ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເດັກ 20 ຄົນ ​ເສຍ​ຊີວິດ ຢູ່ອິນເດຍ ຫຼັງຈາກ ​ກິນ​ອາຫານ​ທ່ຽງ ຢູ່​ໂຮງຮຽນ​​ (ວີດີໂອ)


ວີດີໂອຂອງການຕາຍຂອງເດັກນ້ອຍນັກຮຽນໃນອິນເດຍ
ວີດີໂອຂອງການຕາຍຂອງເດັກນ້ອຍນັກຮຽນໃນອິນເດຍ
ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງອິນ​ເດຍ ກ່າວ​ວ່າ ​ມີ​ເດັກ
ນ້ອຍນັກຮຽນ 20 ຄົນ​ເສຍ​ຊີວິດ ຫຼັງຈາກ​ທີ່​ໄດ້​ກິນ​ອາຫານ​ທ່ຽງຟຣີ
ທີ່​ປຸງ​ແຕ່ງ​ຢູ່​ໂຮງ​ອາຫານ​ຂອງ​ໂຮງຮຽນນັ້ນ.

ເຈົ້າ​ໜ້າ​ທີ່ລັ​ດ Bihar ກ່າວ​ວ່າ ມີ​ນັກຮຽນຄົນອື່ນໆອີກ 27 ຄົນ​ໄດ້​ເຂົ້າຮັກສາ​ຕົວ​ໃນໂຮງພະຍາ ບານ ຫຼັງ​ຈາກໄດ້​ກິນ​ອາຫານ​ຂອງ​ໂຮງຮຽນ ຊຶ່ງ​ຮວມມີເຂົ້າ​ແລະ​ພວກ​ຖົ່ວ​ຕ່າງໆ ໃນ​ວັນ​ອັງຄານ​ວານ​ນີ້ ​ຢູ່​ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງໃນ​ເມືອງ Masrakh ປະມານ 90 ກິ​ໂລ​ແມັດຫ່າງ​ຈາກ Patna ​ເມືອງ​ຫຼວງ​ຂອງ​ລັດ​ ​ໄປ​ທາງ​ທິດ​ເໜືອ ແລະ 10 ຄົນ​ໃນ​ນັ້ນ ມີ​ອາການ​ຫຼໍ່​ແຫຼມ.

​ປະຊາຊົນ​ທີ່​ໂກດ​ແຄ້ນ​ຈໍານວນ​ນຶ່ງ​ໄດ້​ພາກັນ​ປະ​ທ້ວງ​ ຫຼັງຈາກ​ທີ່​ໄດ້​ຍິນ​ຂ່າວ​ການ​ຕາຍ​ຂອງ​ພວກເດັກນ້ອຍນັກຮຽນດັ່ງກ່າວ​ນີ້.

​ ລັດຖະມົນຕີ​ປະ​ຈໍາ​ກະຊວງ​ການ​ສຶກສາທ່ານ​ນຶ່ງ ​ເວົ້າວ່າ ການ​ສືບສວນ​ເບື້ອງ​ຕົ້ນສະ​ແດງ​
ໃຫ້​ເຫັນ​ວ່າ ອາຫານ​ດັ່ງກ່າວ​ນັ້ນ​ມີ​ທາດ phosphorous ປະສົມ​ຢູ່​ນໍາ​. ບໍ່​ໄດ້​ມີ​ການ​ເປີດ​ເຜີຍ​
ຂໍ້​ມູນໃດ ​ເພີ່ມ​ຕື່​ມອີກ.

​ລັດຖະບານຂອງ​ຫຼາຍໆລັດ​ໃນ​ອິນ​ເດຍ ​ໄດ້​ເລີ່​ມ​ໂຄງການລ້ຽງ​ອາຫານ​ທ່ຽງ​ຟຣີ​ໃຫ້​ພວກ​ເດັກ​ນັກຮຽນ​ທີ່​ຍາກຈົນ​ ຈໍານວນ​ເປັນ​ລ້ານໆ​ຄົນ. ​ໂຣກຂາດທາດ​ອາຫານ​ແມ່ນ​ບັນຫາ​ຮ້າຍ​ແຮງ​ໃນ​ໝູ່​ເດັກນ້ອຍ​ນັກຮຽນ​ອິນ​ເດຍ.

ອົງການ UNICEF ​ກ່າວ​ວ່າ 1​ ໃນ 3 ​ຂອງພວກ​ເດັກ​ນັກຮຽນທີ່​ເປັນໂຣກຂາດທາດ​ອາຫານ​
ນັ້ນແມ່ນ​ຢູ່ໃນອິນ​ເດຍ ​ແລະ​ວ່າ ໂຣກຂາດທາດ​ອາຫານໃນ​ອິນ​ເດຍ ​ແມ່ນ​ມີ​ແພ່​ຫຼາຍ​ກວ່າ​
ໃນ​ເຂດ​ໃຕ້ທະ​ເລ​ຊາຍ​ Sahara ​ໃນ​ອາຟຣິກາ​ນັ້ນ​ອີກ.

ການ ​ມີໂຣກຂາດທາດ​ອາຫານ​ໃນ​ຕອນ​ທີ່​ອາຍຸຍັງ​ນ້ອຍ​ໆນັ້ນ​ ​ເປັນບັນຫາ​ທີ່​ສົ່ງກະທົບ​ໄລຍະ​ຍາວ ​ແລະໃຫຍ່​ຫຼວງຕໍ່​ສຸຂະພາບຂອງເດັກ​ ​ເພາະວ່າ​ມັນ​ຈະຂັດຂວາງ​ພັດທະນາ​ການ​ຂອງ​ເດັກນ້ອຍ​ທັງ​ໃນລະບົບ​ເຄື່ອນ​ໄຫວ ​ສະຕິ​ປັນຍາ ສັງ​ຄົມ​ແລະ​ຄວາມ​ຮູ້ສຶກນໍາ​ດ້ວຍ.

INDIA DEAD CHILDREN VO
please wait

No media source currently available

0:00 0:00:40 0:00
XS
SM
MD
LG