ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກືອບ 300 ຄົນແລ້ວ ເສຍຊີວິດ ຍ້ອນຕຶກພັງທັບ ທີ່ ບັງກລາແດັສ (ສະໄລດ໌/ວີດີໂອ)


ຕຶກໂຮງງານ​ເຮັ​ດ​​ເຄື່ອງນຸ່ງຢູ່ບັງກລາແດັສທີ່​ພັງ​ລົງໄດ້ ຖີບຂື້ນ​ເປັນ​ເກືອບ 300 ຄົນ
ຕຶກໂຮງງານ​ເຮັ​ດ​​ເຄື່ອງນຸ່ງຢູ່ບັງກລາແດັສທີ່​ພັງ​ລົງໄດ້ ຖີບຂື້ນ​ເປັນ​ເກືອບ 300 ຄົນ
ໃນ​ຂະນະ​ທີ່​ໂຕ​ເລກຜູ້​ເສຍ​ຊີວິດ ຈາກ​ຕຶກໂຮງງານ​ເຮັ​ດເຄື່ອງນຸ່ງ
ຢູ່ບັງກລາແດັສທີ່​ພັງ​ລົງໄດ້ ຖີບຂື້ນ​ເປັນ​ເກືອບ 300 ຄົນພວກ​
ພະ​ນັກ​ງານ​ເຮັ​ດວຽກ​ຢູ່​ໂຮງງານເຄື່ອງນຸ່ງ​ກໍພາກັນ​ໂຮມ​ຊຸມ ນຸມ
ຢູ່​ຕາມ​ຖະໜົນ​ຫົນທາງຂອງ​ນະຄອນຫລວງດັກ​ກາ ​ໃນ​ວັນ​ສຸກ
​ມື້​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່ຕ້ານ ​ມາດຕະຖານ​ຄວາມ​ປອດ​ໄພ​ທີ່​ບໍ່​ດີ​
ຂອງ​ອຸດ​ສາຫະກໍາ ຂອງ​ປະ​ເທດ​.

ຂະນະ​ດຽວ​ກັນ ​ພວກ​ກູ້​ໄພກໍ​ຍັງ​ສືບ​ຕໍ່​ເຮັ​ດວຽກ​ຢ່າງ​ບໍ່​ຢຸດ​ບໍ່ເຊົາ. ​
ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກມື້ນີ້ ບັນດາ​ພວກ​ກູ້​ໄພ​ໄດ້ພົບ​ເຫັນ 41
ຄົນ​ທີ່ຍັງ​ມີ​ຊີວິດ​ຢູ່​ບ່ອນ​ດຽວ​ກັນ.

ພວກ​ກູ້​ໄພ ກ່າວ​ວ່າ ​ເຂົາ​ເຈົ້າ​ສາມາດໄດ້​ຍິນສຽງ​ຮ້ອງ​ໃຫ້​ ຂອງ​
ພວກ​ທີ່ຕົກ​ຄ້າງ​ຢູ່​ຂ້າງ​ໃນ ຕັ້ງ​ແຕ່​ວັນ​ພຸດ​ເປັນຕົ້ນມາ ຢູ່​ໃນຊາກ​
ຫັກ​ພັງຂອງ​ຕຶກ 8 ຊັ້ນ​ນັ້ນ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ ກ່າວ​ວ່າ ​ເຈົ້າ​ຂອງ​ຕຶກ ​ແລະ​ບັນດາ​ຜູ້​ບໍລິ
ຫານ​ໂຮງງານບໍ່​ຫົວຊານໍາການ ​ເຕືອນ​ຂອງ​ເຈົ້າ​ໜ້າ​ທີ່ ​ເພື່ອ​ໃຫ້​ພະນັກງານ​ອອກ​ໜີ​ຈາກ​ຕຶກຫລັງ​ຈາກ​ຜູ້​ກວດກາ​ພົບ​ເຫັນບ່ອນ ​ແຕກແຫງ​ໃນ​ວັນ​ອັງຄານຜ່ານ​ມາ. ​ເຈົ້າ​ຂອງ​ຕຶກ​ກໍາລັງເວລາ​ນີ້ກຳລັງຫລົບ​ໜີ. ນາຍົກລັດຖະ ມົນຕີ Sheik Hasina ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຜູ້ກ່ຽວຈະຖືກ​ຈັບ ​ແລະນໍາ​ມາລົງ​ໂທດ​.



ຫລາຍ​ກວ່າ 3000 ພັນ​ຄົນ​ພາກັນ​ເຮັດ​ວຽກ​ຢູ່​ໃນ​ຕຶກ​ດັ່ງກ່າວ ທີ່​ຕັ້ງ​ຢູ່​ນອກ​ນະຄອນ
ຫຼວງ Dharka ​ເວລາ​ຕຶກ​ພັງລົງ​ມາ. ຢ່າງໜ້ອຍ 2000 ພັນ​ຄົນ​ໄດ້​ຖືກ​ຊ່ວຍຊີວິດ
ໄວ້​ໄດ້. ຫລາຍ​ກວ່າ 1000 ຄົນ​ໄດ້​ຮັບ​ບາດ​ເຈັບ. ບັນດາ​ເຈົ້າ​ໜ້າ​ທີ່ຍັງບໍ່​ຊາບວ່າມີ​
ເທົ່າ​ໃດ​ຄົນ​ແທ້​ ທີ່​ຫາຍ​ສາບ​ສູນ​ໄປ.

Bagladesh
please wait
Embed

No media source currently available

0:00 0:00:42 0:00

ກ່ຽວຂ້ອງກັນ

XS
SM
MD
LG