ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ງານພົບປະສັງສັນ ຫຼວງພະບາງ ຄັ້ງທີ 2 ທີ່ ລັສ ເວກັສ


ຄືນ​ຄ່ຳ​ນີ້ ວັນນະ​ສອນ​ຈະ​ພາ​ທ່ານ​ຜູ້​ຟັງ​ໄປ​ຮ່ວມ​ມ່ວນ​ຊື່ນ
​ແລະ​ຮຽນ​ຮູ້ກັບ​ເລື້ອງ​ລາວ​ຂອງ​ຊາວ​ລາວ​ໃນ​ຕ່າງ​ແດນ
ໂດຍ​ສະ​ເພາະຊາວ​ຫຼວງ​ພະ​ບາງ ຊຶ່ງການ​ຈັດ​ງານສັງ​ສັນ
​ຄັ້ງ​ທຳ​ອິດ ​ໄດ້​ຈັດ​ຂຶ້ນ​ເມື່ອປະມານ 5 ປີກ່ອນໜ້າ​ນີ້ ຫຼັງ​ຈາກ
ທີ່​ໄດ້​ຈັດ​ງານປະສົບຜົນສຳ​ເລັດແລ້ວແລະ​ມີ​ການ​ຕອບ​ຮັບ
ຢ່າງ​ດີ​ແລ້ວ​ນັ້ນ ​ແລະກໍ​ໄດ້​ທີການ​ຮຽກຮ້ອງ​ໃຫ້​ມີ​ຂຶ້ນ​ອີກ
​ແລະ​ນັ້ນ​ລະ ຄື​ເປັນ​ຈຸດ​ເກີດຂອງ​ຄັ້ງ​ທີ່ 2 ຕາມ​ມາ ​ທີ່​ໄດ້​
ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນຕຸລາ​ຜ່ານ​ມາ​ນີ້ເມືອງໄດ້​ ​ທີ່​ນະຄອນ
Las Vegas, Nevada. ການຈັດ​ງານ​ຄັ້ງ​ທີ 2 ນີ້ ຖື​ວ່າ​
ປະສົບຜົນສຳ​ເລັດ​ຢ່າງໃຫຍ່​ຫຼວງ ​ເປັນ​ພິ​ເສດຊຶ່ງໄດ້​ມີ
​ແຂກ​ຜູ້ເຂົ້າ​ຮ່ວມ ຫຼາຍ​ກວ່າ 500 ຄົນ ທີ່​ໄດ້​ເດີນທາງ
​ມາ​ຈາກຫຼາຍ​ທະວີບ ​ໃນ​ທົ່ວ​ໂ​ລກ​ເຊັ່ນ: ອອສ​ເຕຣ​ເລຍ,
ຢູ​ໂຣບ, ເອ​ເຊຍ, ​ແລະ​ສະຫະລັດ.

ມື້ທຳອິດ ວັນພົບເພື່ອນມິດ - Meet and Greet
ມື້ທຳອິດ ວັນພົບເພື່ອນມິດ - Meet and Greet

ການຈັດ​ງານ​ຄັ້ງ​ນີ້ ມີ​ຂຶ້ນ​ຮວມກັນ​ທັງ​ໝົດ 3 ມື້ ດ້ວຍ​ກັນ ຊຶ່ງເລີ້ມຕົ້ນ​ຕັ້​ງ​ແຕ່​ແລງ​ວັນ​ສຸກ ທີ່​ເອີ້ນກັນ​ວ່າ “Meet and Greet” ​ເພື່ອ​ຈັດ​ໃຫ້​ແຂກ​ທີ່​ຖະຍອຍ​ກັນ​ເຂົ້າ​ມາ​ນັ້ນ​ໄດ້ check in ຮັບ​ເອົາ​ເອກ​ກະສາ​ນທີ່​ລົງທະບຽນ​ຕ່າງໆ ມີ​ການ​ໂອ້​ລົມ ຖາມ​ຂ່າວ​ກັນ ​ມ່ວນ​ຊື່ນ​ລື້​ນ​ເລີງ ​ຮ້ອງ​ເພງ​ລຳວົງ ວົງ​ດົນຕີ​ກໍ​ຄົບ​ຊຸດ ​ໃນ​ບັນຍາກາດ​ແບບ​ເປັນ​ກັນ​ເອງ​ທີ່​ໜ້າ​ຮັກ ຊຶ່ງ​ຕ່າງ​ຄົນ ຕ່າງ​ກໍຕຽມ​ໃຈ​ແລະ​ຕຽ​ມພ້​ອມ​ໃນ​ການ​ເປີດງານຢ່າງ​ເປັນ​ທາງ​ການ​ໃນ​ວັນ​ເສົາ ມື້ຕໍ່​ມາ.

ບັນຍາກາດຂອງງານ
ບັນຍາກາດຂອງງານ

ຫ້ອງ​ສະ​ແດງ​ດົນຕີ concert ລະດັບ​ມາດຕະຖານ​ສາກົນ
ຂອງ​ໂຮງ​ແຮມ Sam’s Town ​ຄັບ​ແຄບ​ລົງ​ທັນທີ ຊຶ່ງຖືກ
​ຈັດ​ຕຽມ​ພ້ອມ​ງົດ​ງາມ​ຕະການ​ຕາ ມີ​ປ້າຍ ​ເຄື່ອງ​ເອ້ ປະດັບ
ປະດາ ​ໃຫ້​ເປັນ​ແບບ​ຫຼວງ​ພະ​ບາງຂະໜານ​ແທ້...ປະດັບ
ດ້ວຍ​ປູ​ເຍີ ຍ່າ​ເຍີ ຊຶ່ງ​ເປັນ​ສັນຍາ​ລັກ​ຂອງ​ເທວະ​ດາ​ຫຼວງ
ທີ່​ຊາວ​ຫຼວງ​ພະບາງບູຊາ​ແລະ​ນັບຖື ​ເພື່ອ​ໃຫ້​ເພິ່ນ​ໄດ້​ຄຸ້ມ
ຄອງ ປົກ​ປັກ​ຮັກສາ ​ໃຫ້​ຢູ່​ເຟັນ​ເປັນ​ສຸກ ​ເຖິງ​ແມ່ນ​ວ່າ ຈະ​ໄປ​
ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ ຊາວ​ຫຼວງ​ພະ​ບາງ ຍັງ​ມີ​ຄວາມ​ຮູ້ສຶກ​ແບບ​ນີ້ ຮັກສາ​ເຄົ້າ​ຄອງ​ເດີມ​ສືບ​ທອດສະ​ເໜີ​ມາ​ ແລະ​ຈະຕະຫຼ​ອດ​ໄປ.

ຍາເອື້ອຍບົວວັນ ບັນຈົງຈິດ ກ່າວເປີດງານ
ຍາເອື້ອຍບົວວັນ ບັນຈົງຈິດ ກ່າວເປີດງານ

ນັ້ນແມ່ນບາງຕອນຂອງການ​ກ່າວເປີດ​ງານ​ຕ້ອນຮັບ​ແຂກ​ຂອງ​ປະທານຈັດງານ ຍາ​ເອື້ອຍ​ບົວ​ວັນ ຫຼັງ​ຈາກ​ທີ່ ໄດ້​ກ່າວ​ເປີດ​ພິທີຢ່າງ​ເປັນ​ທາງ​ການເປັນ​ພາສາ​ລາວແລ້ວ ກໍແມ່ນ​ທ່ານ​ອະນຸຣັກ ສຸຂະ​ເສີມ ນຶ່ງ​ໃນ​ຄະນະ​ກຳມະການ​ຈັດ​ງານ​ຂຶ້ນ​ກ່າວ​ຕ້ອນຮັບ​ແຂກ​ເປັນ​ພາສາ​ອັງກິດ ​ເພື່ອໃຫ້​ແຂກ​ທີ່​ເຂົ້າ​ຮ່ວມ​ທີ່​ບໍ່​ແມ່ນ​ຄົນ​ລາວ​ໄດ້​ເຂົ້າ​ໃຈ.

ຍາເອື້ອຍບົວວັນ ແລະທ່ານອະນຸຣັກ
ຍາເອື້ອຍບົວວັນ ແລະທ່ານອະນຸຣັກ

ພ້ອມດຽວກັນນັ້ນທ່ານ ໄຊປຣະເສີດ ຣັດຕະນົງຕາງໜ້າຈາກ
ອອສ​ເຕຣ​ເລຍ, ຍາເອື້ອຍນາຣີ ສີສະວັສ ມ້າວຄຳຜີວ ຕົວແທນ
ຈາກກາ​ນາ​ດາ ​ແລະຕົວແທນຈາກ​ເອີ​ໂຣບ ໄດ້ແກ່ ທ່ານຈັ ນທະບູນ
ແກ້ວຣາສີ ​ຊຶ່ງ​ຕ່າງ​ຕົນ​ກໍ​ກ່າວ​ໃນ​ທຳນອງ​ທີ່​ມີ​ຄວາມໝາຍ​ແບບ
​ດຽວ​ກັນ​ ທີ່​ວ່າ “ດີ​ໃຈ​ທີ່​ໄດ້​ມາ​ພົບ​ພໍ້​ກັນ ຫຼັງ​ຈາກ​ທີ່​ໄດ້​ພັດ​ພາກ
ກັນ​ມາ​ນານ​ 30-40 ​ແລ້ວ.”
ດັ່ງຕໍ່ໄປນີ້:

ໃນ​ຊ່ວງ​ທີ່​ຮັບປະທານອາຫານ​ນັ້ນ ວົງດົນຕີ Lao Vegas
ກໍໄດ້ມາກ່ອມອາລົມແຂກຜູ້ມີກຽດພ້ອມນີ້ກໍ​ໄດ້ມີ​ຫຼາກ​ຫຼາຍ​
ສິນລະປິນ ກິ​ຕິ​ມະ​ສັກ ຂຶ້ນ​ຮ້ອງ​ເພງ​ຂັບ​ກ່ອມ ​ໃນ​ບັນຍາກາດ
​ອົບ​ອຸ່ນ ຮັກຫໍ່ໂຮມກັນ ​ແບບ​ກິນ​ເຂົ້າ​ເຄົ້າ​ສຽງ​ເພງໄປພ້ອມໆກັນ ພ້ອມ​ນີ້ ທາງ​ລາຍການ ສຽງກະຊິບ​ຮວມເຜົ່າ​ລາວ ຈາກ Philadelphia PA ກໍ​ໄດ້​ມາ​ບັນທຶກງານ​ແລະ​ສຳພາດ​ຕ່າງໆນາໆ ຊຶ່ງ​ໄດ້​ນຳ​ສະ​ເໜີ​ທາງ TV ທີ່​ນຳພາ​ໂດຍ​ສອງ​ສາມີ ພັນ​ລະ​ຍາ ທ່ານ​ສົມບູນ ​ແລະ​ຍານາງ​ມາລາ​ສະຫວັນ ສຸຂະຜົນ.

ນອກຈາກທີ່ໄດ້ຮັບປະທານອາຫານແຊບແລະມ່ວນຊື່ນລຳວົງສາມັກຄີກັນແລ້ວ ກໍໄດ້ມີ
ຫຼາກຫຼາຍບຸກຄົນທີ່ເດີນທາງມາຈາກຫຼາຍໆບ່ອນ ຊຶ່ງຕ່າງຄົນຕ່າງກໍໄດ້ສະແດງເຖິງຄວາມ
ເຫັນຂອງການຮ່ວມຄັ້ງນີ້ ຊຶ່ງວັນນະສອນໄດ້ເກັບກຳສຳພາດກັບປະທານຈັດງານ ຕ່າງໜ້າ
ຂອງຫຼາຍໆປະເທດ​ຮວມທັງແຂກຜູ້ມີກຽດທີ່ເຂົ້າຮ່ວມໃນງານ ຊຶ່ງວ່າ ໃຜຈະເປັນໃຜນັ້ນ ຂໍເຊີນທ່ານຮັບຟັງການສຳພາດໄດ້ເລີຍ:​

ທ່ານສົມບູນ ແລະພັນລະຍາ ຈາກທີມງານສຽງກະຊິບຮ່ວມເຜົາລາວ
ທ່ານສົມບູນ ແລະພັນລະຍາ ຈາກທີມງານສຽງກະຊິບຮ່ວມເຜົາລາວ

ຈຸດ​ເດັ່ນ​ຂອງ​ງານ​ຄົງ​ເປັນ​ການສະ​ແດງ​ແບບ​ເສື້ອຜ້າ​ພື້ນ​ເມືອງ
​ຫຼວງ​ພະ​ບາງ​ຂະໜານ​ແທ້ ນັບ​ຕັ້ງ​ແຕ່ ຊຸດ​ຜູ້​ເຖ້າ ຜູ້​ແກ່
ທີ່​ສ່ວມ​ໃສ່​ຢູ່​ໃນ​ບ້ານ​ແລະ​ໄປ​ວັດ ​ຈົນຮອດ​ຊຸດ​ລາຕີ​ໃໝ່ທັງ​ແບບ
​ດັ້ງ​ເດີ້ມ​ແລະ​ປະຍຸກ ທີ່​ເປັນ​ຝື​ໄມ້ລາຍ​ມື​ຂອງ​ຊາວ​ລາວ ຊາວ​
ຫຼວງພະ​ບາງ. ນອກ​ນັ້ນ​ຍັງ​ມີ​ການສະ​ແດງ​ຊຸດ​ລະຄອນ ​ເລື້ອງ​ພະ​ລັກ ພະ​ລາມ ​ແລະເຊັ່ນ: ​ຫະນຸມານ ພິ​ເຜກ ​ແລະ​ຊຸດນາງ​ແກ້ວ ນຳອີກ​ ຊຸດ​ທີ່​ເດັ່ນ​ສຸດ ​ເຫັນ​ຈະເປັນ​ຊຸດ​ນາງ​ສັງຄາ​ນ ທີ່​ວັນນະ​ສອນ ​ຖື​ເປັນ​ກຽດ ​ໄດ້ສວມ​ໃສ່ຈາກ​ການ​ອຸບປະຖຳ​ເສື້ອຜ້າ​ແລະໜ້າ ຜົມ ຂອງ​ຍາ​ເອື້ອຍ​ກິນນະລີ ບານຸ​ວົງ​ແລະ​ຍາ​ເອື້ອຍ ບາງ​ທອງ ຈິນດາ​ວັນ ຊຶ່ງຄ່ຳ​ຄືນ​ນັ້ນ ຍາ​ເອື້ອຍ​ຍາງ​ທອງ ພ້ອມ​ດ້ວຍ​ສາມີ ກໍ​ໃຫ້​ກຽດເດີນ​ແບບ ​ໃສ່ ຊຸດ​ສາລະ​ບັບ ​ເປັນ​ເຈົ້າ​ສາວ​ໃນ​ພິທີ​ອະ​ພິ​ເສກ​ຣົດ ແບ​ບຕົ້ນ​ສະບັບ ລາດ​ຊະ​ວັງ​ຫຼວງ​ພະ​ບາງເລີຍ…ບັນຍາກາດ​ລວມໆ​ແລ້ວ ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ທີ່​ເຂົ້າ​ຮ່ວມ ນ້ຳ​ຕາ​ຄໍ​ເປົ້າ ຄິດ​ຮອດ​ອະດີດ​ໃຄ​ວາ​ມ​ເກົ່າ​ຄວາມ​ຫຼັງ ​ເມື່ອຄັ້ງ​ຍັງ​ເຍົາ​ໄວພຸ້ນ...

ການສະແດງແບບ ຊຸດສາລະບັບ ຫຼວງພະບາງ ຂະໜານແທ້
ການສະແດງແບບ ຊຸດສາລະບັບ ຫຼວງພະບາງ ຂະໜານແທ້

ການສະ​ແດງທີ່ນັບ​ວ່າ​ຂາດບໍ່​ໄດ້ນັ້ນ ກໍ​ຄົງ​ແມ່ນ​ການ​ຮ້ອງ​ເພງ​ໝູ່ ຮ້ອງ​ເພງ​ທີ່​ກ່ຽງ​ກັບ​ຫຼວງ​ພະ​ບາງ ​ແລະການສະ​ແດງ​ທີ່ພິ​ເສດອີກອັນ​ນຶ່ງ​ແມ່ນ ການ​ອ່ານໜັງສື ຂັບ​ສະຫຼາມ ສາມ​ສາວ​ຂອງໜຸ່ມ​ສາວ ຂັບ​ກ້ຽວ​ຈີບກັນ ​ແລ້ວ ກໍ​ລົງທ້າຍ​ດ້ວຍ​ການ​ຂັບ​ທຸ້ມຫຼວງ​ພະ​ບາງ​ ທີ່​ຂັບ​ຮ້ອງ​ໂດຍ​ທ່ານ ກິ່ງ​ໄຊ Robert ​ແລະ​ຍາ​ເອື້ອຍ​ນາຣີ ສີສະ​ວັສ ມ້າວຄຳ​ຜີວ ....

ລິງໂດຍກົງ
ການແລ່ນຖົງ
ການແລ່ນຖົງ

ນອກຈາກ​ການ​ສະໜຸກ​ສະໜາ​ນ​ໃນ​ວັນ​ງານ​ແລ້ວ. ​ໃນ​ຕອນ​ບ່າຍ​ວັນ​ອາທິດ ກໍ​ໄດ້​ມີ​ການ ກິນ​ເຂົ້າ​ສາມັກຄີ ສະບັບ​ແທ້​ຫຼວງ​ພະ​ບາງ. ກິດຈະກຳ​ທີ່​ໜ້າ​ຮັກ​ແລະ​ສະໜຸກ​ສະໜາ​ນອີກ​ອັນ​ນຶ່ງ​ແມ່ນການ​ລະ​ຫຼິ້ນ​ແບບ​ພື້ນ​ເມືອງ​ລາວ​ທີ່​ມີ​ທັງ ​ແກ້​ສ້າວ, ​ແລ່ນ​ຖົງ ຄາບໄຂ່ ​ເປັນ​ຕົ້ນ. ສະຫຼຸບ​ພາບ​ລວມ​ແລ້ວກໍ​ແມ່ນ​ວ່າ ງານ​ສັງ​ສັນ​ຄັ້ງ​ນີ້ ຖື​ວ່າ ດີ​ເລີດ ປະ​ເສີດ​ສີ ຈຶ່ງພາ​ໃຫ້​ມີ​ການ​ຮຽກຮ້ອງ​ໃຫ້​ຈັດ​ຂຶ້ນ​ອີກ​ຕື່ມ ແຕ່​ຄົງ​ຈະ​ບໍ່​ເຖິງ ອີກ 5 ປີ ​ເພາະ​ຫຼາຍໆ​ທ່ານ​ວ່າ ອາດຈະ​ບໍ່​ມີ​ອາຍຸ​ຍືນ​ຮອດ 5 ປີ.

ວັນນະສອນຂໍຕາງໜ້າຊາວຫຼວງພະບາງແລະແຂກທີ່ມາຮ່ວມໃນງານ ​ຂໍ​ຂອບ​ໃຈ​ມາ​ຍັງ​ຄະນະ​ກຳ​ມະ​ການ​ທຸກ​ຝ່າຍທີ່​ເຮັ​ດ​ໃຫ້​ງາ​ນນີ້​ຈົບ​ລົງ​ດ້ວຍ​ດີ ​ທຸກ​ປະການ​ແລະ​ຫວັງ​ວ່າ​ໂອກາດ​ໜ້າ ​ວັນນະ​ສອນ​ຄົງ​ໄດ້​ມີ​ໂອກາດ​ເຂົ້າ​ຮວ່ມ ​ແລະ​ນຳ​ສະ​ເໜີ​ເລື້ອງລາວ​ຊາວ​ຫຼວງພະ​ບາງ ມາສະ​ເໜີ​ທ່ານ​ຜູ້​ຟັງ​ອີກ ພ້ອມນີ້ ວັນນະສອນຂໍຝາກບົດກອນນີ້ ໄວ້ແກ່
ຊາວລາວ ຊາວຫຼວງພະບາງທຸກໆທ່ານ ໃຫ້ຮັກຫໍ່ໂຮມກັນ ດັ່ງເນື້ອໃນຂອງບົດກອນນີ້ ທີ່ປະພັນໂດຍ ທ່ານ ບຸນຜົງ ແກ້ວດາຣາ ພົມທະວົງ.

XS
SM
MD
LG