ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອາເມຣິກັນ ພາກັນເຮັດວຽກ ຊ່ວຍເຫລືອປະຊາຄົມ ເນື່ອງໃນວັນຮັບໃຊ້ຊາດ (ວີດິໂອ)


ປະທານາທິບໍດີໂອບາມາ ແລະທ່ານນາງ Michelle Obama ໄດ້ເຂົ້າຮ່ວມສະແດງນໍ້າໃຈແຫ່ງວັນຮັບໃຊ້ຊາດ ໂດຍການໄປຊ່ວຍທາສີສະແລັກຕູ້ໃສ່ປຶ້ມອັນນຶ່ງ ຢູ່ໂຮງຮຽນປະຖົມ Burrville ໃນນະຄອນຫລວງວໍຊິງຕັນ ໃນວັນເສົາ ທີ 19 ມັງກອນ 2013.
ປະທານາທິບໍດີໂອບາມາ ແລະທ່ານນາງ Michelle Obama ໄດ້ເຂົ້າຮ່ວມສະແດງນໍ້າໃຈແຫ່ງວັນຮັບໃຊ້ຊາດ ໂດຍການໄປຊ່ວຍທາສີສະແລັກຕູ້ໃສ່ປຶ້ມອັນນຶ່ງ ຢູ່ໂຮງຮຽນປະຖົມ Burrville ໃນນະຄອນຫລວງວໍຊິງຕັນ ໃນວັນເສົາ ທີ 19 ມັງກອນ 2013.
ປະຊາຊົນຢູ່ທົ່ວສະຫະລັດໄດ້ອາສາສະມັກເຮັດໂຄງການຊ່ວຍ
ເຫລືອຊຸມຊົນ ໃນວັນເສົາວານນີ້ ເພື່ອປະກອບສ່ວນໃນກິດຈະ
ກໍາທີ່ເອີ້ນກັນວ່າ ວັນຮັບໃຊ້ຊາດ ຫລື National Day of
Service ທີ່ກ່ຽວເນື່ອງໃສ່ກັບວັນພັກ ໃນວັນຈັນມື້ອື່ນ ເພື່ອ
ໃຫ້ກຽດລະນຶກເຖິງ ດຣ. Martin Luther King, Jr. ຜູ້ນໍາດ້ານ
ສິດທິພົນລະເຮືອນທີ່ດີເດັ່ນທີ່ສຸດຂອງອາເມຣິກາ.

ຢູ່ໃນນະຄອນຫລວງວໍຊິງຕັນນີ້ ປະທານາທິບໍດີບາຣັກ ໂອບາມາ
ໄດ້ໄປປາກົດຕົວຢູ່ໃນງານແຫ່ງນຶ່ງ ຊຶ່ງເປັນງານນຶ່ງຂອງຫລາຍໆ
ງານ ທີ່ໄດ້ຍ້າຍມາໃສ່ວັນ ເສົາວານນີ້ ຍ້ອນວ່າຈະມີພິທີສາບານ ຕົວເຂົ້າຮັບຕໍາແໜ່ງຄັ້ງທີສອງຂອງທ່ານຕໍ່ໜ້າມະຫາຊົນໃນມື້ອື່ນ
ຊຶ່ງຕາມປົກກະຕິແລ້ວ ຈະແມ່ນວັນພັກລັດຖະການ ເພື່ອລະນຶກ
ເຖິງທ່ານ King.

ປະທານາທິບໍດີໂອບາມາ ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ໄດ້ເຂົ້າ
ຮ່ວມສະແດງນໍ້າໃຈແຫ່ງວັນຮັບໃຊ້ຊາດ ໂດຍການໄປຊ່ວຍ ທາສີສະແລັກຕູ້ໃສ່ປຶ້ມອັນນຶ່ງ ຢູ່ໂຮງຮຽນປະຖົມແຫ່ງນຶ່ງ ໃນນະຄອນຫລວງວໍຊິງຕັນ.

ຢູ່ໃກ້ນະຄອນ Los Angeles ລັດແຄລິຟໍເນຍ ພວກອາສາສະມັກ ຢູ່ທີ່ໂບດແຫ່ງນຶ່ງ ໄດ້ພາກັນສ້າງສວນຂອງປະຊາຄົມຂຶ້ນ ແລະອີກພວກນຶ່ງ ໄດ້ເອົາຜ້າ diaper ຫລືຜ້າ ອ້ອມເດັກນ້ອຍ ໄປໃຫ້ສູນບໍລິການສໍາລັບຄົນຂາດທີ່ຢູ່ອາໄສ. ທ່ານ Patrick O’ Connor ຜູ້ອາສາສະມັກຄົນນຶ່ງ ເວົ້າວ່າ ມີອີກຫລາຍໆ ໂຄງການອື່ນ ຢູ່ໃນເຂດຄຸ້ມນີ້ ເຊັ່ນວ່າ:

“ການຮິບໂຮມເອົາອາຫານໄປຊ່ວຍຄົນ, ໂຄງການຕົກແຕ່ງຄຸ້ມໃຫ້ສວຍງາມ, ເຮັດວຽກ ຢູ່ໂຮງຮຽນ, ຢູ່ສວນຂອງປະຊາຄົມ. ມີຫລາຍວິທີ ທີ່ຄົນເຮົາສາມາດ ສ້າງຄວາມດີໄວ້.”

ແລະຢູ່ນະຄອນຫລວງວໍຊິງຕັນເຊ່ນກັນ ທ່ານນາງ Chelsea Clinton, ລູກສາວຂອງອະ ດີດປະທານາທິບໍດີ Bill Clinton ແລະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ຊຸກຍູ້ໃຫ້ ປະຊາຊົນພາກັນເຂົ້າຮ່ວມພົວພັນ ເຊັ່ນກັນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG