ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກືອບ 50 ຄົນ ເສຍຊີວິດ ຢູ່ຊີເຣຍ ເຖິງແມ່ນ ມີການຢຸດຍິງ ສະຫຼອງບຸນ Eid


ພວກຜູ້ຊາຍກຳລັງຮັກສາແມ່ຍິງຄົນນຶ່ງ ທີ່ໄດ້ຮັບບາດເຈັບ ຫລັງຈາກການໂຈມຕີທາງອາກາດ.
ພວກຜູ້ຊາຍກຳລັງຮັກສາແມ່ຍິງຄົນນຶ່ງ ທີ່ໄດ້ຮັບບາດເຈັບ ຫລັງຈາກການໂຈມຕີທາງອາກາດ.

​ເກືອບ 50 ຄົນ​ໄດ້ເສຍຊີວິດ​ ຈາກ​ການ​ສູ້​ລົບ​ຢູ່​ໃນ​ຊີ​ເຣຍ​ ໃນ​ວັນ​ສຸກ​ວານ​ນີ້ ຊຶ່ງ​ເປັນມື້​ສຸດ​ທ້າຍ​ຂອງ​ການ​ປະກາດ​ຢຸດ​ຍິງ​ໂດຍ​ກອງທັບ​ຊີ​ເຣຍ​ເພື່ອ​ສະຫລອງ​ການ ​ສິ້ນ​ສຸດລົງ​ຂອງເດືອນສັກສິດ Ramadan ຂອງ​ຊາວມຸສລິ​ມ.

ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ສອງ​ເຂດ ທີ່ແຕກ​ຕ່າງ​ກັນ​ຂອງ​ປ​ະ​ເທດ ​ຄືໃນແຂວງ Idlib ​ໃກ້​ກັບ​ຊາຍ​ແດນ​ເທີ​ກີ ​ແລະ​ເມືອງ Aleppo ​ທາງ​ພາກ​ເໜືອ​ຂອງປະ​ເທດ.

ກຸ່ມ​ສິ້ງຊອມ​ສິດທິມະນຸດ​ໃນ​ຊີ​ເຣຍ ຊຶ່ງ​ຕິດຕາມ​ເບິ່ງ​ຄວາ​ມຮຸນ​ແຮງ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 23 ຄົນ ຮວມທັງ​ເດັກນ້ອຍ​ສອງ​ຄົນ ຢູ່​ໃນບ້ານ Darkoush ​ໃນ​ແຂວງ Idlib​. ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງວ່່າ ​ເຮືອບິນ​ລົບ​ຊີ​ເຣຍ ຫລືຣັດ​ເຊຍ​ເປັນ​ຜູ້​ປະຕິບັດ​ການ​ໂຈມ​ຕີ. ຂົ​ງ​ເຂດ​ດັ່ງກ່າວໄດ້​ຄວບ​ຄຸມ​ໂດຍ​ກຳລັງ​ປະສົມ ຂອງ​ຫລາຍໆ​ກຸ່ມ​ຕໍ່ຕ້ານ​ລັດຖະບານ ຮວມທັງກຸ່ມ Nusra ທີ່​ເປັນ​ເຄືອ​ຂ່າຍ​ຂອງ al-Qaida.

ຢູ່​ນອກ​ເມື​ອງ Aleppo ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ​ລາຍ​ງານ​ວ່າ ຢ່າງ​ໜ້ອຍ 25 ຄົນ​ໄດ້​ເສຍ​ຊີວິດ ຮວມ​ທັງ​ເດັກນ້ອຍ​ຫລາຍ​ຄົນ. ພວກ​ຕໍ່ຕ້ານ​ລັດຖະ ບານ​ໄດ້ໂຈມ​ຕີ​ດ້ວຍ​ປືນ​ຄົກ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ບຸກຄືບ​ໜ້າ ຂອງກຳລັງ​ລັດຖະ ບານ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ​ເພື່ອ​ຍຶດ​ເອົາ​ເສັ້ນທາງ​ຂົນ​ສົ່ງສຳຄັນ ທີ່​ພວກຕໍ່ຕ້ານ ລັດຖະບານ​ຄວບ​ຄຸມ​ຢູ່ນັ້ນ.

ວັນ​ສຸກ​ວານ​ນີ້ ​ເປັນ​ມື້ສຸດ​ທ້າຍ​ຂອງ​ການ​ຢຸດ​ຍິງ​ເປັນ​ເວລາ 72 ຊົ່ວ​ໂມງ​ ທີ່​ໄດ້​ຮຽກຮ້ອງ​ໃຫ້​ມີ​ຂຶ້ນໂດຍ​ກອງທັບ​ຊີ​ເຣຍ ​ເພື່ອ​ອະນຸຍາດ​ໃຫ້ຜູ້​ຄົນ​ໄດ້​ມ່ວນ​ຊື່ນ​ກັບນ ​ໃນວັນ​ສະຫລອງ​ບຸນ​ Eid al-Fitr ຂອງ​ຊາວ​ມຸສລິ​ມ. ການ​ຢຸດ​ຍິງໄດ້ຮັບ​ການ ​ເຄົາລົບ​ຢູ່​ເປັນ​ບາງ​ບ່ອນ ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ຜູ້​ສັງ​ເກດ​ການ​ກ່າວ​ວ່າ ການ​ສູ້​ລົບ​ຂອງ​ທຸກ​ພັກ​ຝ່າຍ​ໄດ້​ດຳ​ເນີນຢູ່​ຕໍ່​ມາ ນັບ​ຕັ້ງ​ແຕ່ການ​ສູ້​ລົບ​ກັນ​ເລີ້ມມີ​ຜົນ​ບັງຄັບ ​ໃນ​ວັນ​ພຸດຜ່ານ​ມາ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG