ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສວນສັດ ແຫ່ງຊາດ ທີ່ກຸງວໍຊິງຕັນ ເປີດເຜີຍຊື່ ລູກໝີດ່າງ ເກີດໃໝ່


ສວນສັດ​ແຫ່ງ​ຊາດ ທີ່ ນະຄອນຫລວງ ວໍ​ຊິງ​ຕັນ ​ໄດ້​ເປີດ​ເຜີຍ​ຊື່
ລູກ​ໝີດ່າງ​ໂຕ​ແມ່ ​ເກີດ​ໃນ​ເດືອນ​ສິງຫາ ວ່າ Bao Bao.
ສວນສັດ​ແຫ່ງ​ຊາດ ທີ່ ນະຄອນຫລວງ ວໍ​ຊິງ​ຕັນ ​ໄດ້​ເປີດ​ເຜີຍ​ຊື່ ລູກ​ໝີດ່າງ​ໂຕ​ແມ່ ​ເກີດ​ໃນ​ເດືອນ​ສິງຫາ ວ່າ Bao Bao.
ສວນສັດ​ແຫ່ງ​ຊາດ ທີ່ ນະຄອນຫລວງ ວໍ​ຊິງ​ຕັນ ​ໄດ້​ເປີດ​ເຜີຍ​ຊື່
ລູກ​ໝີດ່າງ​ໂຕ​ແມ່ ​ເກີດ​ໃນ​ເດືອນ​ສິງຫາ ວ່າ Bao Bao.

​ເພື່ອ​ຮັກສາ​ປະ​ເພນີ​ຈີນ ລູກໝີ​ດ່າງ ຈະ​ບໍ່​ໄຊ​ຊື່ໃຫ້​ຈົນ​ກວ່າ​ມີ​ອາ
ຍຸ​ໄດ້ 100 ວັນ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ສວນສັດ​ ກ່າວ​ວ່າ Bao
Bao ໝາຍ​ຄວາມ​ວ່າ “​ຄໍາ​ແພງ” ຫລື “​ມໍລະດົກ” ​ໃນ​ພາສາ​ຈີນ.

ຫລາຍ​ກວ່າ 123,000 ​ຄົນໄດ້ພາກັນ​ລົງ​ຄະ​ແນນ​ສຽງ​ທາງ ອິນ​ເຕີແນັດ ​ເພື່ອ​ຕັ້ງ​ຊື່​ໃຫ້​ແກ່​ລູກ​ໝີ​ດ່າງ​ດັ່ງກ່າວ​ນີ້.

ການສະ​ເໜີ​ຊື່ອຶ່ນໆ​ມີ Ling Hua ຊຶ່ງໝາຍ​ຄວາມ​ວ່າ ດອກ​ໄມ້​ງາມ​ທີ່​ສຸດ ​ແລະ Mulan ທີ່​ມີ​ຄວາມ​ໝາຍວ່າ ນັກ​ລົບ​ຜູ້​ກ້າຫານ.

Bao Bao ​ໄດ້​ເກີດ​ຈາກ​ໝີ​ດ່າງ ອາຍຸ 15 ປີ ຊື່ວ່າ Mei Xiang ​ແຕ່​ວ່າ ລູກ​ຂອງ​ລາວ ຈະ​ບໍ່​ປະກົດ​ໂຕ​ໃຫ້​ສາທາລະນະເຫັນ ຈົນ​ກວ່າ​ປີໜ້າ. ສໍາລັບ​ປັດຈຸບັນ​ນີ້ ລູກ​ໝີ​ດ່າງ​ດັ່ງກ່າວ​ນີ້ ສາມາ​ມາດ​ເຫັນ​ໄດ້​ອັນ​ທີ່​ຮ້ອງ​ວ່າ “ກ້ອງ​ວົງ​ຈອນ ​ແພນ​ດາ.”

ໝີ​ດ່າງ​ແພນ​ດາ ​ເປັນ​ສັດ​ທີ່​ເປັນ​ເຊື້ອ​ພັນອັນ​ຕະລາຍທີ່ສຸດ ທີ່ຈະ​ສາບ​ສູນໃນໂລກ ​ແລະ​ການ​ເກີດ​
ເປັນ​ໂຕ​ແມ່ ຢູ່​ໃນ​ສວນສັດນີ້ ​ເປັນ​ທີ່​ແປກ​ໆ ​ແລະ​ຫາ​ຍາກ ​ເພາະ ສະ​ນັ້ນ​ຈຶ່ງເປັນ​ສາເຫດ​ໃຫ້​ມີ​ການ​
ສະຫລອງ​ກັນ​ຢ່າງ​ໃຫຍ່.

ສີດໍາ ​ແລະ​ຂາວ ຂອງ​ສັດ​ດັ່ງກ່າວ​ ​ແລະ​ການ​ຫລິ້ນ​ຢ່າງ​ມ່ວນ​ຊື່ນແບບ​ທໍາ​ມະ​ຊາດ ​ໄດ້​ເຮັດ​ໃຫ້​ບັນດາ​ຜູ້​ຮັກ​ສັດ ​ແລະ​ຜູ້​ມາ​ຢ້ຽມຢາມ​ສວນ​ສັດ ​ພາກັນໄດ້​ຮັບ​ຄວາມງຶດ​ງໍ້​ມ່ວນ​ຊື່ນ.

US Panda
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG