ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

NATO ​​​ຕິດ​ຕັ້ງ​ ລະບົບຕໍ່ຕ້ານ ລູກ​ສອນ​ໄຟ Patriot ທີ່ເທີກີ ​​​


ລະບົບຕໍ່ຕ້ານລູກສອນໄຟ Patriot ທີ່ຄ້າຍ Fort Bliss ໃກ້ໆເມືອງ El Paso ໃນລັດເທັກຊັສ.
ລະບົບຕໍ່ຕ້ານລູກສອນໄຟ Patriot ທີ່ຄ້າຍ Fort Bliss ໃກ້ໆເມືອງ El Paso ໃນລັດເທັກຊັສ.
ບັນດາພະນັກງານ​ຂອງອົງການ NATO ​ເລີ້ມເດີນທາງ​ໄປເຖິງ
ຖານ ທັບ​ອາກາດ Incirlik ​ໃນ​ປະ​ເທດ​ເທີ​ກີ ​ເພື່ອຕິດ​ຕັ້ງ​ແລະ​
ຄວບ​ຄຸມ​ລະ ບົບຕໍ່ຕ້ານລູກ​ສອນ​ໄຟ Patriot ​ແນ​ໃສ່ຢັບຢັ້ງ
ການ​ໂຈມຕີ​ທາງ​ອາ​ກາດ ທີ່​ອາດ​ມີ​ຂຶ້ນ ທີ່​ພົວພັນ​ກັບສົງຄາມ
​ກາງ​ເມືອງ​ໃນຊີ​ເຣຍ ຊຶ່ງ​ດຳ​ເນີນ​ມາ​ເກືອ​ບສອງ​ປີ​ແລ້ວນັ້ນ.

ຖະ​ແຫລ​ງຈາກກອງ​ບັນຊາ​ການສະຫະລັດ​ ໃນ​ພາກພື້ນ​ຢູ​ໂຣບ ​
ໃນ​ວັນ​ສຸກວານ​ນີ້ກ່າວ​ວ່າ ກໍາລັງ​ທະຫານ ແລະ​ເຄື່ອງອຸປະກອນ ​
ໃນ​ຈຳນວນ​ເພີ້ມຂຶ້ນ ມີ​ກຳນົດ​ທີ່​ຈະ​ສົ່ງ​ໄປເຖິງ​ພາກໃຕ້​ຂອງ​ເທີ​ກີ
​ໃນ​ໄລຍະ​ສອງ​ສາມ​ມື້​ຂ້າງ​ໜ້າ​. ນີ້ແມ່ນ​ລູກ​ສອນ​ໄຟ​ Patriot ຊຸດ
ທໍາ​ອິດທີ່​ຖືກ​ສົ່ງ​ໄປປະຈຳ ການ ຊຶ່ງຈະ​ຕິດ​ຕາມ​ດ້ວຍລະບົບ​ຈາກ​
ເຢຍລະ​ມັນ​ແລະເນ​ເທີ​ແລນເພື່ອເປັນ​ການ​ສະໜອງ​ຕອບ ​ຄໍາ​
ຮ້ອງ​ຂໍ​ຂອງເທີ​ກີ.

ຜູ້​ຮອງບັນຊາການຂອງສະຫະລັດ ປະຈຳ​ເຂດ​ພາກພື້ນຢູ​ໂຣ ​ພົນ​ເຮືອ​ໂທ Charles Martoglio ກ່າວ​ວ່າ ລູກ​ສອນ​ໄຟ Patriot ຈະ​ຢູ່​ພາຍ​ໃຕ້​ບັນຊາ​ການຂອງອົງການ NATO ​ເວ​ລາ​ທີ່​ມີ​ການ​ຕິດ​ຕັ້ງ​ຢູ່​ຕາມຊາຍ​ແດນເທີ​ກີ ​ຕິດ​ກັບຊີ​ເຣຍ ​ແລະ​ລະບົບດັ່ງກ່າວ
ຈະ​ສາມາດປະຕິບັດ​ງານ​ໄດ້​ ພາຍ​ໃນທ້າຍ​ເດືອນ​ມັງ​ກອນນີ້.

ອົງການ​ NATO ​ໄດ້ໃຫ້ການ​ອະນຸມັດ​ຕໍ່​ການ​ສົ່ງ​ລະບົບ​ຕໍ່ຕ້ານ​ລູກ​ສອນ ​ໄຟທີ່​ຍິງ​ຈາກ​ພາກ
ພື້ນດິນ​ຂຶ້ນສູ່​ອາກາດ​ໄປ​ຍັງ​ເທີ​ກີ ໃນ​ຕົ້ນ​ເດືອນແລ້ວ​ນີ້ ຫລັງ​ຈາກ​ເທີ​ກີ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ຊີ​ເຣຍ ອາດ​ຈະໃຊ້ອາ ວຸດ​ເຄມີຕໍ່​ປະຊາຊົນ​ຂອງ​ຕົນ. ອົງການ NATO ​ໄດ້​ເນັ້ນ​ໜັກ​ວ່າ ການ​ສົ່ງ​ລະບົບ​ລູກ​ສອນ​ໄຟ ​ໄປ​ຍັງ​ເທີ​ກີ​ ແມ່ນ​ມີ​ຈຸດປະສົງ “​ເພື່ອ​ເປັນ​ການ ປ້ອງກັນ” ​ເທົ່າ​ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG