ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູໂຣບ ຣັດເຊຍ ຮຽກຮ້ອງສະຫະລັດ ໃຫ້ຮັບຜ່ານສົນທິສັນຍານີວເຄລຍ


Muslimanka sa detetom u Nju Delhiju.
Muslimanka sa detetom u Nju Delhiju.

ສະຫະພາບ​ຢູ​ໂຣບ​ແລະຣັດ​ເຊຍ​ຮຽກຮ້ອງ​ສະຫະລັດ ​ໃຫ້​ສັດ
ຕະຍາບັນແກ່ສົທິສັນລົດ​ຜ່ອນ​ກໍາລັງ​ອາວຸດ​ນີວ​ເຄລຍສະບັບ
ໃໝ່ ​ລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ແລະກຸງ​ມົສກູ.

ຄໍາ​ຮຽກຮ້ອງ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້​ໃນ​ລະຫວ່າງ​
ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ເນ​ໂຕ​ທີ່​ນະຄອນຫລວງ Lis-
bon ຂອງ Portugal ຫລັງຈາກ​ສົນທິສັນຍາ START ​
ໄດ້​ຮັບ​ການສະໜັບສະໜຸນ​ຢ່າງ​ແຂງ​ແຮງຈາກ​ປະ​ເທດ​ພາຄີ​
ກຸ່ມ​ເນ​ໂຕ ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ກອງທັບ​ ແລະ​ພວກ​ອະ
ດີດ​ເຈົ້າ​ໜ້າ​ທີ່​ໃນ​ວົງ​ການ​ລັດຖະບານ​ຊຸດ​ກ່ອນ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ທີ່ໄດ້ກ່າວ
ມາ​ກ່ອນ​ໜ້ານີ້​ວ່າ ການ​ໃຫ້​ສັດຕະຍາບັນແກ່ສົນ​ທະ​ສັນຍາ​
ສະບັບນີ້​ເປັນ​ຄວາມຈໍາ​ເປັນອັນຮີບ​ດ່ວນ​ໃນ​ດ້ານ​ຄວາມ​ປອດ
ໄພ​ແຫ່ງຊາດ ທີ່ບໍ່​ສາມາດ​ປ່ອຍໃຫ້ຊັກ​ຊ້າໄ​ປ​ໄດ້​ນັ້ນ ​ກໍ​ໄດ້
ຮຽກຮ້ອງ​ໃຫ້ສະພາ​ສູງ​ສະຫະລັດ​ ຮັບ​ຜ່ານ​ສົນທິສັນ​ຍາ​ ສະບັບ​ນີ້​ຢ່າງ​ໄວ.

ໃນ​ຂະນະ​ທີ່​ພວກ​ສະມາຊິກ​ສະພາ​ສູງ​ສັງກັດ​ພັກ Republicanຍັງ​ລັງ​ເລ​ໃຈ​ ທີ່​ຈະ​ໃຫ້ການ
ສະໜັບສະ​ໜຸນແກ່ສົນທິສັນຍາ​ສະ​ບັບນີ້ ພວກ​ປະ​ເທດໃນ​ຢູ​ໂຣບຈໍານວນ​ນຶ່ງ ຮວມທັງຣັດ
ເຊຍ ກ່າວ​ວ່າມັນ​ເປັນ​ເລື້ອງ​ສໍາຄັນທີ່​ສຸດ ​ທີ່​ສົນທິສັນຍາ​ສະບັບ​ນີ້​ຕ້ອງໄດ້​ຮັບສັດຕະຍາບັນ
ໃນ​ເວລາ​ອັນ​ເໝາະ​ສົມ.

ທ່ານ Anders Fogh Rasmussen ຫົວໜ້າ​ກຸ່ມ​ເນ​ໂຕ​ເຕືອນ​ວ່າ ຄວາມ​ປອດ​ໄພ​ຂອງ​ຢູ​
ໂຣບຕົກຢູ່​ໃນຄວາມ​ສ່ຽງ​ ຊຶ່ງ​ທ່ານ​ກ່າວ​ຖ້ອຍ​ຖະແຫລ​ງ​ເຊ່ນ​ນີ້ ຫລັງ​ຈາກ​ປະກາດ​ວ່າ ຣັດ​ເຊຍ
ໄດ້​ເອົາ​ບາດກ້າວ​ຄັ້ງປະ ວັດ​ສາດ​ເພື່ອ​ດໍາ​ເນີນ​ງານ​ຮ່ວມ​ກັນ​ກັບ​ກຸ່ມ​ເນ​ໂຕ​ໃນ​ເລື້ອງການ​ປ້ອງ​
ກັນລູກ​ສອນ​ໄຟ​ນັ້ນ.

XS
SM
MD
LG