ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເນໂຕ ລໍຖ້າເບິ່ງ ສະຫະລັດ ຕັດສິນໃຈ ໃນການ ຖອນກອງກຳລັງ ຈາກອັຟກາ​ນິສຖານ


ຜູ້ບັງຄັບບັນຊາ ຂອງອົງການ NATO ກຳກັບເລື້ອງກອງກຳລັງ ແລະສະຫະລັດ ໃນອັຟການິສຖານ, ທ່ານ John Nicholson ນາຍພົບກອງທັບບົກສະຫະລັດ ໃນພິທີມອບປ່ຽນ ການບັງຄັບ
ບັນຊາ ໃນນະຄອນ Kabul, ອັຟການິສຖານ, 2 ມີນາ, 2016.
ຜູ້ບັງຄັບບັນຊາ ຂອງອົງການ NATO ກຳກັບເລື້ອງກອງກຳລັງ ແລະສະຫະລັດ ໃນອັຟການິສຖານ, ທ່ານ John Nicholson ນາຍພົບກອງທັບບົກສະຫະລັດ ໃນພິທີມອບປ່ຽນ ການບັງຄັບ ບັນຊາ ໃນນະຄອນ Kabul, ອັຟການິສຖານ, 2 ມີນາ, 2016.

ເຖິງ​ແມ່ນ​ວ່າ ຈະ​ບໍ່​ມີ​ຄວາມ​ແນ່ນອນ​ເທື່ອ​ກ່ຽວ​ກັບຈຳນວນ​ຂອງ​ກຳລັງ​ທະຫານ​ສະຫະລັດ​ໃນ ອັຟກາ​ນິສຖານ ​ໃນອະນາ​ຄົດກໍ​ຕາມ ​ແຕ່ຜູ້​ບັນຊາ​ການ​ທະຫານ​ສ່ວນ​ໃຫຍ່​ຂອງ​ອົງການ​ເນ​ໂຕ ກ່າວ​ວ່າ ພວກ​ເຂົາ​ເຈົ້າຍັງ​ບໍ່​ມີ​ແຜນການ ​ທີ່​ຈະ​ຖອນກຳລັງ​ຂອງ​ຕົນອອກ​ຈາກ​ປະ​ເທດ​ສົງຄາມ​ແຫ່ງ​ນີ້ ປະທານ​ຄະນະ​ກຳມະການທະຫານ​ຂອງອົງການ​ເນ​ໂຕ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານ Petr Pavel ​ໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວ ໃນ​ສຳນັກງານ​ໃຫຍ່ຂອງອົງການ​ເນ​ໂຕທີ່​ນະຄອນ Brussels ວ່າ “ມັນ​ເປັນ​ທີ່​ຮັບ​ຮູ້​ໂດຍ​ທົ່ວ​ໄປ​ແລ້ວ​ໂດ​ຍພັນທະ​ມິດ​ສ່ວນ​ໃຫຍ່ ຂອງ​ ອົງການເນ​ໂຕ” ທີ່​ວ່າ ພວກ​ເຂົາ​ເຈົ້າ “ຍັງຈະ​ຕ້ອງຮັກສາ​ກອງ​ກຳລັງ​ໃນ​ລະດັບເທົ່າ​ເດີມ​ຢູ່​ທີ່ອັຟກາ​ນິສຖານ” ທ່ານໄດ້​ກ່າວ​ວ່າ ການ​ຕັດສິນ​ໃຈ​ດັ່ງກ່າວແມ່ນ​ເປັນ​ຍ້ອນ​ມີ​ຄວາມ​ເຊື່ອ​ວ່າ “ສະຖານະ​ການ​ຢູ່​ທີ່​ນັ້ນ ​ແມ່ນ​ຍັງ​ບໍ່​ທັນ​ເໝາະ​ສົມ​ເທື່ອ” ສຳ​ຫຼັບ​ເນ​ໂຕ​ທີ່​ຈະ​ຖອນ​ກຳລັງ​ອອກໄປ.

ປະທານ​າທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ຫລຸດ​ກຳລັງ​ສະຫະລັດ​ໃນອັຟກາ​ນິສຖານ ​ລົງ​ຈາກ 9 ພັນ 800 ​ຄົນມາ​ເປັນປະມານ 5 ພັນ 500 ຄົນ ​ໃນ​ທ້າຍ ​ປີ​ນີ້. ​ຍ້ອນ​ການ​ມີໜ້າທີ່​ສຳຄັນ ຂອງ​ກຳລັງ​ທະຫານ​ສະຫະລັດໃນອັຟກາ​ນິສຖານ ​ແຜນການໃນ​ອະ ນາ​ຄົດ​ຂອງອົງການ​ເນ​ໂຕ ​ຢູ່ອັຟກາ​ນິສຖານ ຈຶ່ງ​ໄດ້​ຢຸດ​ຊະ​ງັກລົງ ​ໃນ​ຂະນະ​ທີ່​ລັດຖະບານ​ ຂອງ​ສະຫະລັດພະຍາຍາມ​ທີ່​ຈະ​ຕັດສິນ​ໃຈວ່າຈະ​ປະຕິບັດ​ຕາມ​ແຜນ​ການ​ຖອນ​ທະຫານ​ ຕາມ​ໝາຍ​ກຳໜົດ​ການຂອງ​ຕົນ​ຫຼື​ບໍ່?

