ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດເມືອງ ແນສວິລ ສັງຫານ ມືປືນ ຢູ່ນອກໂຮງຮູບເງົາ


ສະມາຊິກຂອງ ໜ່ວຍເກັບກູ້ລະເບີດ ຕຳຫຼວດລົດໄຟໃຕ້ດິນ ໃສ້ຊຸດກັນລະເບີດ ກ່ອນເຂົ້າກວດກາອຸປະກອນເຄື່ອງໜຶ່ງ ຢູ່ທາງຂ້າງໂຮງໜັງ ຫຼັງຈາກການຍິງປະທະກັນ ໃນວັນພຸດວານນີ້. 5 ສິງຫາ 2015.
ສະມາຊິກຂອງ ໜ່ວຍເກັບກູ້ລະເບີດ ຕຳຫຼວດລົດໄຟໃຕ້ດິນ ໃສ້ຊຸດກັນລະເບີດ ກ່ອນເຂົ້າກວດກາອຸປະກອນເຄື່ອງໜຶ່ງ ຢູ່ທາງຂ້າງໂຮງໜັງ ຫຼັງຈາກການຍິງປະທະກັນ ໃນວັນພຸດວານນີ້. 5 ສິງຫາ 2015.

ຊາຍ​ຄົນ​ໜຶ່ງທີ່​ຖືກຕຳຫຼວດ​ຍິງຕາຍ ຫຼັງ​ຈາກ​ລາວ​ໄດ້ໂຈມ​ຕີ​ຄົນ​ທີ່​ພາກັນ​ໄປ​ເບິ່ງ​ໜັງ​ໃນເມືອງ Nashville, ລັດ Tennessee ​ໃນ​ວັນ​ພຸດ​ວານ​ນີ້​ໄດ້​ຖືກ​ລະບຸ​ວ່າ​ເປັນ ທ້າວ Vincente David Montano ອາຍຸ​ 29 ປີ.

ຕຳຫຼວດເມືອງ Nashville ​ກ່າວ​ວ່າທ້າວ Montano ​ໄດ້​ສີດ​ສະ​ເປ​ພິກ​ໄທ ​ໃສ່​ບັນ​ດາ​ຜູ້​ຊົມ ​ໃນ​ຂະນະ​ທີ່​ພວກ​ເຂົາ​ກຳລັງເບິ່ງ​ໜັງ Mad Max: Fury Road ທີ່ໂຮງຮູບເງົາ ​ຕັ້ງ​ຢູ່ທາງພາກ​ໃຕ້​ຂອງເມືອງ​ Antioch. ຕຳຫຼວດ​ກວດກາ​ອຸບັດ​ເຫດ​ຕາມ​ທ້ອງ​ຖະໜົນ​ທີ່ຢູ່​ໃກ້​ກັບ​ໂຮງ​ຮູບເງົາດັ່ງ ກ່າວ ​ໄດ້​ໄປທີ່ບ່ອນເກີດການຍິງກັນໃນທັນ​ທີ​ ​ແລະ ປະ​ເຊີນ​ໜ້າ​ກັບ​ທ້າວ Montano ຢູ່​ໃນ​ໂຮງ​ຮູບເງົາ​.

ຜູ້​ເຫັນ​ເຫດ​ການ​ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ພຽງ​ແຕ່​ສອງ​ຄົນ​ທີ່ຢູ່​ພາຍ​ໃນ​ໂຮງ​ຮູບເງົາ, ຂ້າພະ​ເຈົ້າ​ກັບ​ເຂົ້າໄປ​ໃນ​ໂຮ​ງຮູບເງົາ​ຄືນ ​ແລະ ​ເຮົາ​ກໍ​ຫຼົບ​ລີ້ຢູ່ ​ແລະ ​ແລ້ວເຮົາ​ກໍ​ໄດ້​ຍິນ​ສຽງ​ຮ້ອງຢ່າງແຮງດັງຂຶ້ນ ​ແລະກໍ​ສຽງ​ຍິງ​ປືນ ​ແລະ ອີກ​ບໍ່​ດົນ​ຕໍ່​ມາ​ຫຼັງ​ຈາກ​ນັ້ນ​ ຕຳຫຼວດປະຈຳເມືອງ ​ກໍ​ເຂົ້າ​ມາ ​ແລະ ພວກ​ເຂົາ​ກໍ​ນຳ​ເອົາ​ພວກ​ເຮົາ​ອອກ​ໄປທາງ​ອອກສຸກເສີນ.”

ທ້າວ Montano ​ໄດ້​ຍິງຕໍ່ສູ້ກັບ​ຕຳຫຼວດ ກ່ອນ​ທີ່​ຈະ​ແລ່ນ​ອອກ​ໄປ​ທາງ​ຫຼັງ​ຂອງ​ໂຮງຮູບເງົາ, ​ເຊິ່ງບ່ອນ​ທີ່​ລາວ​ໄດ້​ຖືກ​ຍິງລົ້ມລົງ​ ໂດ​ຍໜ່ວຍໂຕ້​ຕອບ​ຢ່າງ​ໄວ​ຂອງ​ຕຳຫຼວດ.

​ໂຄສົກ​ຕຳຫຼວດ ທ່ານ Don Aaron ​ກ່າວ​ວ່າ ທ້າວ​ Montano ​ເຄີຍ​ຖືກ​ຈັບ​ໃນ​ປີ 2004 ​ໃນ​ຂໍ້​ຫາ​ທຳຮ້າຍ​ຮ່າງກາຍ​ ​ແລະ ​ໄດ້​ຖືກ​ປິ່ນ​ປົວ​ທາງ​ຈິດ​ສອງຄັ້ງ​ໃນ​ປີ 2004 ​ແລະ ອີກສອງ​ຄັ້ງ​ໃນ​ປີ 2007.

Tennessee Theater Shooting
please wait

No media source currently available

0:00 0:00:45 0:00

XS
SM
MD
LG