ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຈລະຈາ ເຮັດວຽກຮ່ວມກັນ ເພື່ອອັດ ກອງປະຊຸມບັນຫາ ນິວເຄລຍ ອິຣ່ານ


ລັດຖະມົນຕີຕ່າງປະເທດ ອິຣ່ານ Mohamad Javad Zarif ຍົກເອກະສານຂຶ້ນກາຍຫົວ ແລະ ເວົ້າວ່າ "ພວກເຮົາຍັງມີວຽກທີ່ຕ້ອງເຮັດຢູ່” ເທິງລະບຽງຂອງໂຮງແຮມ Palais Coburg ສະຖານທີ່ຈັດການເຈລະຈາປິດປະຕູ ໃນນະຄອນຫຼວງ ວຽນນາ, ອອສເຕຣຍ, 12 ກໍລະກົດ, 2015.
ລັດຖະມົນຕີຕ່າງປະເທດ ອິຣ່ານ Mohamad Javad Zarif ຍົກເອກະສານຂຶ້ນກາຍຫົວ ແລະ ເວົ້າວ່າ "ພວກເຮົາຍັງມີວຽກທີ່ຕ້ອງເຮັດຢູ່” ເທິງລະບຽງຂອງໂຮງແຮມ Palais Coburg ສະຖານທີ່ຈັດການເຈລະຈາປິດປະຕູ ໃນນະຄອນຫຼວງ ວຽນນາ, ອອສເຕຣຍ, 12 ກໍລະກົດ, 2015.

ບັນດາ​ນັກ​ເຈລະຈາ​ຈາກ ອິຣ່ານ ​ແລະ ກຸ່ມ​ຂອງ​ບັນ​ດາ 6 ປະ​ເທດ ລວມມີ ສະຫະລັດ, ​ອັງກິດ, ຈີນ, ຝຣັ່ງ, ຣັດ​ເຊຍ ​ແລະ ​ເຢຍລະ​ມັນ ໄດ້​ເຮັດ​ວຽກ​ຮ່ວມ​ກັນໃນ​ວັນ​ຈັນ​ມື້​ນີ້ ເພື່ອ​ປິດ​ສາກ​ການ​ເຈ​ລະ​ຈາ 18 ​ເດືອນ ​ແລະ ສະຫຼຸບ​ຂໍ້​ຕົກລົງ​ອັນ​ຮັດກຸ​ມ​ ​ເຊິ່ງ​ໃຊ້ເວລາ​ດົນ​ນານ​ຂອງ​ພວກເພ່ິນ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ ອິຣ່ານ.

ລັດຖະມົນຕີ​ຕ່າງປະ​ເທດ​ ອິຣ່ານ ທ່ານ Abbas Aragchi ໄດ້​ສະ​ແດງ​ຄວາມ​ຫວັງ, ​ແຕ່​ກ່າວ​ວ່າ ບາງ​ບັນຫາ​ຍັງ​ຄົງ​ມີ​ຢູ່ ​ແລະ ​ວ່າ ທ່ານບໍ່​ສາມາດ​ໃຫ້​ຄຳສັນຍາ​ວ່າ ການ​ແກ້​ໄຂ​ບັນຫາ​ຈະ​ບັນລຸ​ໃນ​ຕອນ​ທ້າຍ ຂອງ​ມື້​ຫຼື​ບໍ່. ບັນ​ດາ​ນັກ​ການ​ທູດ​ໄດ້​ໃຫ້​ຮ່ອງຮອຍໃນ​ວັນອາທິດ​ວານ​ນີ້​ວ່າ ທັງ​ສອງ​ຝ່າຍ​ແມ່ນ​ໃກ້​ຈະ​ສຳ​ເລັດ​ການຮ່າງເອກະສານ​ອັນ​ຊັບຊ້ອນ​ຂອງ​ຕົນ​.

ວັນ​ຈັນ​ມື້​ນີ້ ​ແມ່ນຄັ້ງ​ຫຼ້າ​ສຸດ​ທີ່​ບັນດາ​ນັກ​ເຈລະຈາ​ໄດ້​ກຳນົດ​ເສັ້ນ​ຕາຍຫຼາຍ​ຄັ້ງ​ ເຊິ່ງພວກ​ເຂົາ​ໄດ້​ກຳນົດ​ຂຶ້ນ​ມາ​ເອງ, ​ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ​ຂອງ ອິຣ່ານ ທ່ານ Alireza Miryousefi ​ໄດ້​ກ່າວ​ວ່າ, ບໍ່​ມີ​ໃຜ​ຄິດ​ວ່າຈະ​ຍືດ​ເວລາ​ຂອງ​ການ​ເຈລະຈາ​ອອກ​ໄປ​ອີກແລ້ວ.

ທ່ານ​ໄດ້​ກ່າວ​ໄວ້ໃນ Twitter ວ່າ “ທຸ​ກຄົນ​ໄດ້​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຫາ​ຄຳ​ວ່າ ຕົກ​ລົງ ​ໃນ​ມື້​ນີ້, ​ແຕ່​ການ​ຮຽກ​ຮ້ອງ​ທາງ​ດ້ານ​ການ​ເມືອງແມ່ນ​ຍັງ​ຄົງ​ມີ​ຢູ່.”

ໃນ​ຂະນະ​ດຽວ​ກັນ, ລັດຖະມົນຕີ​ຕ່າງປະ​ເທດຂອງ ຈີນ ທ່ານ ຫວັງ​ຢີ ກໍໄດ້​ກ່າວ​ວ່າ ສະຖານະ​ການ​ແມ່ນ​ເຂົ້າສະພາບ​ດີສຳລັບ​ “ການ​ຕົກລົງ​ທີ່​ຈະ​ມີ​ຂຶ້ນ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ເ​ຊື່​ອວ່າ ການ​ເຈລະຈາບໍ່​ຄວນ​ທີ່​ຈະ​ຖືກ​ເລື່ອນ​ອອກ​ໄປ​ອີ​ກ​ແລ້ວ.”

ທ່ານ​ ຫວັງ ​ແລະ ບັນດາ​ຄູ່ຮ່ວມ​ເຈ​ລະ​ຈາ​ຈາກ ສະຫະລັດ, ​ອັງກິດ, ຈີນ, ຝຣັ່ງ, ຣັດ​ເຊຍ ​ແລະ ​ເຢຍລະ​ມັນ​ ​ໄດ້​ຈັດການ​ປະຊຸມ​ສ່ວນ​ຕົວ​ຂອງ​ພວກ​ເພິ່ນ ກ່ອນ​ທ່ຽງ​ຂອງ​ວັນ​ຈັນ​ມື້​ນີ້​ໃນນະຄອນ ຫຼວງ ວຽນ​ນາ. ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ ອັງກິດ ທ່ານ Philip Hammond ​ແມ່ນ​ມີ​ກຳນົດ​ທີ່​ເຂົ້າ​ຮ່ວມການ​ເຈລະຈາ​ ​ໃນເວລາ​ຕໍ່​ມາໃນມື້ນີ້.

​ໃນ​ຂະນະ​ທີ່​ການ​ເຈລະຈາ​ໄດ້​ເລີ່​ມຂຶ້ນ, ນັກ​ຂ່າວ​ຄົນ​ໜຶ່ງ​ໄດ້ຖາມ ລັດຖະມົນຕີຕ່າງປະ​ເທດ​ ສະຫະລັດ ທ່ານ John Kerry ວ່າຈະ​ມີ​ການ​ຍືດ​ເວລາ​ອອກ​ອີກ​ບໍ່, ​ແຕ່​ທ່ານ Kerry ບໍ່​ໄດ້​ໃຫ້​ຄຳ​ຕອບຫຍັງ.

Iran Nuclear Talks
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG