ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເນໂຕ້ ຢາກເສີມຂະຫຍາຍ ການຮັກສາ ຄວາມປອດໄພ ຕາມຊາຍແດນ ຂອງເທີກີ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງຂວາ, ໄປເຖິງກອງປະຊຸມໂຕະມົນ ກ່ຽວກັບ ການສະໜັບສະໜູນທີ່ເດັດຂາດ ຢູ່ທີ່ສຳນັກງານໃຫຍ່ ຂອງອົງການ NATO ໃນນະຄອນຫຼວງ Brussels, ວັນທີ 1 ທັນວາ 2015.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງຂວາ, ໄປເຖິງກອງປະຊຸມໂຕະມົນ ກ່ຽວກັບ ການສະໜັບສະໜູນທີ່ເດັດຂາດ ຢູ່ທີ່ສຳນັກງານໃຫຍ່ ຂອງອົງການ NATO ໃນນະຄອນຫຼວງ Brussels, ວັນທີ 1 ທັນວາ 2015.

ບັນດາລັດຖະມົນຕີການຕ່າງປະເທດ ຂອງອົງການ NATO
ກຳລັງຫາຊ່ອງທາງ ເພື່ອເສີມຂະຫຍາຍ ການຮັກສາຄວາມ
ປອດໄພຕາມຊາຍແດນ ຂອງເທີກີ ນຶ່ງ​ອາທິດຫຼັງຈາກ Ankara
ໄດ້ຍິງເຮືອບິນລົບອາຍພົ່ນ ຂອງຣັດເຊຍຕົກ ຢູ່​ໃນ​ບໍລິ​ເວນ​
ຊາຍແດນຕິດ​ກັບຊີເຣຍ.

ບັນດາເຈົ້າໜ້າທີ່ ຢູ່ທີ່ກອງປະຊຸມບັນດາລັດຖະມົນຕີການຕ່າງ
ປະເທດ ຢູ່ໃນນະຄອນຫຼວງ Brussels ກ່າວໃນວັນອັງຄານ
ວານນີ້ວ່າ ມາຕະ ການເພີ້ມເຕີມນັ້ນ ອາດຈະລວມທັງ ການ​ສົ່ງ
ເຮືອຫຼາຍລຳ​ໄປ​ຍັງທະເລ Mediterranean ສົ່ງເຮືອບິນ ຂອງ
ກຸ່ມພັນທະມິດ ​ໄປ​ປະຈຳ​ຢູ່ຖານທັບອາກາດ Incirlik ໃນເທີກີ
ແລະ ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ລະບົບລູກສອນ​ໄຟປ້ອງກັນ.

ບັນດາລັດຖະມົນຕີ ໄດ້ອະທິບາຍວ່າ ສະຖານະການຢູ່ຕາມຊາຍແດນຂອງເທີກີ ທີ່ຕິດກັບ
ຊີເຣຍ ແລະ ອີຣັກ ເປັນບ່ອນທີ່ “ບໍ່ທຸ່ນທ່ຽງສູງ” ແລະ ກ່າວວ່າ ພວກເພິ່ນ “ຍັງຄົງມຸ້ງໝັ້ນ
ຈະສືບຕໍ່ເສີມສ້າງມາດຕະການ ເພື່ອຮັບປະກັນວ່າ ອົງການ NATO ແລະ ບັນດາພັນ
ທະມິດ ແມ່ນທຳງານກະກຽມການປະກອບສ່ວນອື່ນໆ ທີ່ອາດເປັນໄປໄດ້ ເພີ້ມຕື່ມອີກ.”

ເລຂາທິການໃຫຍ່ ອົງການ NATO ທ່ານ Jens Stoltenberg ໄດ້ກ່າວວ່າ ບັນດາສະມາ
ຊິກ ຄວນຕັດສິນໃຈໃນ​ໄລຍະ ສອງ​ສາມສັບປະດາຂ້າງໜ້ານີ້ ກ່ຽວກັບລາຍລະອຽດ ຂອງ
ມາດຕະການຕ່າງໆ ທີ່ຕົນຈະເອົາ ສຳລັບເທີກີ.

ລັດຖະມົນຕີການຕ່າງປະເທດ Lithuania ທ່ານ Linas Linkevicius ໄດ້ກ່າວວ່າ “ອັນໃດ
ກໍຕາມ ທີ່ຂໍຮ້ອງໃຫ້ເຮັດ ໂດຍເທີກີ ຄວນຈະໄດ້ຮັບການພິຈາລະນາ.”

ທ່ານ​ກ່າວ​ວ່າ ມັນ​ເປັນ​ພັນທະ​ຂອງ​ພວກ​ເຮົາ ບໍ່​ວ່າການ​ຂົ່ມຂູ່​ມາ​ຈາກ​ທິດທາງ​ໃດ​ກໍ​ຕາມ
ພວກ​ເຮົາ​ຄວນຮັບ​ເອົາ​ການ​ຂົ່ມຂູ່​ນັ້ນຮ່ວມ​ກັນ ​ແລະ​ດ້ວຍ​ຄວາມ​ເປັນ​ເອກ​ກະພາບ.

ພັນທະ​ມິດ​ຂອງ​ອົງການ​ເນ​ໂຕ້​ຢ້ານ​ວ່າ ຈະ​ເກີດ​ການ​ປະ​ເຊີນ​ໜ້າ​ ໃນ​ຮູບ​ໃດ​ຮູບນຶ່ງ​ກັບ
ຣັດ​ເຊຍ ນັບ​ຕັ້ງ​ແຕ່ຣັດ​ເຊຍ​ໄດ້​ເລີ້ມທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເປົ້າໝາຍ​ຂອງ​ກຸ່ມ​ຫົວ
​ຮຸນ​ແຮງ​ໃນ​ຊີ​ເຣຍ ​ເມື່ອ​ເດືອນ​ກັນຍາ ຜ່ານ​ມາ.

Turkey NATO
please wait
Embed

No media source currently available

0:00 0:01:37 0:00

XS
SM
MD
LG