ທະຫານອົງການ NATO ຍ່າງຢູ່ບ່ອນສະຖານທີ່ເກີດເຫດ ຂອງການໂຈມຕີລະເບີດສະລະຊີບ ໃນ ນະຄອນ Kabul, ອັຟການິສຖານ, 30 ມິຸຖນາ, 2015.
ທະຫານອົງການ NATO ຍ່າງຢູ່ບ່ອນສະຖານທີ່ເກີດເຫດ ຂອງການໂຈມຕີລະເບີດສະລະຊີບ ໃນ ນະຄອນ Kabul, ອັຟການິສຖານ, 30 ມິຸຖນາ, 2015.

​ເຈົ້າ​ໜ້າ​ທີ່​ຂອງ​ອົງການ​ເນ​ໂຕ ​ໄດ້​ກ່າວ​ໃນວັນ​ພຸດ​ວານ​ນີ້​ວ່າ “ພວກ​ເຮົາ​ແມ່ນ​ລໍຖ້າເບິ່ງ ​ການ​ຕັດສິນ​ໃຈ​ບັ້ນສຸດທ້າຍທີ່​ວ່າ ​ແມ່ນ​ຫຍັງ​ແທ້​ທີ່​ຈະ​ເກີດ​ຂຶ້ນ ​ເພື່ອ​ທີ່​ພວກ​ເຮົາ​ຈະ​ສາມາດ​ດຳ​ເນີນ​ການ​ໃ​ນສິ່ງ​ໃດ​ກໍ​ຕາມ​ທີ່​ໄດ້​ມີ​ການ​ຕົກລົງ​ກັນ​ໄປ​ນັ້ນ.”

ທ່ານ Pavel ​ໄດ້​ກ່າວ​ວ່າ ຜູ້​ບັນຊາ​ການ​ຂອງອົງການ​ເນ​ໂຕ​ໄດ້​ຮຽກຮ້ອງ​ໃຫ້​ມີການປະຕິບັດ ງານ “ທີ່​ສາມາດ​ປັບ​ປ່ຽນ​ໄດ້” ອິງ​ຕາມ​ສະຖານະ​ການ​ຕົວ​ຈິງ​ທາງພາກ​ພື້ນດິນ.

ຜູ້​ບັນຊາ​ການ​ສູງ​ສຸດ​ຄົນ​ໃໝ່ ຂອງອົງການ​ພັນທະ​ມິດເນ​ໂຕ ​ໃນພາກ​ພື້ນ​ຢູ​ໂຣບ ນາຍ​ພົນ Curtis M. Scaparrotti ​ໄດ້​ກ່າວ​ເພີ້ມ​ຕື່ມ​ວ່າ ກອງ​ກຳລັງອັຟກາ​ນິສຖານ ກ່ອນ​ອື່ນ​ໝົດ​ ຈະ​ຕ້ອງ​ເປັນ​ກອງ​ກຳລັງ​ທີ່​ສາມາດ​ປ້ອງ​ກັນ​ຕົນ​ເອງ​ໃຫ້​ໄດ້​ ກ່ອນ​ທີ່ອັຟກາ​ນິສຖານຈະ​ບໍ່ກາຍ​ເປັນ​ບ່ອນ​ຫລົບ​ລີ້ຂອງ​ພວກ​ກໍ່​ການ​ຮ້າຍ​ໄດ້​ອີກ​ຕໍ່​ໄປ.

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ແມ່ນ​ໄດ້ທີ່ສະທ້ອນໃຫ້​ເຫັນ ​ຄຳ​ໃຫ້ການ​ກ່ອນ​ໜ້າ​ນີ້ ຂອງ​ນາຍ​ພົນ​ John Cambell ຂອງ​ສະຫະລັດ ​ຊຶ່ງ​ເປັນ​ຜູ້​ບັນຊາ​ການ​ຂອງ​ກອງ​ກຳລັງ​ນາໆ​ຂາດ​ໃນ ອັຟກາ​ນິສຖານ ​ໃນ​ຂະນະ​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG