ລິ້ງ ສຳຫລັບເຂົ້າຫາ

ເກືອບ 46 ລ້ານຄົນ ໃນທົ່ວໂລກ ຕົກຢູ່ໃນສະພາບ ເປັນຂ້າທາດ


ລາຍງານໃໝ່ສະບັບ​ນຶ່ງກ່າວວ່າ ເກືອບ 46 ລ້ານຄົນຢູ່​ໃນທົ່ວໂລກພາກັນດຳລົງ​ຊີວິດຢູ່​ ແບບຂ້າທາດ ສ່ວນໃຫຍ່​ແມ່ນຢູ່ອິນເດຍ ຈີນ ແລະປາກິສຖານ. ມູນ​ນິທີ Walk Free ທີ່​ມີ ​ຫ້ອງການ​ຕັ້ງຢູ່​ອອສ​ເຕຣ​ເລຍ ໄດ້ພິມເຜີຍແຜ່ລາຍງານຂອງ​ຕົນ ໃນວັນອັງຄານທີ່ຜ່ານມາ ທີ່ນະຄອນລອນດອນ. ອົງການຈັດຕັ້ງດັ່ງກ່າວ ຕ້ອງການ​ໃຫ້ລັດຖະບານ ຂອງ​ປະ​ເທດ​ ຕ່າງໆ ແລະທຸລະກິດ ດຳ​ເນີນ​ການ​ຕື່ມຂຶ້ນ ເພື່ອຍຸຕິລະບົບການສວຍ​ໃຊ້ທີ່ບໍ່ຍົກ​ເວັ້ນ​ແມ່ນ​ ແຕ່ພວກເດັກນ້ອຍ. Ziatica Hoke ມີລາຍງານຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບໄປ.

ອິນເດຍເປັນປະເທດປະຊາທິປະໄຕ ໃຫຍ່ທີສຸດໃນໂລກ. ຫລາຍກວ່າ 800 ລ້ານ ຂອງປະ ຊາກອນທັງ​ໝົດ 1 ພັນ 2 ຮ້ອຍລ້ານຄົນມີສິດປ່ອນບັດລົງຄະແນນສຽງ ແຕ່ວ່າ ອິນເດຍກໍ​ເປັນ​ປະ​ເທດມີຂ້າທາດຫຼາຍກວ່າປະເທດອື່ນ​ໃດ ໃນປັດຈຸບັນນີ້ ຄື​ຫລາຍ​ກວ່າ 18 ລ້ານ ຄົນ ອີງຕາມດັດຊະນີຂ້າທາດຫລ້າສຸດຂອງ​ໂລກ.

ສາດສະດາຈານ Kevin Bales ຜູ້ນຳພາການຂຽນດັດຊະນີຂ້າທາດຢູ່ທົ່ວໂລກກ່າວວ່າ “ເຂົາເຈົ້າມີຂ້າທາດ​ແບບ​ສືບ​ທອດ​ຕາມ​ເຊື້ອສາຍຢູ່ໃນປະເທດອິນເດຍ. ເຂົາເຈົ້າໄດ້ມີ ປະຫວັດສາດອັນຍາວນານ ຢູ່​ໃນ​ເຂດ​ຊົນນະບົດ ກ່ຽວ​ກັບຮູບແບບການເປັນຂ້າທາດ ການປູກຝັງ ເພາະສະນັ້ນມັນເປັນສິ່ງນຶ່ງທີ່ຊາວອິນເດຍພາກັນ​ເຮັດ​ວຽກຢ່າງໜັກ ແຕ່ ວ່າເຂົາເຈົ້າໄດ້ຮັບ​ການ​ສືບ​ທອດ​ໃນບັນຫາອັນໃຫຍ່ຫຼວງນີ້ຈາກອະດີດທີ່ຜ່ານມາ.”

ດັດຊະນີທີ່ຕິດຕາມ​ເບິ່ງ​ການບັງຄັບ​ໃຊ້ແຮງງານ ການເປັນຂ້າ​ທາດ​ຍ້ອນໜີ້ສິນ ການບັງ ຄັບ​ໃຫ້ແຕ່ງງານ ແລະການສວຍ​ໃຊ້ທາງເພດຢູ່ໃນ 167 ປະເທດ ໄດ້ພິມເຜີຍແຜ່ເປັນ ລະຍະ ໂດຍມູນ​ນິທິ Walk Free ຂອງ​ອອສ​ເຕຣ​ເລຍ.

ທ່ານ Andrew Forrest ປະທານ​ມູນ​ນິທິ Walk Free ກ່າວວ່າ “ມັນຢູ່ບ່ອນທີ່ຜູ້ໃດຜູ້ນຶ່ງບໍ່ສາມາດໜີອອກຈາກບ່ອນຢູ່ຂອງເຂົາເຈົ້າ. ບໍ່ວ່າຈະເປັນໜັງ ສືຜ່ານແດນຂອງເຂົາເຈົ້າຖືກຍຶດໄວ້ ຫລືມີການຂົ່ມຂູ່ວ່າ​ຈະ​ໃຊ້ຄວາມຮຸນແຮງຕໍ່ເຂົາ ເຈົ້າ ຫລືສະມາຊິກຄອບຄົວຄົນໃດຄົນນຶ່ງ. ເພາະ ສະນັ້ນເຂົາເຈົ້າຕົກຄ້າງຢູ່ທີ່ນັ້ນ ແລະ ອາດຮ້າຍໄປກວ່ານັ້ນ ເຂົາເຈົ້າຈະ ​ໄດ້​ຮັບ​ການ​ປະຕິບັດ​ຕໍ່ຄືກັບສັດເດຍລະສານ ຢູ່ໃນ ບ່ອນ​ລ້ຽງ.”

ບັນດາປະເທດເອເຊຍເປັນບ່ອນຢູ່ເກືອບ 60 ເປີເຊັນຂອງຂ້າທາດສະໄໝໃໝ່​ໃນ​ໂລກ. ອິນເດຍ​ ແມ່ນ​ຕິດຕາມ​ມາ​ດ້ວຍ ຈີນ ແລະປາກິນຖານ.

ຢູ່ໃນບັນດາໂຮງງານປັ້ນດິນຈີ່ເຫລົ່ານີ້ທາງພາກໃຕ້ປາກິສຖານ ພວກຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍພາກັນເຮັດວຽກເອົາເງິນຄ່າຈ້າງທີ່ເຂົາເຈົ້າບໍ່ເຄີຍເຫັນ.

ທ້າວ Ranjhan ຊ່າງປັ້ນດິນຈີ່ທີ່ຖືກບັງຄັບອອກແຮງງານ ກ່າວວ່າ ຂ້າພະເຈົ້າເປັນໜີ້ ສິນ. ພວກເຮົາຕ້ອງໄດ້ກູ້ຢືມເງິນເພື່ອລ້ຽງລູກຂອງພວກເຮົາ. ຂ້າພະເຈົ້າເປັນໜີ້ 40,000 ຫາ 50,000 ຣູປີ ຄື​ປະມາ​ນ 600 ຫາ 750 ໂດລາ. ໜີ້ສິນດັ່ງກ່າວນີ້ ຈະບໍ່ສິ້ນ ສຸດ ຕາບໃດທີ່ຂ້າພະເຈົ້າຍັງມີຊີວິດຢູ່. ມັນຈະຈົບລົງເວລາໃດທີ່ຂ້າພະເຈົ້າຕາຍໄປ ເພາະວ່າເງິນເຟີ້ສູງເກີນໄປ.”

ນາຍຈ້າງເກັບເອົາຄ່າແຮງງານເຂົາເຈົ້າທັງໝົດ ໃນນາມຂອງຄວາມເປັນໜີ້ ແລະພຽງແຕ່ ໃຫ້ອາຫານການກິນ​ເທົ່າ​ນັ້ນ.

ຜູ້ຄົນຢູ່​ໃນທົ່ວໂລກ ພາກັນຕົກຢູ່ໃນ​ສະພາບ ທີ່ຄ້າຍຄືກັນນີ້.

ທ່ານ Wolf Gang Buetner ຈາກຫ້ອງການກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch ​ໃນ​ເຢຍຣະມັນ ກ່າວວ່າ “ການບັງຄັບ​ໃຊ້ແຮງງານແມ່ນບັນຫາໃຫຍ່. ພວກເຮົາ ໄດ້ບັນທຶກຊໍ້າແລ້ວຊໍ້າອີກກ່ຽວ​ກັບຊາວຕ່າງດ້າວເຮັດວຽກ ໂດຍສະເພາະວຽກ​ຄົນ​ໃຊ້​ຢູ່​ ຕາມ​ບ້ານ​ເຮືອນ ​ແຕ່ຍັງຮວມທັງພວກທີ່ເຮັດວຽກຢູ່ຕາມບ່ອນກໍ່ສ້າງ ໄດ້ຖືກບັງຄັບ​ໃຊ້​ ແຮງ​ງານ ຢ່າງ​ເປັນ​ລະບົບ ແລະມີຫລາຍປະເທດທີ່ພາກັນບັງຄັບໃຊ້ແຮງງານ ດັ່ງໂຕ ຢ່າງ ເກົາຫລີ​ເໜືອ ແລະອຸສເບັກກິ​ສຖານ ຢູ່​ໄຮ່ປູກຝ້າຍຂອງເຂົາເຈົາ.”

ບັນດານັກ​ເຄື່ອນ​ໄຫວກຳລັງພາກັນຮຽກຮ້ອງໃຫ້ ບັນດາບໍລິສັດຕ່າງໆທີ່ເຮັດທຸລະກິດກັບ ປະເທດເຫລົ່ານັ້ນ ຈົ່ງໃຫ້ການຄໍ້າປະກັນກັບຄູ່ຮ່ວມ​ງານ ປະຈຳທ້ອງຖິ່ນ ປະຕິບັດຕາມ ກົດໝາຍແຮງງານ. ແຕ່ເຂົາເຈົ້າກ່າວວ່າ ການປັບປຸງໃຫ້ດີຂຶ້ນທີ່ສຳຄັນສາມາດມາຈາກ ການປຸກລະດົມຮ່ວມງານທີ່​ມາຈາກລັດຖະບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG