ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລມ​ຕ ກຸ່ມເນ​ໂຕ້​ ​ຫາລືກັນ ກ່ຽວ​ກັບ ການ​ຕອບ​ໂຕ້ ຕໍ່​ການ​ທີ່ຣັດເຊຍ ​ຢຶດ​ເອົາ ເຂດໄຄຣເມຍ (ວີດີໂອ/ສະໄລດ໌)


UKRAINE CNPK
please wait
Embed

No media source currently available

0:00 0:02:56 0:00
ບັນດາ​ລັດຖະມົນຕີ​ການຕ່າງປະເທດ ຂອງອົງການເນ​ໂຕ້
ພົບ​ປະກັນ​ ທີ່​ນະຄອນຫຼວງ Brussels ​ໃນ​ວັນ​ອັງຄານ​ມື້​ນີ້
​ເພື່ອ​ປຶກສາ​ຫາລືກ່ຽວ​ກັບການ​ຕອບ​ໂຕ້ທີ່ແຮງຂຶ້ນຕໍ່​ການ​
ທີ່ຣັດ​ເຊຍ ເຂົ້າຍຶດເອົາ​ເຂດໄຄຣ​ເມຍຂອງຢູເຄຣນ.

ນີ້​ແມ່ນ​ການພົບປະເທື່ອ​ທຳ​ອິດ ​ຂອງ​ພວກເຈົ້າໜ້າທີ່
ອະ​ວຸ​ໂສ​ຈາກ​ອົງການ​ເນ​ໂຕ້ ນັບ​ຕັ້ງ​ແຕ່​ວິກິດການ​ໃນ
​ຢູ​ເຄຣນ​ໄດ້​ເລີ່​ມຂຶ້ນ​ ​ໃນ​ເດືອນ​ແລ້ວນີ້.

ຈົນ​ເທົ່າ​ເຖິງປະຈຸ​ບັນ​ນີ້ ​ອົງການ​ເນ​ໂຕ້ ​ໄດ້​ເພີ່ມ​ການ​ລາດ
ຕະ​ເວນ​ທາງ​ອາກາດ ​ເທິງ​ນ່ານ ຟ້າທະເລ Baltics ​
ແລະ​ສະຫະລັດ​ ກຳລັງວາງແຜນທີ່ຈະເພີ່ມ​ການຊ້ອມລົບທາງ​ທະຫານ​ໃນຂອບເຂດ
ທີ່ກວ້າງຂວາງຕື່ມຂຶ້ນກັບໂປ​ແລນ.

ພວກເຈົ້າ​ໜ້າ​ທີ່​ການ​ທູດ​ກ່າວ​ວ່າ ບັນດາ​ລັດຖະມົນຕີທັງຫຼາຍ ອາດຈະຕັດສິນໃຈ
ເພື່ອເພີ່ມ ການຊ້ອມລົບທາງທະຫານຂອງ​ອົງການ​ເນ​ໂຕ້ ຫຼື​ບໍ່ກໍສ້າງຕັ້ງ​ຄ້າຍ
ທະຫານຢ່າງເປັນການ ຖາວອນໃນ​ຢູ​ໂຣບຕາ​ເວັນ​ອອກ ທີ່​ໃກ້ໆ​ກັບ​ຊາຍ​ແດນ
ຣັ​ດ​ເຊຍ​ນັ້ນ.

ຣັດ​ເຊຍ ​ໄດ້​ຖອນ​ກອງ​ກຳລັງ​ຂອງ​ຕົນ​ຫຼາຍ​ຮ້າຍ​ຄົນ ອອກ​ຈາກເຂດ​ຊາຍ​ແດນທີ່​ຕິດ
​ກັບ​ຢູ​ເຄຣນ ​ໃນ​ວັນ​ຈັນ​ວານ​ນີ້ ​ແຕ່​ວ່າ​ຍັງ​ມີທະຫານຫຼາຍພັນ​ຄົນ ຍັງປະຈຳການ​ຢູ່​ທີ່​ນັ້ນ.

ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ບອກ​ກັບ ລັດຖະ
ມົນຕີການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ວ່າ ກອງ​ກຳລັງ​ຂອງຣັດ​ເຊຍ
ພວມ​ສ້າງ​ ບັນຍາ​ກາດ​ແຫ່ງຄວາມຫວາດ​ກົວ ​ຂຶ້ນໃນ​ຢູ​ເຄຣນ.

​ໃນ​ຂະນະ​ດຽວ​ກັນ​ນີ້ ຢູ​ເຄຣນ​ໄດ້​ກ່າວປະນາມ​ ການ​ເດີນທາງໄປ​ຢ້ຽມຢາມເຂດໄຄຣ
ເມຍ ຂອງນາຍົກລັດຖະມົນຕີຣັ​ດ​ເຊ​ຍ ທ່ານ Dmitri Medvedev ​ແລະ​ເອີ້ນ​ວ່າ ​ເປັນ
ການລະ​ເມີດ​ຢ່າງເປີດແປນ ທາງດ້ານການທູດ.

ທ່ານ Medvedev ​ພວມນຳ​ພາ ຄະ​ນະລັດ​ຖະມົນຕີໄປຢ້ຽມຢາມ ​ເພື່ອຊອກຫາຊ່ອງ
ທາງ ທີ່​ຈະ​ຊຸກຍູ້​ເສດຖະກິດ​ ທີ່ປະສົບ​ກັບ​ບັນຫາ ​ຂອງເຂດໄຄຣເມຍ​. ທ່ານໄດ້ສະ​ເໜີ
​ຂຶ້ນ​ເງິນ​ເດືອນ ໃຫ້​ແກ່ພວກລັດຖະກອນ​ໃນ​ເຂດ​ໄຄຣ​ເມຍ​ ແລະ​ຈະ​ລົ​ງທຶນ​ທາງ​ດ້ານ​ໂຄງ​ລ່າງພື້ນ ຖານ ແລະ​ການ​ຂົນສົ່ງ.

ທ່ານ Medvedev ​ໄດ້ໄປ​ຢ້ຽມຢາມ​ໂຮງໝໍ​ແຫ່ງນຶ່ງໃນເມືອງ Simferopol ຊຶ່ງເປັນ
ເມືອງທີ່ໃຫຍ່ທີ່​ສຸດ ຂອງ​ເຂດ​ໄຄຣ​ເມຍ ​ໃນ​ວັນ​ຈັນ​ວານ​ນີ້. ພວກ​ນັກ​ຂ່າວ​ກ່າວ​ວ່າ ທ່ານ​ໄດ້ຮັບ​ການ​ຕ້ອນຮັບ​ດ້ວຍ​ການ​ໂຮ​ຮ້ອງ​ຈາກ​ພວກ​ທ່ານໝໍ​ແລະ​ພະຍາບານ. ທ່ານ​ຍັງ​ໄດ້​ລົງ​ນາມ​ໃນ​ສະມຸດ​ບັນທຶກ​ ຢູ່ທີ່ໂຮງຮຽນ​ນຳ.
XS
SM
MD
LG