ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານອະວະກາດ MAVEN ຂອງສະຫະລັດ ເດີນທາງໄປຮອດ ດາວພະອັງຄານ (ວີດີໂອ)


usspace22september14
please wait
Embed

No media source currently available

0:00 0:01:32 0:00

ວີດີໂອ ກ່ຽວກັບຂ່າວນີ້.

ຍານ​ອະ​ວະກາດ​ລຳ​ນຶ່ງ​ຂອງ​ສະ​ຫະລັດ​ເດີນທາງ​ໄປ​ຮອດ​ດາວ​
ພະ​ອັງຄານ​ແລ້ວ ​ເພື່ອ​ໄປ​ສຶກສາ​ເບິ່ງ​ບັນຍາກາດ​ຊັ້ນເທິງ​ຂອງ​
ມັນ ​ແລະ​ຊ່ອຍ​ຕອບຄຳ​ຖາມ​ຕ່າງໆ​ກ່ຽວ​ກັບວ່າ ​ດ້ວຍ​ເຫດໃດ
​ດາວ​ພະ​ອັງຄານ​ຈຶ່ງ​ໄດ້ປ່ຽນ​ຈາກ​ດາວ ບ່ອນ​ທີ່​ພວກ​ຈຸລິນ​ຊີ
ອາດ​ໄດ້ມີ​ຊີວິດ​ຢູ່​ໄດ້ ມາ​ເປັນໂລກ “ທີ່​ໜາວ ​ແລະ​ທະ​ເລ​
ຊາຍ​ທີ່​ແຫ້ງ​ແລ້ງ”
​ໃນ​ປັດຈຸບັນ​ນີ້.

ຍານ​ອະວະກາດ ​ສຶກສາ​ບັນຍາກາດ​ແລະ​ວິ​ວັດທະນາ​ການ
​ຂອງ​ດາວ​ພະ​ອັງຄານ ​ເອີ້ນ​ຫຍໍ້​ວ່າ MAVEN (Mars At
mosphere ​and Volatile Evolution) ​ໄດ້​ເສັດ​ສິ້ນ​ການ
​ເດີນທາງເປັນເວລາ ​10 ​ເດືອນ ​ ​ໄລຍະ​ 711 ລ້ານ​ຫຼັກ​ກິ​ໂລ
​ແມັດ ​ໃນ​ແລງ​ວັນ​ອາທິດ​ວານ​ນີ້.

ຍານ​ດັ່ງກ່າວ​ຈະ​ວັດ​ແທກເບິ່ງ​ອັດຕາທີ່​ແກ໊ສຫາຍ​ໜີ​ຈາກ​ບັນຍາກາດຂອງ​ດາວ​ພະ​ອັງ
ຄານ ​ເຂົ້າສູ່ເຂດ​ອາ​ວະ​ກາດ​ນັ້ນ.

ທ່ານ Bruce Jakosky ທີ່​ເປັນ​ຜູ້ນຳ​ພາດ້ານ​ວິທະຍາສາດ​ຂອງໂຄງການ​ນີ້ ກ່າວ​ວ່າ ​ເປົ້າ​ໝາຍ​ແມ່ນ​ເພື່ອ​ໃຫ້​ເຂົ້າ​ໃຈ​ວ່າ ​ແມ່ນ​ຫຍັງ​ເຮັດ​ໃຫ້​ ດິນ​ຟ້າ​ອາກາດ​ໃນ​ດາວ​ພະ​ອັງຄານ ມີ​ການ​ປ່ຽນ​ແປງ​ຢ່າງ​ຫລວງຫລາຍ​ ໃນ​ລະຫວ່າງ​ສອງ​ສາມ​ຕື້​ປີຜ່ານມາ.

ຍານ​ອະວະກາດ MAVEN ຈະ​ໃຊ້​ເວລາ 6 ອາທິດ​ ກ່ອນ​ຈະ​ເຂົ້າ​ສູ່​ວົງ​ໂຄຈອນ​ອ້ອມ​ດາວ
ພະ​ອັງຄານ ​ແລະ​ທົດ​ສອບ​ເຄື່ອງມື​ຕ່າງໆ​ຂອງ​ຍານ ກ່ອນ​ຈະ​ເລີ້ມ​ການ​ປະຕິບັດ​ງານ​ສຶກສາ
ຂອງ​ມັນ​ເປັນ​ເວລາ​ນຶ່ງ​ປີ ຊຶ່ງ​ຈະ​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ 671 ລ້ານ​ດອນ​ລາ.

​ເວລາ​ນີ້​ ມີ​ຍານອະວະກາດ​ອີກ 3 ລຳ​ ທີ່ກຳລັງ​ໂຄຈອນ​ອ້ອມ​ດາວ​ພະ​ອັງຄານ ຊຶ່ງ 2 ລຳ
ແມ່ນ​ຂອງ​ອາ​ເມຣິກັນ ​ແລະ​ອີກ​ລຳ​ນຶ່ງ​ແມ່ນ​ຂອງ​ຢູ​ໂຣບ. ​ແລະອີກ​ລຳ​ນຶ່ງ​ ຈາກ​ອິນ​ເດຍ ກໍ​ມີ
ກຳນົດ​ຈະ​ໄປ​ຮອດ​ໃນ​ວັນ​ພຸດ​ສັບປະດາ​ນີ້.

XS
SM
MD
LG