ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເນໂຕ້ ຂໍຂະມາໂທດ ຕໍ່ການຍິງເດັກຊາຍ ສອງຄົນຕາຍ ໂດຍບັງເອີນ


ນາຍພົນ Joseph Dunford (ຢູ່ກາງ) ຂອງສະຫະລັດ, ຜູ້ບັນຊາການກໍາລັງທະຫານພັນທະມິດ ຢູ່ອັຟການິສຖານ
ນາຍພົນ Joseph Dunford (ຢູ່ກາງ) ຂອງສະຫະລັດ, ຜູ້ບັນຊາການກໍາລັງທະຫານພັນທະມິດ ຢູ່ອັຟການິສຖານ
ກຸ່ມເນໂຕ້ໄດ້ຂໍຂະມາໂທດຕໍ່ອັນທີ່ກຸ່ມດັ່ງກ່າວເອີ້ນວ່າ ການຍິງ
ເດັກຊາຍສອງຄົນຕາຍໂດຍບັງເອີນ ຢູ່ພາກໃຕ້ຂອງອັຟການິສ
ຖານ.

ນາຍພົນ Joseph Dunford ຂອງສະຫະລັດ ຊຶ່ງເປັນຜູ້ບັນຊາ
ການກໍາລັງ ທະຫານພັນທະມິດຢູ່ອັຟການິສຖານເວົ້າວ່າ ທະ
ຫານ ຈາກກໍາລັງປະສົມສາກົນ ໄດ້ຍິງເດັກຊາຍສອງຄົນໂດຍ
ບັງເອີນ ຍ້ອນເຂົ້າໃຈຜິດຄິດວ່າ ພວກເຂົາແມ່ນ ພວກກະບົດ
ໃນລະຫວ່າງທີ່ປະຕິບັດງານຢູ່ແຂວງ Urugan ໃນວັນພະຫັດ
ຜ່ານມານັ້ນ.

ທ່ານໄດ້ຂໍຂະມາໂທດຕໍ່ການເສຍຊີວິດດັ່ງກ່າວ ໃນວັນເສົາວານ
ນີ້ ແລະກໍໄດ້ ສົ່ງຄວາມເສົ້າສະຫລົດໃຈສ່ວນໂຕຂອງທ່ານ ໄປ ຍັງຄອບຄົວຂອງເດັກຊາຍ ອັຟການິສຖານດັ່ງກ່າວ. ກໍາລັງທະ
ຫານຂອງອອສເຕຣເລຍ ແມ່ນພວກທີ່ຖືກສົ່ງໄປປະຕິບັດ
ງານຢູ່ໃນເຂດນັ້ນ.

ການສັງຫານພົນລະເຮືອນ ໄດ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ລັດຖະບານອັຟການິສຖານ ແລະທະຫານຕ່າງປະເທດເພີ້ມທະວີຂຶ້ນ ຕະຫລອດໄລຍະ ເກືອບ 12 ປີຂອງສົງຄາມໃນອັຟການິສຖານນັ້ນ. ເດືອນແລ້ວນີ້ ການໂຈມຕີທາງອາກາດ
ຂອງກຸ່ມເນໂຕ້ ຢູ່ແຂວງ Kunar ກໍໄດ້ສັງຫານ 10 ຄົນ ຊຶ່ງລວມທັງ ເດັກນ້ອຍ 4 ຄົນ.
XS
SM
MD
LG