ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກຸ່ມເນໂຕ້ ເປັນອັນດຽວກັນ ກ໋ຽວກັບແຜນຍຸດຕິສົງຄາມ ໃນອັຟການິສຖານ (ວີດີໂອ)


ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ກ່າວ​ວ່າ ບັນດາ​ສະມາຊິກ​ຂອງ​ກຸ່ມ​ເນ​ໂຕ້ ​
ແມ່ນ​ເປັນນໍ້າ​ນຶ່ງ​ໃຈ​ດຽວ​ກັນ​ຢູ່​ເບື້ອງ​ຫຼັງ​ແຜນການ​ທີ່​ຈະຍຸດຕິ​ສົງຄາມ​ໃນ​ອັຟກາ​ນິສຖານ
​ແລະ​ມອບ​ໃຫ້​ອັຟກາ​ນິສຖານ​ເປັນ​ຜູ້​ບັນຊາ ການ​ກໍາລັງ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຕົນ​ເອງ​
ພາຍ​ໃນ​ທ້າຍ​ປີ 2014 ນັ້ນ.

​ໃນ​ການ​ມ້ວນທ້າຍ​ກອງ​ປະ​ຊຸມ​ສຸດ​ຍອດເປັນ​ເວລາ​ສອງ​ມື້ ​ລົງໃນ​ວັນ​ຈັນ​ວານ​ນີ້ ​ທີ່​ນະຄອນ
Chicago ລັດອີ​ລລີ​ນອຍ ທ່ານ​ໂອ​ບາ​ມາ ກ່າວ​ວ່າ ກອງ​ປະຊຸມ​ໄດ້​ອັດ​ລົງດ້ວຍ​ການ​ຈັດວາງ​
ແຜນທີ່​ຫົນທາງອັນຈະ​ແຈ້ງ ສໍາລັບ​ບົດບາດ​ຂອງ​ກຸ່ມ​ພັນທະ​ມິດ​ໃນ​ອັຟກາ​ນິສຖານ​ນັ້ນ.

​ຢ່າງ​ໃດ​ກໍ​ຕາມ ປະທານາທິບໍດີ​ໂອ​ບາ​ມາກ່າວ​ວ່າ ຍັງ​ມີ​ວຽກ​ຂວາງ​ໜ້າ​ຢູ່ ທີ່ຮວມທັງ​ການ​ຊອກ​
ຫາ​ທາງ​ແກ້​ໄຂ​ຕໍ່​ບັນຫາ​ຕ່າງໆ​ກັບ​ປາ​ກິ​ສຖານປະ​ເທດ​ເພື່ອນ​ບ້ານ​ຂອງ​ອັຟກາ​ນິສຖານ​ນັ້ນ.
ທ່ານ​ໂອ​ບາ​ມາ ກ່າວວ່າ ປາ​ກິ​ສຖານ​ແລະ​ສະຫະລັດ​ກໍາ​ລັງ​ທໍາ​ຄວາມ​ຄືບ​ໜ້າຢ່າງ​ຂະຫຍັນຂັນ
ແຂງ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ ​ເລື້ອງ​ເປີດ​ຊາຍ​ແດນ​ຂອງ​ປາ​ກິ​ສຖານ​ຄືນ​ໃຫ້​ພວກ​ລົດ​ບັນ
ທຸກ​ເຄື່ອງ​ລໍາລຽງ​ຂອງ​ກຸ່ມ​ເນ​ໂຕ້​ໄດ້​ຜ່ານ​ເຂົ້າໄປ​ຍັງ​ອັຟກາ​ນິສຖານນັ້ນ. ທ່ານ​ໂອ​ບາ​ມາກ່າວ​ວ່າ

“ຂ້າພະ​ເຈົ້າ​ຄຶດ​ວ່າ ​ໃນທີ່​ສຸດ​ແລ້ວ ທຸກໆ​ຄົນ​ໃນ​ກຸ່ມ​ພັນທະ​ມິດ ກໍ​ຄື ພວກກໍາລັງ​ຊ່ອຍ
ຮັກສາ​ຄວາມ​ປອດ​ໄພ​ນາໆ​ຊາດ ຫຼື ISAF ທັງ​ໝົດ ແລະ​ສໍາຄັນ​ທີ່​ສຸດ ປະຊາຊົນ​ອັຟ
ກາ​ນິສຖານ​ແລະ​ປາ​ກິ​ສຖານນັ້ນ ກໍ​ຈະ​ເຂົ້າໃຈດີ​ວ່າ ບໍ່​ມີ​ປະ​ເທດ​ໃດ​ຈະ​ໄດ້​ຮັບ​ຄວາມ​
ໝັ້ນຄົງ ພ້ອມ​ທັງສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ທີ່​ຕົນ​ຕ້ອງການນັ້ນ
ນອກຈາກ​ວ່າ ​ພວກເຂົາ​ເຈົ້າ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ບາງ​ຢ່າງ ​ໃນ​ບັນຫາ​ຕ່າງໆ​ທີ່
​ຍັງ​ຄ້າງຄາ​ກັນ​ຢູ່​ນີ້ ​ແລະ​ເຂົ້າ​ຮ່ວມໃນ​ເປົ້າ​ໝາຍທີ່​ມີ​ຮ່ວມ​ກັນ​ກັບ​ປະຊາ​ຄົມນາໆ​ຊາດ
ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ ພວກຂົງ​ເຂດ​ເຫຼົ່າ​ນີ້ ​ບໍ່ຖືກ​ໃຊ້​ເປັນ​ບ່ອນ​ລີ້​ຊ່ອນ​ຂອງ​ພວກຫົວ
​ຮຸນ​ແຮງ​ຈັດ​ນັ້ນ.”

ທ່ານ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ສົນທະນາ​ກັບ​ປະທານາທິບໍດີ Asif Ali Zardari ​ແຫ່ງ​ປາ​ກິ​ສຖານ
​ເປັນ​ເວລາ​ສັ້ນໆ ​ຢູ່​ນອກ​ກອງ​ປະຊຸມ​ໃນວັນ​ຈັນ​ວານ​ນີ້.

ເບິ່ງວີດີໂອທີ່ກ່ຽວຂ້ອງກັນ ເລື້ອງສະຫະລັດກັບປາກິສຖານຍັງແກ້ໄຂບັນຫາກັນ
ບໍ່ໄດ້ ເຖິງແມ່ນປະທານາທິບໍດີປາກິສຖານ ໄດ້ໄປຮ່ວມກອງປະຊຸມເນໂຕ້ນໍາກໍຕາມ:

XS
SM
MD
LG