ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເນໂຕ້ ຈະສືບສວນ ການໂຈມຕີ ທາງອາກາດ ຢູ່ພາກໃຕ້ ອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ອົງການ NATO ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ ທີ່ຈະ​ສືບ​ສວນ​ການ​ໂຈມ
​ຕີ​ທາງ​ອາກາດ ຢູ່​ພາກ​ໃຕ້​ຂອງອັຟກາ​ນິສຖານ ຊຶ່ງບັນດາ​ເຈົ້າ
​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ​ເຮັດໃຫ້​ເດັກນ້ອນນຶ່ງ​ຄົນ​ເສຍ​ຊີວິດ.

ກໍາລັງ​ປະສົມຂອງ​ນາໆ​ຊາດ​ກ່າວໃນ​ວັນ​ສຸກ​ມື້​ນີ້ວ່າ ຕົນ​ຈະ​ສືບ​
ສວນເບິ່ງການ​ເສຍ​ຊີວິດ​ຂອງ​ເດັກນ້ອຍຄົນ​ດັ່ງກ່າວ.

ປະທານາທິບໍດີ ອັ​ຟກາ​ນິສຖານ ທ່ານ Hamid Karzai ກ່າວ
​ວ່າ ການ​ໂຈມ​ຕີ​ໃນ​ວັນ​ພະຫັດວານ​ນີ້​ ທີ່​ເມືອງ Helmand ​ໄດ້​
ສະແດງ​ໃຫ້​ເຫັນ​ວ່າ ສະຫະລັດບໍ່​ໃຫ້​ການ​ເຄົາ​ລົບ​ນັບຖືຕໍ່​ຊີວິດ​
ພົນລະ​ເຮືອນ​ຂອງຊາວ​ອັຟກາ​ນິສຖານ.

ການ​ເສຍ​ຊີວິດຂອງ​ພົນລະ​ເຮືອນ ​ໄດ້​ເປັນ​ບັນຫາ​ນຶ່ງ​ທີ່​ມີ​ຄວາມ
​ຫຼໍ່​ແຫຼມສໍາຄັນ​ທີ່​ສຸດ​ ໃນ​ໄລຍະ 12 ປີ ຂອງການ​ປະຕິບັດ​ງານ
​ທາງທະ​ຫານໃນອັ​ຟກາ​ນິສຖານ.

ທ່ານ Karzai ​ໄດ້​ເຕືອນ​ວ່າ ​ເຫດຮ້າຍຄັ້ງຫລ້າ​ສຸດນີ້ ​ເປັນ​ໄພ​
ຂົ່ມ​ຂູ່ຕໍ່​ຂໍ້ສະ​ເໜີດ້ານຄວາມ​ປອດ​ໄພສອງ​ຝ່າຍ ກັບກຸງ​ວໍ​ຊິງ​ຕັນ. ຂໍ້​ຕົກລົງສະບັບ​ນີ້ແມ່ນ​ແນໃສ່ ​ເພື່ອ​ວາງ​ໂຄງ​ຮ່າງ​ກ່ຽວ​ກັບ​ການມີໜ້າ​ທາງທະຫານ​ຂອງສະຫະລັດ ຢູ່​ໃນອັຟກາ​ນິສຖານ ຫລັງ​ຈາກ​ປີ 2014 ອັນ​ເປັນ​ເວລາທີ່ກໍາລັງ​ທະຫານ​ນາໆ​ຊາດທັງ​ໝົດ ມີ​ກໍາໜົດ​ຖອນ​ອອກ​ຈາກ​ປະ​ເທດດັ່ງກ່າວ.

ກຸງ​ວໍ​ຊິງ​ຕັນ ກໍາລັງກົດ​ດັນ​ໃຫ້ອັ​ຟກາ​ນິສຖານ ​ເຊັນຂໍ້​ຕົກລົງ​ວ່າດ້ວຍ​ຄວາມ​ປອດ​ໄພ​ສະບັບໃໝ່
ນີ້ ຫລື​ບໍ່​ກໍ​ຈະປະ​ເຊີນ​ໜ້າ​ກັບການ​ທີ່​ອາດຈະ​ບໍ່​ມີກໍາລັງ​ທະຫານສະ ຫະລັດ ​ເຫລືອຢູ່​ໃນ​ປະ​ເທດ
ດັ່ງກ່າວ​ເລີຍ ຫລັງ​ຈາກ​ປີ 2014 ​ແລ້ວ​.

ເບິ່ງວີດີໂອກ່ຽວຂ້ອງ:

Aghanistan
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG