ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ ນາຊ້າ ເປີດເຜີຍ ພາບໃກ້ຊິດ ພື້ນຜິວ ຂອງດາວພະຍົມ


ອົງການ​ອະວະກາດ​ສະຫະລັດ ຫຼື NASA ​ໄດ້​ນຳ​ສະ​ເໜີຮູບ​ພາບ​ຈຳນວນ​ໜຶ່ງ ຂອງ​ດາວ​ພະ​ຍົມ ຫຼື Pluto ທີ່​ຖ່າ​ຍ ມາຈາກ​ຍານ​ອະ​ວະກາດ New Horizons ​ໃນ​ຂະນະ​ທີ່​ມັນ​ບິນ​ຜ່ານ​ ດາວນ້ອຍດວງນີ້ ​ເມື່ອວັນ​ອັງຄານ ​ທີ 14 ກໍລະກົດ. ຍານ​ອະ​ວາ​ກາດດັ່ງກ່າວໃຊ້​ເວລາ​ກະກຽມ​ໜຶ່ງທົດ​ສະ​ວັດ ເພື່ອການ​ເດີນທາງໄລຍະ 4​.8 ຕື້​ກິ​ໂລ​ແມັດ ຜ່ານ​ລະບົບສຸລິຍະຈັກກະວານ​ຂອງ​ພວກ​ເຮົາ ​ເພື່ອ​ທີ່​ຈະບິນ​ເຂົ້າໃກ້ ດາວພະຍົມໃຫ້ຫຼາຍທີ່ສຸດ ເທົ່າທີ່ເປັນໄປໄດ້ ແບບບໍ່ເຄີຍມີມາກ່ອນ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG