ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົບພະຍົບເກືອບ 100 ຄົນ ຫາຍສາບສູນ ຫລັງຈາກເຮືອຫລົ້ມ ຢູ່ນອກຝັ່ງລີເບຍ


ພວກກູຸ້ໄພ ກຳລັງປະຕິບັດງານຊອກຫາກູ້ໄຟ ຢູ່ທະເລ Mediterranean,
ພວກກູຸ້ໄພ ກຳລັງປະຕິບັດງານຊອກຫາກູ້ໄຟ ຢູ່ທະເລ Mediterranean,

ເຈົ້າ​ໜ້າ​ທີ່​ລີ​ເບຍກ່າວວ່າ ຄົນ​ເຂົ້າ​ເມືອງ​ຊາວ​ລີ​ເບຍ ຢ່າງ​ໜ້ອຍ 97 ຄົນ ​ໄດ້ເສຍ​ຊີ
ວິດຍ້ອນ​ຄວາມ​ຢ້ານ​ກົວ ພາຍຫລັງທີ່​ເຮືອ​ເຂົາ​ເຈົ້າ​ຫລົ້ມ​ໃນ​ວັນ​ພະຫັດ​ວານ​ນີ້ ​ຢູ່​ໃນ​
ທະ​ເລ Mediterranean ​ໃນ​ເວລາ​ທີ່​ມຸ້​ງໜ້າ​ສູ່​ຢູ​ໂຣບ.

​ໂຄສົກ​ໜ່ວຍ​ຍາມ​ຝັ່ງ​ລີ​ເບຍ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກູ້​ໄພຄົນ​ເຂົ້າ​ເມືອງ 23 ຄົນ
ບໍ່​ເທົ່າ​ໃດ​ກິ​ໂລ​ແມັດ​ຈາກ​ຝັ່ງ​ທະ​ເລ​ລີ​ເບຍຫລັງ​ຈາກໄດ້​ຮັບ​ການ​ຮ້ອງ​ສຸກ​ເສີນ​ຈາກ​ເຮື​ອ
​ເຂົາ​ເຈົ້າ​ທີ່​ກຳລັງຫລົ້ມລົງ.

​ໃນ​ເວລາໜ່ວຍ​ຍາມ​ຟັງ​ໄດ້ໄປເຖິງ ​ໂຄສົກ Ayoub Gassim ກ່າວ​ວ່າ ​ເຮືອ​ທີ່ເຕັມ​
ໄປ​ດ້ວຍ​ຄົນ​ເຂົ້າ​ເມືອງນັ້ນ​ເປັນ​ຊາວອາຟຣິການັ້ນ “​ໄດ້​ຈົມ​ນໍ້າຢ່າງ​ສິ້ນ​ເຊີງ.”

ທ່ານ​ກ່າວ​ວ່າ ບັນດາ​ຜູ້​ລອດ​ຊີວິດແມ່ນ​ຜູ້​ຊາຍ ທີ່​ພົບ​ເຫັນເກາະ​ຫ້ອຍ​ຢູ່​ນຳ​ສິ່ງ​ທີ່ພາ​
ໃຫ້​ຟູນໍ້າ​ຢູ່​ນັ້ນ. ສ່ວນຄົນ​ອື່ນໆ​ “ອາດ​ເສຍ​ຊີວິດ​ໄປໝົດ​ແລ້ວ​”.

ປະ​ເທດ​ລີ​ເບຍ​ເປັນ​ຈຸດເລີ້ມ​ທີ່ມີ​ຊື່ສຽງສໍາລັບ​ຄົນ​ເຂົ້າ​ເມືອງ ທີ່ສ່ວນໃຫຍ່​ມາ​ຈາກ​ເຂດ
ທະ​ເລ​ຊາຍ ຊາ​ຮາຣາ​ ຂອງອາ​ຟຣິກາ ທີ່​ພະຍາຍາມ​ເຂົ້າ​ໄປ​ຢູ​ໂຣບ. ພວກ​ລັກລອບ​
ຄົນ​ເຂົ້າ​ເມືອງໄດ້ໃຊ້​ເຮືອ​ທີ່​ຊຸດ​ໂຊມ ​ເພື່ອ​ເອົາ​ຄົນ​ເຂົ້າ​ເມືອງ​ຫລາຍ​ພັນ​ຄົນ​ເດີນທາງ
​ໄລຍະ​ຍາວ ​ແລະເປັນ​ອັນຕະລາຍ ຂ້າມ​ທະ​ເລ Mediterranean.

ການ​ຈົມ​ນໍ້າ​ຕາຍທີ່ຢ້ານ​ເປັນຄື​ດັ່ງ​ເກີດ​ຂຶ້ນ​ໃນ​ວັນ​ພະຫັດ​ວານ​ນີ້ ​ມັກ​ເກີດ​ຂຶ້ນ​ຫລາຍ
ຍ້ອນ​ວ່າ​ພວກ​ລັກ​ລອບຄົນ​ເຂົ້າ​ເມືອງ​ພະຍາຍ​າມ ​ບັນຈຸ​ເອົາ​ຄົນ​ເຂົ້າ​ເມືອງ​ເຂົ້າ​ຢູ່​ໃນ
​ເຮືອ​ທີ່​ຊຸດ​ໂຊມຫລາຍ​ເ​ທົ່າທີ່​ຈະຫລາຍ​ໄດ້.

ອົງການ​ຄົນ​ເຂົ້າ​ເມືອງ​ສາກົນ ລາຍ​ງານ​ວ່າ ນັບ​ແຕ່​ວັນ​ທີ 9 ​ເມສາ ຄົນ​ເຂົ້າ​ເມືອງ​ຈຳ
ນວນ 664 ຄົນ​ໄດ້​ເສຍ​ຊີວິດຢູ່​ໃນທະ​ເລ Mediterranean ຊຶ່ງ 90 ​ເປີ​ເຊັນ ​ແມ່ນ​
ເກີດ​ຢູ່​ໃນ​ເສັ້ນທາງຈາກ​ລີ​ເບຍ​ໄປ​ຫາ​ອີ​ຕາ​ລີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG