ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫົວໜ້າກຸ່ມເນໂຕ້ ເຕືອນ ຣັດເຊຍ ບໍ່ໃຫ້ເຂົ້າແຊກແຊງ ຕື່ມອີກ ໃນຢູເຄຣນ (ວີດີໂອ)


Fears Growing of Russian Invasion of Ukraine
please wait

No media source currently available

0:00 0:02:31 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ທ່ານ Anders Fogh Rasmussen ​ເລຂາທິການ​ໃຫຍ່​ກຸ່ມ
​ເນ​ໂຕ້ ຮຽກຮ້ອງ​ໃຫ້ຣັດ​ເຊຍ “ຖອຍຫ່າງ​ອອກຈາກ​ສະຖາ
ນະ​ການ​ທີ່​ໃກ້​ຈະ​ເປັນ​ສົງຄາມ”
​ໃນ​ຢູ​ເຄຣນ ​ໂດຍ​ໃຫ້​ຖອນ​
ທະຫານ​ຫຼາຍ​ພັນ​ຄົນ​ທີ່​ໄດ້​ລະດົມ​ໄວ້ ໃນ​ເຂດ​ຊາຍ​ແດນ​ຂອງ
​ຕົນ​ນັ້ນ​ຄືນ.

ທ່ານ Ramussen ກ່າວ​ເຊັ່ນນັ້ນໃນ​ວັນ​ພະຫັດ​ວານ​ນີ້ ທີ່​ນະ
ຄອນຫຼວງ​ຂອງ​ຢູ​ເຄຣນ ​ໃນ​ການສະ​ແດງການ​ສະໜັບສະໜຸນ
​ແກ່​ລັດຖະບານ Kyiv ​ໃນ​ຂະນະ​ທີ່​ທະຫານ​ຂອງ​ຝ່າຍ​ລັດຖະ
ບານ​ສູ້​ລົບ​ກັນ​ກັບ​ພວກ​ກະບົດ​ນິຍົມຣັດ​ເຊຍ ຢູ່​ໃກ້ໆ​ກັບ​ຊາຍ​
ແດນຣັດ​ເຊຍ​ນັ້ນ. ​ເຈົ້າ​ໜ້າ​ທີ່​ເນ​ໂຕ້ ຄົນ​ອື່ນໆ ​ກໍໄດ້​ເຕືອນ​ວ່າ
ກຳລັງ​ຂອງຣັດ​ເຊຍ ​ຢູ່​ເລາະ​ຕາມ​ຊາຍ​ແດນ ສາມາດ​ຮຸກ​ຮານເຂົ້າ​ໄປ​ໃນ​ຢູ​ເຄຣນ​ໄດ້ ພາຍ
ໃຕ້ຂໍ້​ອ້າງ​ຂອງ​ການ​ເປັນໜ່ວຍຮັກສາ​ສັນຕິພາບ​.

ປະທານາທິບໍດີ Petro Poroshenko (ຊ້າຍ) ສົນທະນາກັບ ເລຂາທິການໃຫຍ່ເນໂຕ້ ທ່ານ Ramussen ໃນການພົບປະກັນ ທີ່ນະຄອນຫລວງ Kyiv.
ປະທານາທິບໍດີ Petro Poroshenko (ຊ້າຍ) ສົນທະນາກັບ ເລຂາທິການໃຫຍ່ເນໂຕ້ ທ່ານ Ramussen ໃນການພົບປະກັນ ທີ່ນະຄອນຫລວງ Kyiv.

ທ່ານ Ramussen ຍັງ​ໄດ້​ກ່າວ​ຫາ​ມົສກູ​ເຊັ່ນ​ກັນ​ວ່າ ​ເພີ້​ມການ
ສະໜັບສະ​ໜຸນແກ່​ການ​ກໍ່​ການ​ກະບົດ “​ທັງໃນ​ລະດັບຂອບ​
ເຂດ​ແລະອາວຸດ​ທີ່​ທັນ​ສະ​ໄໝ”
​ແລະ​ທ່ານໃຫ້​ຄຳໝັ້ນສັນຍາ​
ທີ່​ຈະໃຫ້ການ​ສະໜັບສະໜຸນທາງ​ດ້ານ​ຄຳ​ແນະນຳ​ແກ່​ຢູ​ເຄຣນ
ຕໍ່​ໜ້າ​ອັນທີ່​ທ່ານ​ເອີ້ນ​ວ່າ “ການ​ຮຸກ​ຮານ” ຂອງ ຣັດ​ເຊຍ​ນັ້ນ.

ບັນດາ​ນັກວິ​ເຄາະຝ່າຍ​ຕາ​ເວັນ​ຕົກ ກ່າວ​ວ່າ ທະຫານຣັດ​ເຊຍ ປະມານ 20 ພັນ​ຄົນ ​ໄດ້​ຖືກ
ສົ່ງ​ກັບ​ຄືນ​ໄປ​ປະຈຳ ຢູ່​ໃກ້ໆ​ກັບຊາຍ​ແດນ​ໃນ​ຫວ່າງ​ ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ພ້ອມ​ທັງ​ລົດ​ຫຸ້ມ
ເກາະ ທະຫານ​ລາບ ກຳລັງ​ພິເສດ ແລະ​ເຮືອບິນ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ຕ້ອງ​ຕິການ​ວິ​ເຄາະ​ຂອງ​ຝ່າຍຕາ​ເວັນ​ຕົກ​ໃນ​ວັນ​ພຸດ​ມື້
ກ່ອນ​ນີ້ ​ໂດຍ​ເອີ້ນ​ການ​ກ່າວ​ຫາ​ ກ່ຽວ​ກັບ​ການ​ສົ່ງ​ທະຫານ​ໄປ​ຊາຍ​ແດນ​ນັ້ນ​ວ່າ “ ບໍ່​ມີ​ມູນ​
ຄວາມ​ຈິງ.”

ukraine8august14
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG