ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບເຮືອ ສຫລ ​​ເລີ້ມຄຸ້ມກັນ ເຮືອ​ພານິດ ໃນຊ່ອງແຄບ Hormuz


Iran US Ships
please wait
Embed

No media source currently available

0:00 0:00:23 0:00

ເບິ່ງວີດີໂອ ລາຍງານນີ້

ກອງທັບເຮືອສະຫະລັດ ​ໄດ້​ເລີ້ມແລ່ນ​ຕິດ​ຕາມໄປນຳ​ພວກເຮືອ​
ພານິດ​ ທີ່ຕິດ​ທຸງ​ຊາດ​ອາ​ເມຣິກາ ຜ່ານຊ່ອງ​ແຄບ​ທະ​ເລ Hormuz
ຈົນຮອດ ປາກອ່າວ​ເປີ​ເຊຍ ​ເພື່ອ​ຮັບປະກັນ​ວ່າ ພວກ​ເຂົາ​ເຈົ້າ
ຈະ​ບໍ່​ປະສົບ​ກັບ​ການ​ຂັດຂວາງ​ຈາກ​ອີຣ່ານ.

ບັນດາ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ນະ​ໂຍບາຍ
​ນີ້ ໄດ້​ຖືກ​ຮັບຮອງ​ເອົາ​ ເພື່ອເປັນ​ການ​ຮັບ​ມື​ກັບ​ອັນ​ທີ່​ວໍ​ຊິງ​ຕັນມອງ​ເຫັນ​ວ່າ ​ເປັນພຶດຕິ​ກຳ
​ການ​ເກາະ​ຜິດ ຂອງ​ອີຣ່ານ. ​ເມື່ອ​ຕົ້ນອາທິດ​ນີ້​ມີ​ລາຍງານ ວ່າ ​ເຮືອ​ລົບຫຼາຍລຳ​ ຂອງ​ໜ່ວຍ
ພິທັກປະຕິວັດຂອງ​ອີຣ່ານ ​ໄດ້​ຍິງປືນ​ເຕືອນຫຼາຍລູກ ຢູ່​ໃກ້ໆເຮືອບັນທຸກສິນຄ້າ ທີ່​ຕິດ​ທຸງ
ຊາດ​ຂອງ​ໝູ່​ເກາະ Marshall ​ແລ້ວ​ໄດ້​ກັກ​ເອົາ​ເຮືອ ​ແລະ ພວກລູກ​ເຮືອໄວ້.

ອີຣ່ານ ກ່າວ​ວ່າ ຕົນ​ໄດ້​ເຂົ້າ​ແຊກ​ແຊງ​ ​ເຮືອ​ສິນຄ້າ Maersk Tigris ຍ້ອນ​ວ່າ ​ເຮືອ​ຂົນ​ສົ່ງ
ດັ່ງກ່າວ ຕິດໜີ້​ເງິນ​ຕົນ ທີ່​ສານ​ໄດ້ຕັດສິນ​ໃຫ້​ ໃນ​ຄະດີ​ຟ້ອງຮ້ອງນັ້ນ.

​ໃນ​ຂະນະທີ່ກອງທັບ​ເຮືອສະຫະລັດຍັງສືບຕໍ່ຮັກສາການມີໜ້າຂອງເຮືອ​ລົບ ຢູ່​ໃນ​ອ່າວ​
ເປີ​ເຊຍ ​ແລະ ທະ​ເລ​ອາຣາ​ເບຍ​ເໜືອ ຕາມ​ປົກກະຕິ​ຢູ່​ແລ້ວນັ້ນ ​ແຕ່​ຄວາມ​ພະຍາຍາມ​ອັນ
​ໃໝ່ນີ້ ແມ່ນ​ເຈາະ​ຈົງ​ວ່າ​ ຈະຕ້ອງ​ມີ​ເຮືອ​ລົບ​ຕິດ​ອາ​ວຸດ ຢູ່​ໃນ​ຊ່ອງແຄບ ລະຫວ່າງ ອີຣ່ານ
​ແລະ ປະເທດ​ໂອ​ມານ ​ໃນ​ເວລາພວກ​ເຮືອພານິດ ​ແລ່ນ​ຜ່ານບໍລິ​ເວນ​ດັ່ງກ່າວ​.

​ເຮືອລົບຂອງສະຫະລັດ ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງແລ່ນ​ ຕິດຕາມ​ເຮືອ​ພານິດ​ໄປ ​ແຕ່ຈະ​ຕ້ອງ​ໃຫ້
ມີ​ການ​ຕິດ​ຕໍ່​ທາງ​ວິທະຍຸ​ຕະຫລອດ​ເວລາ ກັບ​ພວກ​ເຮືອ​ພານິດ​ເຫຼົ່ານັ້ນ ​ແລະ ອາດ​ເປັນ​ໄປ
​ໄດ້​ວ່າ ຈະ​ຕ້ອງ​ຕິດຕາມໃນໄລ ຍະໃກ້ຊິດ​ ທີ່​ສາມາດແນມ​ເຫັນ​ເຮືອພາ​ນິດ​ເຫຼົ່ານັ້ນ​ໄດ້ ​ໃນ​
ລະຫວ່າງ ພວກ​ເຂົາ​ເຈົ້າ​ແລ່ນ​ຜ່ານ​ຊ່ອງ​ແຄບ.

ພາຍ​ໃຕ້ສົນທິສັນຍາທີ່ໄດ້ຮັບຮູ້ໂດຍ​ນາໆຊາດ ​ເຮືອ​ຕ່າງໆ ​ແມ່ນໄດ້ຮັບ​ອະນຸຍາດ​ໃຫ້​ແລ່ນ
ຜ່ານຊ່ອງ​ແຄບ​ດັ່ງກ່າວ ໂດຍປາດ​ສະ​ຈາກ​ການ​ ແຊກແຊງ ຕາບ​ໃດ ທີ່​ພວກ​ເຂົາ​ເຈົ້າບໍ່​ໄດ້​
ລະ​ເມີດ​ກົດ​ລະບຽບຕ່າງໆ ​ເຊັ່ນ​ວ່າ ລຳລຽງ​ອາວຸດ​ ຫຼື ​ເກັບ​ກຳ​ຂໍ້​ມູນ​ລັບ.

The U.S. Navy has begun accompanying American-flagged commercial ships through the Strait ofHormuz at the mouth of the Persian Gulf, to ensure that they encounter no interference from Iran.

U.S. defense officials say the policy was adopted in response to what Washington views as provocative Iranian behavior. Earlier this week, Iran Revolutionary Guard Corps naval vessels were reported to have fired warning shots near a Marshall Islands-flagged cargo ship, detaining it and its crew.

Iran says it intervened with the Maersk Tigris because the Maersk shipping line owes it money awarded in a lawsuit.

While the U.S. Navy maintains a routine ship presence in the Persian Gulf and the North Arabian Sea, this new effort specifically requires an armed warship to be in the narrow channel between Iran and Oman when a U.S. commercial vessel passes through.

The Navy ships will not necessarily trail the commercial vessels, but instead will be in continuous radio contact with the commercial ships and possibly will stay in visual contact during their transit of the Strait.

XS
SM
MD
LG