຈັນແລ້ວ ທ່ານອາມສະຕຣອງໄດ້ກ່າວຂໍ້ຄວາມທີ່ເປັນປະວັດສາດມາຍັງໂລກວ່າ ນີ້ເປັນບາດກ້າວນ້ອຍໆກ້າວນຶ່ງສໍາລັບຄົນ ແຕ່ມັນເປັນບາດກ້າວອັນຍິ່ງໃຫຍ່ທີ່ສຸດຂອງມວນມະນຸດ. ໃນຂະນະທີ່ທົ່ວທັງໂລກເຝົ້າເບິ່ງຢ່າງງຶດງໍ້ຢູ່ນັ້ນ ທ່ານອາມສະຕຣອງໄດ້ໃຊ້ເວລາເກືອບສາມຊົ່ວໂມງຍ່າງຢູ່ເທິງຜິວໜ້າດວງຈັນ ພ້ອມກັບເພື່ອນນັກອະວະກາດ ທ່ານ Edwin Buzz Aldrin.
ໃນບໍ່ເທົ່າໃດປີຜ່ານມານີ້ ທ່ານອາມສະຕຣອງໄດ້ຫາຍໜ້າຫາຍຕາຈາກ ສາທາລະນະເປັນສ່ວນໃຫຍ່ ແຕ່ທ່ານໄດ້ກ່າວຄໍາປາໄສເມື່ອຕົ້ນປີນີ້ທີ່ມະຫາວິທະຍາໄລລັດໂອໄຮໂອ ໃນພິທີສະດຸດີແລະໃຫ້ກຽດແກ່ເພື່ອນ ຮ່ວມບຸກເບີກອະວະກາດດ້ວຍກັນ ທ່ານ John Glenn ອະດີດສະມາຊິກສະພາສູງສະຫະລັດຈາກລັດໂອໄຮໂອ ຄືກັນ.